Homeອຸບັດເຫດແລະປາກົດການຫຍໍ້ທໍ້ປີ 2016 ທົ່ວນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນ 89 ຄັ້ງ

ປີ 2016 ທົ່ວນະຄອນຫລວງວຽງຈັນ ມີອັກຄີໄພເກີດຂຶ້ນ 89 ຄັ້ງ

Published on

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນມາຮອດປັດຈຸບັນນີ້, ທົ່ວນະຄອນຫລວງວຽງຈັນມີອັກຄີໄພເກີດຂຶ້ນ 89 ຄັ້ງ, ມີເຮືອນຊານປະຊາຊົນ 30 ຫລັງ, ຮ້ານຄ້າ, ສາງເຄື່ອງ ແລະ ອື່ນໆຈຳນວນໜຶ່ງ, ຖືກໄຟເຜົາຜານ ມີມູນຄ່າເສຍຫາຍຫລາຍກວ່າ 10 ຕື້ກີບ. ຊຶ່ງສ່ວນໃຫຍ່ແມ່ນເກີດຈາກໄຟຟ້າລັດວົງຈອນ, ການໄຕ້ທູບທຽນບູຊາ ແລະ ອື່ນໆ, ຂະນະດຽວກັນ ພຽງແຕ່ 20 ກວ່າວັນຂອງເດືອນທັນວານີ້, ໄດ້ມີອັກຄີໄພເກີດຂຶ້ນ 3 ຄັ້ງ, ມີມູນຄ່າເສຍຫາຍປະມານ 650 ລ້ານກີບ, ຊຶ່ງສາເຫດຫລັກ ກໍແມ່ນເກີດຈາກໄຟຟ້າລັດວົງຈອນ.

ທ່ານຮອງຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ເວົ້າອີກວ່າ: ອັກຄີໄພເກີດຂຶ້ນໃນໄລຍະຜ່ານມານັ້ນ ຖືວ່າມີຕົວເລກສູງພໍສົມຄວນ, ຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກຄວາມປະໝາດຂາດສະຕິຂອງຜູ້ນຳໃຊ້ຟືນໄຟ, ໂດຍສະເພາະການນຳໃຊ້ໄຟຟ້າເກີນຂະໜາດ, ສາຍໄຟຟ້າມີສະພາບເກົ່າແກ່, ຊຸດໂຊມແຕ່ບໍ່ປ່ຽນຖ່າຍ ເມື່ອຖືກຊົມໃຊ້ຫລາຍເທົ່າໃດ ກໍຈະພາໃຫ້ເກີດໄຟຊ໋ອດໄດ້ງ່າຍ. ນອກນັ້ນ ຍັງມີການໄຕ້ທູດທຽນບູຊາ ແລ້ວປ່ອຍປະໄວ້, ໂດຍບໍ່ມີການດັບມອດ ຊຶ່ງພາໃຫ້ເກີດໄຟໄໝ້ໄດ້ງ່າຍ.

ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ປະຊາຊົນ, ພະນັກງານ ທະຫານຕຳຫລວດ ຈົ່ງມີສະຕິລະມັດລະວັງໃນການຊົມໃຊ້ຟືນໄຟ ເມື່ອສຳເລັດພາລະກິດກໍຄວນດັບມອດທັນທີພ້ອມທັງໝັ່ນກວດກາເພື່ອຄວາມຮຽບຮ້ອຍ

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...