spot_img
Homeຂ່າວພາຍ​ໃນນັກເຕະບຣາຊິນຫຼັ່ງນ້ຳຕາ ເລົ່າເຫດການລອດຕາຍຈາກເຫດການເຮືອບິນຕົກ

ນັກເຕະບຣາຊິນຫຼັ່ງນ້ຳຕາ ເລົ່າເຫດການລອດຕາຍຈາກເຫດການເຮືອບິນຕົກ

Published on

ຈາກກໍລະນີທີ່ນັກເຕະບານ ແລະ ເຈົ້າໜ້າທີ່ທີມ ຊາເປເອນເຊ່ ສະໂມສອນຈາກລີກບຣາຊິນ ປະສົບອຸບັດຕິເຫດເຮືອບິນຕົກລະຫວ່າງເດີນທາງໄປແຂ່ງຂັນໃນເສິກ ໂຄປາ ຊູດາເມຣິການາ ຮອບຊິງຊະນະເລີດ ກັບ ແອຕເລຕິໂກ້ ນາຊິອອງນາລ ທີ່ ໂຄລົມບີ ໂດຍນັກເຕະ ແລະ ທີມງານຮວມເຖິງຜູ້ສື່ຂ່າວຂອງທີມເສຍຊີວິດທັງໝົດ 71 ຄົນ ລອດຊີວິດພຽງ 3 ຄົນ

ຫຼ້າສຸດ ເມື່ອວັນທີ 19 ທັນວາ 2016 ເວັບໄຊເດລີເມລ ລາຍງານວ່າ ອາລັນ ຣັສເຊລ ກອງຫຼັງຊາເປໂຄເອນເຊ່ ໜຶ່ງໃນນັກເຕະທີ່ລອດຕາຍຢ່າງປະຕິຫານຈາກເຫດການດັ່ງ ອອກມາໃຫ້ສຳພາດຄັ້ງທຳອິດ

a2_7

ໂດຍ ອາລັນ ຣັສເຊລ ກ່າວທັງນ້ຳຕາວ່າ ມີແຕ່ພະເຈົ້າອະທິບາຍໄດ້ວ່າເປັນຫຍັງລາວຈິ່ງລອດຕາຍ ເຊິ່ງການລອດຊີວິດໃນຄັ້ງນີ້ຂອງລາວ ສ່ວນໜຶ່ງເປັນເພາະຄຳສັ່ງຂອງ ກາດູ ເກົາໂຊ ຜູ້ອຳນວຍການສະໂມສອນ ທີ່ບອກໃຫ້ລາວຍ້າຍໄປນັ່ງແຖວໜ້າແທນທີ່ຂອງນັກຂ່າວ ໂດຍຕອນທຳອິດເຂົາຈະບໍ່ຍ້າຍບ່ອນນັ່ງເດັດຂາດ ແຕ່ເມື່ອເພື່ອນຮ່ວມທີມຂອງລາວຢ່າງ ແຈັກສັນ ໂຟລແມນ ບອກວ່າຈະຍ້າຍໄປນັ່ງນຳ ລາວຈິ່ງຍອມຍ້າຍບ່ອນນັ່ງ ສ່ວນ ແຈັກສັນ ໂຟລແມນ ທີ່ຍ້າຍໄປນັ່ງນຳລາວນັ້ນກໍ່ລອດຊີວິດເຊັ່ນດຽວກັນ
ນັກເຕະຜູ້ທີ່ລອດຊີວິດໃນເຫດການຄັ້ງນີ້ມີ 3 ຄົນຄື:​ ອາລັນ ຣັສເຊລ, ແຈັກສັນ ໂຟລແມນ ແລະ ນາໂຕ້ ແຕ່ນາໂຕ້ ຍັງບາດເຈັບສາຫັດ ຕ້ອງໄດ້ນອນຮັກສາຕົວຕໍ່ໄປທີ່ໂຮງໝໍ

ອາລັນ ຣັສເຊລ ຍັງກ່າວອີກວ່າ ຈາກເຫດການໜ້າເສົ້າຄັ້ງນັ້ນ ເຮັດໃຫ້ລາວເຫັນຄຸນຄ່າການໃຊ້ຊີວິດ ແລະ ແບ່ງປັນສິ່ງດີໆໃຫ້ກັບຄົນອື່ນ ເຊິ່ງລາວສັນຍາວ່າຈະເຮັດທຸກຢ່າງໃຫ້ຊາເປໂຄເອນເຊ່ກັບມາມີຄວາມສກອີກຄັ້ງ ໂດຍລາວຈະຝຶກຊ້ອມຢ່າງໜັກ ເພື່ອຈະໄດ້ກັບມາລົງສະໜາມອີກຄັ້ງໃນໄວໆນີ້

https://youtu.be/UKklalALZik

 

ຂ່າວຈາກ: http://hilight.kapook.com/view/146749
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...