spot_img
Homeຂ່າວການສຶກສາແຮງງານລາວມີເຮ ໂຮງຮຽນພັດທະນາອາຊີບອຸດອນ ເປີດຮັບນັກຮຽນລາວ ເພື່ອກຽມໄປເຮັດວຽກຢູ່ເກົາຫຼີ

ແຮງງານລາວມີເຮ ໂຮງຮຽນພັດທະນາອາຊີບອຸດອນ ເປີດຮັບນັກຮຽນລາວ ເພື່ອກຽມໄປເຮັດວຽກຢູ່ເກົາຫຼີ

Published on

ພາຍຫຼັງທີ່ ສາທາລະນະລັດ ເກົາຫຼີ ໄດ້ຕົກລົງຮັບເອົາແຮງງານຈາກລາວປີລະ 500 ຄົນ ໄດ້ເຮັດໃຫ້ແຮງງານລາວຫຼາຍຄົນໃຫ້ຄວາມສົນໃຈທີ່ຈະສະໝັກໄປອອກແຮງງານດັ່ງກ່າວ ເນື່ອງຈາກການຮັບດັ່ງກ່າວນັ້ນ ບໍ່ຈຳເປັນຕ້ອງຈົບວິຊາຊີບໃດໆ ຫຼືຕ້ອງມີລະດັບການສຶກສາທີ່ສູງ ຂໍພຽງຮູ້ພາສາເກົາຫຼີໃນລະດັບພື້ນຖານສາມາດ ໂອ້ລົມສື່ສານກັນໄດ້ເທົ່ານັ້ນ, ແຕ່ບັນຫາຄືແຮງງານລາວຍັງບໍ່ມີບ່ອນຮຽນພາສາເກົາຫຼີທີ່ເປີດກວ້າງເທື່ອ.

dsc_1488-lao-korea-1
ລາວແລະເກົາຫຼີ ເຊັນສັນຍາເລື່ອງການຮັບແລະສົ່ງແຮງງານລາວໄປເກົາຫຼີ

ດັ່ງນັ້ນ, ທາງໂຮງຮຽນພັດທະນາອາຊີບຈັງຫວັດອຸດອນທານີ ເຫັນໄດ້ຄວາມຮຽກຮ້ອງຕ້ອງການຂອງແຮງງານລາວ ຈຶ່ງໄດ້ເປີດໂອກາດໃຫ້ແກ່ແຮງງານລາວ ໂດຍເປີດໃຫ້ຄົນລາວສາມາດໄປສະໝັກເຂົ້າໂຮງຮຽນດັ່ງກ່າວໄດ້ ເຊັ່ນກັນກັບແຮງງານໄທທຸກປະການ ໂດຍທາງໂຮງຮຽນດັ່ງກ່າວຈະອຳນວຍຄວາມສະດວກເຕັມທີ່ ຄື ບໍລິການອາຫານ, ທີ່ພັກ, ອຸປະກອນການສຶກສາ, ຊຸດນັກຮຽນ ແລະຄ່າປິ່ນປົວສຸຂະພາບໃຫ້ຟຣີ ຕະຫຼອດການຮຽນ ໂດຍການຈ່າຍຄ່າຮຽນພຽງຄັ້ງດຽວ ຮຽນຈົນໄດ້ ດ້ວຍລາຄາທີ່ຖືກ. ນອກຈາກນັ້ນ, ທາງໂຮງຮຽນຍັງໃຫ້ສິດທິພິເສດແກ່ນັກຮຽນຄື ກ່ອນຈະເສັງໄປເຮັດວຽກຢູ່ເກົາຫຼີ ທາງໂຮງຮຽນຈະໃຫ້ນັກຮຽນເຂົ້າໄປຮຽນອີກ 2 ອາທິດ ຟຣີທຸກປະການ ເພື່ອເຝິກຊ້ອມໃຫ້ນັກຮຽນມີຄວາມພ້ອມໃນການສອບເສັງ.

ສຳລັບນ້ອງແຮງງານຄົນລາວ ທີ່ສົນໃຈຈະຮຽນພາສາເກົາຫຼີ ເພື່ອກຽມເສັງໄປເຮັດວຽກຢູ່ປະເທດເກົາຫຼີ ໃນລະບົບ EPS ຈັດສົ່ງໂດຍລັດຖະບານ ສາມາດເຂົ້າສະໝັກຮຽນໄດ້ເລີຍທີ່ ” ໂຮງຮຽນພັດທະນາອາຊີບ ຈັງຫວັດອຸດອນທານີ” ເຊິ່ງຕ້ອງມີຄຸນສົມບັດຂອງຜູ້ທີ່ຈະສະໝັກຮຽນມີດັ່ງນີ້:
1. ຈະເປັນຍິງ ຫຼື ຊາຍກໍໄດ້.
2. ອາຍຸຕັ້ງແຕ່ 18 – 39 ປີ.
3. ບໍ່ຈຳກັດລະດັບການສຶກສາ ພຽງແຕ່ຟັງພາສາໄທເຂົ້າໃຈ

ໂຮງຮຽນພັດທະນາອາຊີບ ຈັງຫວັດອຸດອນທານີ ເປີດມາແລ້ວຫຼາຍກວ່າ 20 ປີ, ຜະລິດແຮງງານໄທໃຫ້ເສັງຜ່ານໄປເຮັດວຽກຢູ່ປະເທດເກົາຫຼີມາແລ້ວຫຼາຍໝື່ນຄົນ, ສອນດ້ວຍຄູຄົນໄທແລະເກົາຫຼີ ທີ່ມີປະສົບການໃນການສອນມາຫຼາຍ ໂດຍສະເພາະແມ່ນປະສົບການໃນການສອນແຮງງານທີ່ຈະເສັງໄປເຮັດວຽກຢູ່ປະເທດເກົາຫຼີ.

15697934_925978774170265_7000501644075622562_n
ບັນຍາກາດໃຫ້ອງຮຽນລວມ ຂອງໂຮງຮຽນພັດທະນາອາຊີບ ອຸດອນທານີ

ສົນໃຈຕິດຕໍ່ສະໝັກຮຽນໄດ້ທີ່ ໂຮງຮຽນພັດທະນາອາຊີບອຸດອນທານີ
ຫຼືໂທປຶກສາກ່ອນທີ່ 020 2202 8220 ເບີໄທ 087-7755111, 087-7754111, 081-7170300

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...