spot_img
Homeຂ່າວຕ່າງປະເທດເສຍຊີວິດແລ້ວ 12 ຄົນ ຫຼັງລົດບັນທຸກພຸ່ງຕໍາກາງຕະຫຼາດຄຣິດສະມາດຕ໌ເຢຍລະມັນ

ເສຍຊີວິດແລ້ວ 12 ຄົນ ຫຼັງລົດບັນທຸກພຸ່ງຕໍາກາງຕະຫຼາດຄຣິດສະມາດຕ໌ເຢຍລະມັນ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 20 ທັນວານີ້ວ່າ: ເຫດສະເທືອນຂວັນຄົນຮ້າຍຂັບລົດບັນທຸກພຸ່ງຕໍາປະຊາຊົນໃນຍ່ານການຄ້າຕະຫຼາດຄຣິດສະມາດຕ໌ ກາງນະຄອນເບີລິນ ປະເທດເຢຍລະມັນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 12 ຄົນ ແລະບາດເຈັບ 48 ຄົນ ຫຼັງເກີດເຫດຄົນຂັບລົດບັນທຸກພະຍາຍາມຫຼົບໜີ ແຕ່ຖືກເຈົ້າໜ້າທີ່ຕໍາຫຼວດຈັບກຸມໂຕໄວ້ໄດ້ ຜູ້ເຫັນເຫດການເລົ່າວ່າ ລົດບັນທຸກຄັນນີ້ຂັບມາດ້ວຍຄວາມໄວ ໂດຍບໍ່ມີທີທ່າຈະຢຸດ ຫຼືລໍແຕ່ຢ່າງໃດ ກ່ອນພຸ່ງຕໍາຈົນມີຜູ້ເສຍຊີວິດ ແລະບາດເຈັບ ພາຍຫຼັງພົບຫຼັກຖານວ່າຜູ້ກໍ່ເຫດ ເດີນທາງມາຈາກປາກີສະຖານ ເຂົ້າມາຢູ່ໃນເຢຍລະມັນໃນຖານະຜູ້ລີ້ໄພ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...