spot_img
Home​ຂ່າວທ່ອງທ່ຽວມາທ່ຽວວັດພູຈຳປາສັກ ແລ້ວຢ່າລືມແວ່ຊົມຫໍພິພິທະພັນ ວັດພູພ້ອມ

ມາທ່ຽວວັດພູຈຳປາສັກ ແລ້ວຢ່າລືມແວ່ຊົມຫໍພິພິທະພັນ ວັດພູພ້ອມ

Published on

ຖັດຈາກປະຕູທາງເຂົ້າ ສູ່ສະຖານບູຮານວັດພູ ແມ່ນອາຄານຫໍພິພິທະພັນ ແລະ ຫ້ອງການ ຄຸ້ມຄອງມໍລະດົກໂລກ ວັດພູຈຳປາສັກ ຢູ່​ທີ່ຫໍພິພິທະ​ພັນ​​ໄດ້ ​ຈັດ​ວາງສະ​ແດງ​ວັດຖຸ ​ທີ່ໜ້າສົນ​ໃຈ​ຈາກ​ການ​ຂຸດ​ຄົ້ນ ສ່ວນ​ປະກອບ​ທາງ​ດ້ານສະຖາ​ປັດຕະຍະ​ກຳ,ຮູບ​ແກະສະຫຼັກຕ່າງໆ ​ໄດ້​ຖືກ​ນຳ​ມາວາງສະ​ແດງ ​ເພື່ອອະທິບາຍ​ກ່ຽວກັບ ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັດຖຸ​ເຫຼົ່ານັ້ນ.

mu11-640x480

ເຂົ້າຊົມຫໍພິພິທະ​ພັນ​ ກ່ອນ​ການທ່ຽວຊົມ ​ສະຖານທີ່​ມໍລະດົກ ແມ່ນ​ເປັນ​ການແນະນຳ ຄວາມເຂົ້າໃຈ ເຖິງສະຖານທີ່ ທີ່ມີຄ່າ ແລະ ຄວາມ​ເພິ້ງ​ພໍ​ໃຈ ຕໍ່ສິ່ງທີ່ບໍ່​ເຄີຍ​ເຫັນ​ມາກ່ອນ

ຫໍພິພິທະ​ພັນ ​ໄດ້​ຖືກ​ສ້າ​ງຂື້ນດ້ວຍ​ທືນ ຊ່ວຍ​ເຫຼືອຂອງ​ລັດ​ທະ​ບານ ​ຍີ່ປຸ່ນພາຍ​ໄຕ້​ໂຄງ​​ການຮ່ວມມື ​ກັບ​ລັດ​ຖະ​ ບານ​ລາວ ປີ2001 – 2003 ຂະໜາດຂອງ​ອາຄານ ​ແມ່ນ​ບໍ່ມີ​ຄວາມສ່ຽງຕໍ່ການ​ທຳລາຍ ​ພື້ນຖານວັດຖຸບູຮານ ແລະ​ຜົນ​ເສຍຫາຍໃດໆ ​ເຖິງທັດສະນິຍະພາບຂອງ​ແມ່ນ້ຳຂອງ​ ຕະຫຼອດຮອດສະຖານ​ທີ່ ​ສັກກະ​ລະ​ບູຊາ.

mu12-640x480

 

ສຳລັບຄົນທີ່ຕ້ອງການໄປທ່ຽວທີ່ວັດພູ ແລະ ຢາກຮູ້ຂໍ້ມູນລະອຽດ ອ່ານໄດ້ຂ້າງລຸ່ມນີ້ເລີຍ

ເປີດບໍລິການ

ເປີດບໍລິການທຸກໆມື້

ເລີ້ມເວລາ 8:00 ເຊົ້າ ຮອດ 6:00 ແລງ ສຳລັບເຂົ້າຊົມເຂດສະຖານວັດພູ

ເລີ້ມເວລາ 8:00 ເຊົ້າ ຮອດ 4:30 ແລງ ສຳລັບເຂົ້າຊົມ ຫໍພິພິທະພັນ

ຫ້ອງການພິພິທະພັນ ແລະ ບ່ອນຂາຍປີ້ ປິດບໍລິການເວລາ 4:30 ໂມງ

ສ່ວນພື້ນຖີ່ວັດພູ ແມ່ນຍັງເປີດບໍລິການ ຈົນຮອດ 6:00 ໂມງ .

ລາຄາປີ້ເຊົ້າຊົມ

35.000 ກີບ ສຳລັບຄົນຕ່າງປະເທດຄ່າບັດເຂົ້າຊົມ:

5.000 ກີບ ສຳລັບຄົນລາວ

15 000 kips voiturette électrique

ພຽງປີ້ດຽວສາມາດທ່ຽວຊົມໄດ້ ທັງຫໍພິພິທະພັນ ແລະ ເຂດສະຖານວັດພູ

ຍົກເວັ້ນເດັກພິການອາຍຸຕໍ່າກວ່າ 18 ປີ ເຂົ້າຊົມສະຖານພຸດທະສາສະໜາແມ່ນບໍ່ໄດ້ເສຍຄ່າ

ສາມາດເຂົ້າຊົມເຂດສະຖານວັດພູ ແບບລ່ວງເວລາໄດ້

ລາຄາແມ່ນ: 40.000/ ຕໍ່ 1 ຄົນ ສຳລັບຄົນຕ່າງປະເທດ

5.000 ກີບ / ຕໍ່ 1 ຄົນ ສຳລັບຄົນລາວ

ປີ້ເຂົ້າຊົມ ແມ່ນສາມາດໄຊ້ໄດ້ໝົດມື້

ທ່ຽວຊົມໃນຂົງເຂດພື້ນຖີ່ມໍລະດົກໂລກຕ່າງໆ ກະລຸນາປືກສາ ພະນັກງານຕ້ອນຮັບ ທີ່ຫໍພິພິທະພັນ

ຂໍ້ມູນຈາກ: http://www.vatphou-champassak.com/lo/site-de-vat-phu
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...