Homeສຸຂະພາບ ແລະ ສີ່ງແວດລ້ອມ9 ວິທີ ເບິ່ງແຍງສຸຂະພາບຂອງຜູ້ຊາຍ

9 ວິທີ ເບິ່ງແຍງສຸຂະພາບຂອງຜູ້ຊາຍ

Published on

ຜູ້ຊາຍ ເປັນຄົນທີ່ເອົາໃຈຍາກ ຕ້ອງມີເທັກນິກໃນການໂນ້ມນ້າວຈິດໃຈ ຈຶ່ງລົງມືປະຕິບັດສິ່ງໃດໜຶ່ງ ທັງໆທີ່ຮູ້ວ່າສິ່ງນັ້ນດີກັບຕົວເອງ, ສະນັ້ນ ບໍ່ວ່າ ເຈົ້າຈະຢູ່ໃນບົດບາດໃດ ຈະເປັນແມ່, ຄົນຮັກ, ເອື້ອຍ ເຮົາມີວິທີດີໆມາບອກ ເພື່ອຊ່ວຍສະໜັບສະໜູນ ແລະສົ່ງເສີມໃຫ້ “ຜູ້ຊາຍທີ່ເຈົ້າຮັກ” ມີສຸຂະພາບດີຂຶ້ນ

  1. ກິນນໍ້າ 1 ແກ້ວຫຼັງຈາກຕື່ນນອນ: ດ້ວຍການກຽມນໍ້າ 1 ແກ້ວໄວ້ ຫຼັງຈາກຕື່ນນອນ ເພາະການດື່ມນໍ້າທັນທີຫຼັງຈາກຕື່ນນອນດີຕໍ່ສຸຂະພາບ ແລະຄວນດື່ມກ່ອນໄປຖູແຂ້ວ ເພາະນໍ້າລາຍໃນປາກມີແບັກທີເລຍທີ່ດີຕໍ່ລຳໄສ້ ຊ່ວຍເລື່ອງການຂັບຖ່າຍ ແລະຍັງຊ່ວຍຫຼຸດຄວາມສ່ຽງເລື່ອງຕ່ອມລູກໝາກອັກເສບ
  2. ກິນອາຫານເຊົ້າ: ກຽມອາຫານເຊົ້າທີ່ເຂົາມັກໄວ້ໃຫ້ ເພາະການກິນອາຫານເຊົ້າ ຊ່ວຍຫຼຸດຄວາມສ່ຽງເລື່ອງສຸຂະພາບໄດ້ຫຼາຍເຊັ່ນ: ຫຼຸດເສັ້ນເລືອດອຸດຕັນ, ພະຍາດຫົວໃຈ ແລະສະໝອງເສື່ອມ
  3. ກຽມໝາກໄມ້ໄວ້ໃຫ້ກິນງ່າຍ: ການປອກໝາກໄມ້ເປັນປ່ຽງແຊ່ໄວ້ໃນຕູ້ເຢັນ ແລະໃສ່ຈານໄວ້ຫຼັງອາຫານ ປະໄວ້ໃກ້ກັບເຂົາໃຫ້ກິນງ່າຍ ຈະຊ່ວຍໃຫ້ເຂົາກິນໝາກໄມ້ໃຫ້ຫຼາຍຂຶ້ນ ດ້ວຍການດັດແປງໝາກໄມ້ທີ່ເຂົາມັກມາເປັນອາຫານວ່າງ ຈະເຮັດໃຫ້ເຂົາກິນໝາກໄມ້ໃຫ້ຫຼາຍຂຶ້ນ
  4. ຊວນໄປອອກກຳລັງກາຍ: ພະຍາຍາມຊວນໜຸ່ມໆໄປອອກກຳລັງກາຍ ດ້ວຍການເລືອກກິລາທີ່ຜູ້ຊາຍມັກ ຈະເຮັດໃຫ້ຜູ້ຊາຍຢາກຫຼິ້ນຫຼາຍຂຶ້ນອາດເລີ່ມຕົ້ນດ້ວຍກິລາງ່າຍເຊັ່ນ: ແລ່ນ, ຂີ່ລົດຖີບ ຫຼືຊື້ເຄື່ອງອອກກຳລັງກາຍໃຫ້ ຈະຊ່ວຍໃຫ້ເຂົາມີຄວາມຢາກອອກກຳລັງກາຍຫຼາຍຂຶ້ນ ແຕ່ບໍ່ຄວນໃຫ້ອອກຄົນດຽວ ເພາະການມີໝູ່ຈະເຮັດໃຫ້ເຂົາມ່ວນກັບການອອກກຳລັງກາຍ
  5. ທາຄີມກັນແດດ: ເພາະຈະສ່ຽງເປັນພະຍາດມະເຮັງຜິວໜັງໄດ້ ດ້ວຍການຊອກຫາຄີມກັນແດດຊະນິດທີ່ບໍ່ໜຽວຫຼາຍ ຈະຊ່ວຍປ້ອງກັນອັນຕະລາຍຈາກແສງແດດໄດ້ໃນລະດັບໜຶ່ງ
  6. ກິນປາທຸກມື້: ເພາະປາດີຕໍ່ສຸຂະພາບ ຄົງດີຖ້າທຸກມື້ອາຫານມີເມນູປາຢ່າງໜ້ອຍໜຶ່ງເມນູ ອາດປ່ຽນຮູບແນນການກິນທີ່ແຕກຕ່າງກັນໄປ ເພາະປາກມີກົດໄຂມັນທີ່ຈຳເປັນສຳລັບຮ່າງກາຍ, ດີຕໍ່ຫຼອດເລືອດຫົວໃຈ, ລະບົບປະສາດ ແລະສຸຂະພາບຈິດໃຈ
  7. ນວດ ເພື່ອຜ່ອນຄາຍ: ດ້ວຍການນວດໃຫ້ເພື່ອຜ່ອນຄາຍ ເຮັດໃຫ້ເຂົາດີຈາກຄວາມອິດເມື່ອຍ ເພາະຄວາມຄຽດເຮັດໃຫ້ກ້າມເນື້ອບໍລິເວນບ່າ, ຄໍ ແລະຫົວ ມີອາການເຄັ່ງ ຫາກໄດ້ຮັບການນວດ ຈະເຮັດໃຫ້ເລືອດໄຫຼວຽນດີຂຶ້ນ
  8. ຂະຫຍັນໃຫ້ກຳລັງໃຈ: ຜູ້ຊາຍຈະເຮັດວຽກດ້ວຍຄວາມມຸ່ງໝັ້ນ, ບາງຄັ້ງກໍເຄັ່ງຄຽດ ຜູ້ຍິງກໍຄວນໃຫ້ກຳລັງໃຈ ເພື່ອເຮັດໃຫ້ເຂົາຜ່ອນຄາຍອາລົມ
  9. ຫາເວລາໄປທ່ຽວຕ່າງແຂວງ:ໄປປົດປ່ອຍພາລະໜ້າທີ່ດ້ວຍການໄປທ່ຽວຕ່າງແຂວງ ເພາະຜູ້ຊາຍຕ້ອງການໄປທ່ຽວສະຖານທີ່ທຳມະຊາດ ຈະເຮັດໃຫ້ໄດ້ພັກຜ່ອນທາງກາຍ ແລະໃຈ ທັງເຮັດໃຫ້ຄວາມສຳພັນແໜ້ນແຟ້ນຂຶ້ນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...