spot_img
Homeຂ່າວຕ່າງປະເທດປາຕິຫານ! ເຮືອບິນຣັດເຊຍຕົກ ແຕກອອກເປັນ 3 ປ່ຽງ ລອດຊີວິດໝົດລຳ ແຕ່ສາຫັດ 16 ຄົນ!

ປາຕິຫານ! ເຮືອບິນຣັດເຊຍຕົກ ແຕກອອກເປັນ 3 ປ່ຽງ ລອດຊີວິດໝົດລຳ ແຕ່ສາຫັດ 16 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ທັນວານີ້ວ່າ ເຮືອບິນອິີນຢູຊີນ IL-18 (Ilyushin IL-18) ຂອງກອງທັບຣັດເຊຍ ຊຶ່ງພາຜູ້ໂດຍສານ 32 ຄົນ ແລະ ລູກເຮືອ 7 ຄົນ ບິນອອກຈາກເມືອງຄານສ໌ ປະສົບອຸບັດເຫດຂະນະລົງຈອດສຸກເສີນ ໃກ້ກັບເມືອງທິດຊີ ໃນເຂດຊີເບຣີ ປະເທດຣັດເຊຍ ໃນມື້ນີ້ (19 ທັນວາ) ໂດຍໂຊກດີທີ່ບໍ່ມີໃຜເສຍຊີວິດ ມີພຽງຜູ້ໄດ້ຮັບບາດເຈັບ 23 ຄົນ ຖືກນຳສົ່ງໂຮງໝໍ ໂດຍໃນນີ້ອາການສາຫັດ 16 ຄົນ.

ສຳນັກຂ່າວ TASS ຂອງຣັດເຊຍ ໄດ້ແຈ້ງວ່າ ນັກບິນໄດ້ຂໍລົງຈອດສຸກເສີນ ຂະນະທີ່ຢູ່ຫ່າງຈາກເມືອງທິດຊີ ປະມານ 30 ກິໂລແມັດ ໃນເວລາ 04:45 ໂມງ ຕອນເຊົ້າຂອງວັນທີ 19 ທັນວານີ້ ຕາມເວລາໃນທ້ອງຖິ່ນ ແລ້ວຕົກກະແທກລົງພື້ນ ຈົນເຮືອບິນແຕກອອກເປັນ 3 ສ່ວນ ແຕ່ໂຊກດີທີ່ທຸກຄົນລອດຊີວິດແບບປາຕິຫານ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...