spot_img
Homeນານາສາລະ20 ສັບພະຄຸນ ແລະປະໂຫຍດຂອງໝາກອະໂວກາໂດ

20 ສັບພະຄຸນ ແລະປະໂຫຍດຂອງໝາກອະໂວກາໂດ

Published on

 

  1. ໝາກອະໂວກາໂດ ມີສານຕໍ່ຕ້ານອະນຸມຸນອິດສະລະ ຊຶ່ງເປັນຕົວຊ່ວຍປ້ອງກັນເຊວຕ່າງໆພາຍໃນຮ່າງກາຍບໍ່ໃຫ້ຖືກທໍາລາຍ
  2. ສາມາດຊ່ວຍຫຼຸດຮອຍຫ່ຽວແຫ້ງ
  3. ຊ່ວຍບໍາລຸງ ແລະປິ່ນປົວສາຍຕາ
  4. ຊ່ວຍຫຼຸດນໍ້າໜັກ ແລະຫຼຸດລະດັບໄຂມັນຊະນິດແຫຼວ
  5. ເປັນແຫຼ່ງຂອງກົດໄຂມັນຊະນິດ HDL ຊຶ່ງມີປະໂຫຍດຕໍ່ຮ່າງກາຍຫຼາຍ ເພາະມີຄຸນສົມບັດໃນການຊ່ວຍຫຼຸດໄຂມັນຊະນິດແຫຼວໃນເສັ້ນເລືອດ
  6. ຊ່ວຍປ້ອງກັນ ແລະຫຼຸດຄວາມສ່ຽງຂອງການເກີດມະເຮັງ
  7. ມີວິຕາມິນຊີ ຊຶ່ງຊ່ວຍປ້ອງກັນການເປັນຫວັດໄດ້
  8. ຊ່ວຍປ້ອງກັນການເກີດພະຍາດເລືອດອອກຕາມວ່າງແຂ້ວ
  9. ຊ່ວຍປ້ອງກັນການເກີດພະຍາດປາກນົກກະຈອກ
  10. ມີໂປຣຕີນສູງກວ່າໝາກໄມ້ຊະນິດອື່ນ ເປັນໂປຣຕີນທີ່ຍ່ອຍງ່າຍ, ມີເສັ້ນໃຍອາຫານສູງ ຊ່ວຍໃນການຂັບຖ່າຍໄດ້ເປັນຢ່າງດີ
  11. ໄຂມັນໃນໝາກອະໂວກາໂດຊ່ວຍດູດຊຶມສານແຄໂຣທີນ ຊຶ່ງເປັນຕົວຊ່ວຍຕໍ່ຕ້ານອະນຸມຸນອິດສະລະ
  12. ການກິນອະໂວກາໂດເປັນປະຈໍາຊ່ວຍປ້ອງກັນ ແລະຫຼຸດຄວາມຖີ່ຂອງການເກີດພະຍາດມຶນຊາ
  13. ມີປະໂຫຍດຫຼາຍ ເໝາະໃຫ້ລູກນ້ອຍກິນເປັນອາຫານເສີມ
  14. ມີໂຟເລດສູງ ຊຶ່ງເປັນແຮ່ທາດທີ່ມີຄວາມສໍາຄັນສໍາຫຼັບຄົນຖືພາ ແລະຈໍາເປັນສໍາຫຼັບເດັກນ້ອຍໃນທ້ອງ
  15. ນໍ້າມັນອະໂວກາໂດເປັນນໍ້າມັນທີ່ດູດຊຶມເຂົ້າສູ່ຜິວໜັງໄດ້ດີທີ່ສຸດ
  16. ນໍ້າມັນອະໂວກາໂດສາມາດເອົາມາໃຊ້ນວດຫົວໄດ້ເພື່ອຊ່ວຍເລັ່ງການງອກຂອງເສັ້ນຜົມ
  17. ປະໂຫຍດນິຍົມກິນເປັນໝາກໄມ້ສົດ ຫຼືກິນຮ່ວມກັບໄອສະຄີມ, ນົມຂຸ້ນຫວານ…
  18. ເນື້ອຂອງອະໂວກາໂດສາມາດເອົາມາປຸງແຕ່ງອາຫານແທນເນີຍໄດ້
  19. ສາມາດນໍາມາສະກັດນໍ້າມັນເຮັດເປັນເຄື່ອງສໍາອາງໄດ້
  20. ສາມາດໃຊ້ບໍາລຸງຜິວພັນ ແລະເສັ້ມຜົມ ໂດຍສະເພາະຢ່າງຍິ່ງຄົນທີ່ມີຜິວແຫ້ງ ຈະຊ່ວຍເຮັດໃຫ້ມີຜິວພັນເປັ່ງປັ່ງຂຶ້ນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...