spot_img
Homeນານາສາລະ9 ວິທີ ຮັກແບບບໍ່ເປັນທຸກ

9 ວິທີ ຮັກແບບບໍ່ເປັນທຸກ

Published on

 

  1. ຄວນມີຄວາມສຸກໄດ້ດ້ວຍຕົນເອງ: ຄົນອື່ນເປັນພຽງໂບນັດທີ່ເພີ່ມເຂົ້າມາ
  2. ຄວາມປາຖະໜາໃຫ້ຄົນອື່ນມີຄວາມສຸກນໍາ: ບໍ່ແມ່ນຄິດເຖິງແຕ່ຄວາມສຸກຂອງຕົນເອງເຊັນ ເມື່ອຄົນທີ່ເຮົາຮັກບໍ່ຮັກເຮົາ ແຕ່ເຂົາມີຄວາມສຸກຂອງເຂົາ ເຖິງແມ້ວ່າເຮົາຈະເສົ້າກໍຍັງຄິດໄດ້ວ່າ ຢ່າງໜ້ອຍກໍໄດ້ເຫັນຄົນທີ່ເຮົາຮັກມີຄວາມສຸກ
  3. ຫຼຸດຄວາມຄາດຫວັງ: ໂອກາດທີ່ເຮົາຈະສົມຫວັງກໍຍິ່ງຫຼາຍຂຶ້ນ
  4. ຍອມຮັບຄວາມແຕກຕ່າງ: ທັງດ້ານພຶດຕິກໍາ ແລະຄວາມຄິດຂອງຜູ້ອື່ນ ຄວາມຄິດບໍ່ຕົງກັນນັ້ັນເປັນເລື່ອງທໍາມະດາ ຫາກຝ່າຍໜຶ່ບໍ່ພະຍາຍາມເຮັດໃຫ້ອີກຝ່າຍຄິດຄືກັນ ແລະພະຍາຍາມເຂົ້າໃຈວ່າເຫດໃດຈຶ່ງຕ່າງກັນ ປັນຫາກໍບໍ່ເກີດ ຫາກເຂົ້າໃຈ ແລະຍອມຮັບໄດ້
  5. ຮູ້ຈັກຍອມຮັບຄວາມປ່ຽນແປງຕ່າງໆ: ຄວາມຮັກຈຶ່ງຍືນຍາວ ເພາະຄວາມປ່ຽນແປງເປັນເລື່ອງທໍາມະດາຂອງໂລກ
  6. ບໍ່ຄວນເຮັດແຕ່ສິ່ງທີ່ຕົນເອງມັກ ຫຼືສິ່ງທີ່ຕົນເອງຄິດວ່າດີໃຫ້ຄົນອື່ນພຽງຢ່າງດຽວ ຈະຕ້ອງເບິ່ງເຖິງຄວາມຕ້ອງການຂອງເຂົານໍາ ຈະບໍ່ຕ້ອງມາຄິດນ້ອຍໃຈຕາມຫຼັງ
  7. ຄວາມເກງໃຈ: ເປັນອົງປະກອບສໍາຄັນ ຄວນເອົາໃຈເຂົາມາໃສ່ໃຈເຮົາ ເພາະຄົົນໃກ້ສິດສະນິດກັນ ມັກຄິດວ່າຈະສາມາດເຮັດຫຍັງຕາມໃຈຕົນໄດ້ແທບທຸກເລື່ອງ ຈົນລືມນຶກເຖິງຄວາມຮູ້ສຶກຂອງອີກຄົນໄປ
  8. ເວົ້າຈາຊື່ນຊົມໃນສິ່ງດີຂອງກັນ ແລະກັນ: ເປັນອີກໜຶ່ງວິທີມອບຄວາມຮັກທີ່ຄວນເຮັດ ບາງຄົບລະເລີຍວ່າຢູ່ນໍາກັນມາດົນ ເລື່ອງດີເຂົາຄົງຮູ້ຢູ່ແລ້ວບໍ່ຕ້ອງຊົມ ຈຶ່ງເວົ້າເຖິງແຕ່ສິ່ງບໍ່ດີ ຫຼືຢາກໃຫ້ອີກຝ່າຍປ່ຽນແປງ ເອົາແຕ່ຈົ້ມບໍ່ເຄີຍຊົມ ຄົນຟັງກໍທໍ້ໃຈຄືກັນ
  9. ການສະແດງອອກຂອງຄວາມຮັກ: ຖ້າຮັກແລ້ວ ແຕ່ບໍ່ສະແດງອອກອີກຝ່າຍຄົງບໍ່ຮູ້ ແລະເປັນສິ່ງທີ່ອີກຝ່າຍຕ້ອງການຟັງ ບໍ່ແມ່ນໃຫ້ເດົາ ຫຼືຄິດເອົາເອງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...