Homeນານາສາລະສິ່ງທີ່ຄວນຮູ້ກ່ອນກິນທຸລຽນ ກິນແນວໃດໃຫ້ປອດໄພ

ສິ່ງທີ່ຄວນຮູ້ກ່ອນກິນທຸລຽນ ກິນແນວໃດໃຫ້ປອດໄພ

Published on

ໝາກທຸລຽນ ເປັນໝາກໄມ້ທີ່ຫຼາຍຄົນມັກກິນ ແລະໄດ້ຂຶ້ນຊື່ວ່າເປັນໝາກໄມ້ທີ່ມີປະໂຫຍດຫຼາຍ ເພາະຄວາມຫອມຫວານ ແລະກິ່ນທີ່ຊວນກິນນັ້ນ ຈຶ່ງເປັນຈຸດດຶງດູດທີ່ດີ ແຕ່ຫາກກິນແບບບໍ່ຄຳນຶງເຖິງສຸຂະພາບ ອາດສ່ຽງຕໍ່ສຸຂະພາບໄດ້ ຈຶ່ງໄດ້ນຳຂໍ້ທີ່ຄວນຮູ້ກ່ຽວກັບທຸລຽນມາຮູ້ນຳກັນ

ທຸລຽນເປັນແຫຼ່ງສານອາຫານປະເພດຄາໂບໄຮເດດ ຫາກຢາກກິນເພື່ອໃຫ້ໄດ້ສານອາຫານ ຕ້ອງກິນໃນທຸລຽນບໍ່ເກີນ 2 ອັນ, ຫາກກິນຫຼາຍກວ່ານັ້ນ ຈະເປັນການທໍາຮ້າຍຮ່າງກາຍໄດ້ ເພາະໄດ້ຮັບສານອາຫານຫຼາຍເກີນໄປ ທີ່ຮ່າງກາຍຈະຮັບໄດ້

ທຸລຽນມີປະລິມານໄຂມັນຫຼາຍ ແລະຄາໂບໄຮເດດສູງ ຫາກກິນຫຼາຍ ຫຼືກິນຕະຫຼອດ ຈະສົ່ງຜົນຕໍ່ປະລິມານນໍ້າຕານ ແລະໄຂໄມໃນເລືອດເພີ່ມສູງຂຶ້ນ

ຫ້າມກິນທຸລຽນ ກັບເຄື່ອງດື່ມທີ່ມີທາດແອວກໍຮໍເດັດຂາດ ເພາະຈະເຮັດໃຫ້ຮ້ອນຕົນໂຕ ຈົນບໍ່ສະບາຍໄດ້ ແລະຈະເຮັດໃຫ້ການຢາກນໍ້າຢ່າງແຮງ ຫຼືອາດເຮັດໃຫ້ຮ້ອນໃນຢ່າງແຮງ ອາດເຖິງຂັ້ນເສຍຊີວິດລົງໄດ້ ແລະຫ້າມໃຫ້ຜູ້ທີ່ເປັນເບົາຫວານ, ພະຍາດຫົວໃຈ ແລະພະຍາດຄວາມດັນເລືອດສູງກິນທຸລຽນເດັດຂາດ ຫຼືຖ້າຫາກຢາກກິນແຮງ ກໍຄວນກິນໃນປະລິມານໜ້ອຍກວ່າຄົນປົກກະຕິ

ການກິນທຸລຽນ ຫາກກິນແບບບໍ່ຄຳນຶງ ກໍຈະສົ່ງຜົນເສຍຕໍ່ຮ່າງກາຍ ຫຼືອາດເຖິງຂັ້ນເສຍຊີວິດໄດ້ ແລະກໍຄວນກິນໃນປະລິມານທີ່ພໍດີ ບໍ່ຄວນກິນຫຼາຍເກີນໄປ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...