spot_img
Homeຂ່າວຕ່າງປະເທດຈີນເຕືອນມົນລະພິດລະດັບສູງສຸດ ປິດໂຮງງານນັບຮ້ອຍ

ຈີນເຕືອນມົນລະພິດລະດັບສູງສຸດ ປິດໂຮງງານນັບຮ້ອຍ

Published on

ຈີນປະສົບບັນຫາມົນພາວະເປັນພິດ ສັ່ງປິດໂຮງງານກວ່າ 700 ແຫ່ງ ກຽມແພດໝໍຮອງຮັບຜູ້ເຈັບປ່ວຍຈາກການໄດ້ຮັບມົນລະພິດ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 19 ທັນວາທີ່ຜ່ານມານີ້ວ່າ: ຫຼາຍເມືອງຂອງຈີນ ຫຼຸດປະລິມານລົດແລ່ນຕາມທ້ອງຖະໜົນ ແລະສັ່ງປິດໂຮງງານຫຼາຍແຫ່ງ ຊົ່ວຄາວທ່າມກາງປະກາດເຕືອນມົນພາວະລະດັບສີແດງ ໂດຍໃນປັກກິ່ງເມືອງຫຼວງຂອງຈີນ ມີການສັ່ງປິດໂຮງງານກວ່າ 700 ແຫ່ງ ແລະຕໍາຫຼວດຈະລາຈອນຍັງສັ່ງຫ້າມຜູ້ຂັບຂີ່ຍານພາຫານະຕາມທ້ອງຖະໜົນ ດ້ວຍການຕິດຕາມຈາກປ້າຍທະບຽນຂອງພວກເຂົາດ້ວຍ ນອກຈາກນີ້ ຫຼາຍເມືອງຍັງສັ່ງປິດໂຮງຮຽນ ແລະປ່ອຍມາດຕະການເຕືອນ ຫຼັງຫຼາຍເມືອງທາງເໜືອນຂອງຈີນ ໄດ້ມີປະກາດເຕືອນລະດັບສີແດງ ຕັ້ງແຕ່ຄືນວັນທີ 16 ທັນວາທີ່ຜ່ານມາ ແລະໄປເຖິງວັນທີ 21 ທັນວາທີຈະມາເຖິງນີ້ດ້ວຍ ທັງນີ້ ທາງການເຫີເປ່ຍ ມົນທົນທາງເໜືອ ສັ່ງໃຫ້ໂຮງງານຖ່ານຫີນ ແລະຊີເມນຕ໌ ໃຫ້ຢຸດເຮັດການຊົ່ວຄາວ.

ສໍາຫຼັບມາດຕະການອື່ນໆ ທາງການຈີນ ໄດ້ກຽມຄະນະແພດໝໍສໍາຫຼັບຊ່ວຍເຫຼືອຜູ້ທີ່ເຈັບປ່ວຍທີ່ມີອາການໜັກມາຈາກສະພາວະມົນລະພິດນີ້ດ້ວຍ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...