HomeຊີວິດແລະຄວາມຮັກWedding-Sex-loveຄວາມລັບເລື່ອງ "ເຊັກສ໌" ກັບອາຍຸຂອງຜູ້ຊາຍ ກັບການປ່ຽນແປງທີ່ສາວໆຄວນຮູ້

ຄວາມລັບເລື່ອງ “ເຊັກສ໌” ກັບອາຍຸຂອງຜູ້ຊາຍ ກັບການປ່ຽນແປງທີ່ສາວໆຄວນຮູ້

Published on

“ເຊັກສ໌” ເປັນຄວາມຮູ້ສຶກລະຫວ່າງຜູ້ຊາຍ ແລະຜູ້ຍິງ ເຊິ່ງອາດຈະມີຄວາມແຕກຕ່າງກັນ ເຊິ່ງຕາມສັນຊາດຕະຍານແລ້ວ ຜູ້ຊາຍຈະໃຫ້ຄວາມສຳຄັນກັບເລື່ອງນີ້ເປັນພິເສດ ແຕ່ສຳລັບຜູ້ຍິງບາງຄົນອາດຄິດວ່າມັນເປັນເລື່ອງນ້ອຍໆ ໃນຊີວິດຄູ່ ແລະເລືອກທີ່ຈະບໍ່ໃຫ້ຄວາມສົນໃຈກັບມັນຫຼາຍ, ແຕ່ສາວໆຄວນຈື່ໄວ້ວ່າ ບໍ່ວ່າຜູ້ຊາຍຈະຢູ່ໃນຊ່ວງອາຍຸໃດ ທຸກຄົນລ້ວນຢາກໃຫ້ມີເຊັກສ໌ຫຼາຍທີ່ສຸດ ເທົ່າທີີຮ່າງກາຍຈະສາມາດເຮັດໄດ້, ດັ່ງນັ້ນ ເຊັກສ໌ທີ່ຜູ້ຊາຍມັກ ອາດຈະເປັນການທີ່ສາວໆຊ່ວຍເຮັດໃຫ້ພວກເຂົາ ໄດ້ຮູ້ສຶກຜ່ອນຄາຍ ແລະເຖິງຈຸດສຸດຍອດໄດ້ ແບບບໍ່ຕ້ອງເມື່ອຍຫຼາຍ, ຍິ່ງອາຍຸຫຼາຍແຮງກໍຈະຫຼຸດລົງ ໃຜທີ່ຢາກໃຫ້ຜູ້ຊາຍມີຄວາມສຸກກັບຮັກໃນຊີວິດຄູ່ໃຫ້ກັບມາອີກຄັ້ງ ເຖິງແມ່ນອາຍຸຈະເກືອບ 50 ແລ້ວ, ລອງມາທຳຄວາມເຂົ້າໃຈກັບຊ່ວງອາຍຸຂອງຜູ້ຊາຍ ທີ່ສາວໆຈະໄດ້ເອົາໄປໃຊ້ໃຫ້ເໝາະສົມດີກວ່າ

  1. ຜູ້ຊາຍໃນຊ່ວງອາຍຸ 20-30 ປີ: ໃນຊ່ວງອາຍຸ 20 ປີຖືວ່າເປັນຊ່ວງທີ່ກໍາລັງຕື່ນເຕັ້ນກັບປະສົບການໃໝ່ໆ, ສຳລັບຜູ້ຊາຍ ເຊັກສ໌ທີ່ມັກໃນຊ່ວງອາຍຸນີ້ ເປັນສິ່ງທີ່ສາວໆຄວນຈັດເຕັມໃນສິ່ງທີ່ເຂົາຕ້ອງການ ແລະເປັນຊ່ວງທີ່ຜູ້ຊາຍມີກຳລັງຫຼາຍ ຈຶ່ງເປັນສິ່ງທີ່ເປັນໄປໄດ້ດີ, ເວົ້າໄດ້ວ່າອາຍຸຊ່ວງ 20-30 ປີ ເປັນຊ່ວງທີ່ມີກໍາລັງເລື່ອງເຊັກສ໌ໄດ້ເຕັມທີ່, ຫາກສາວໆ ຮູ້ຈັກສ້າງບັນຍາກາດຮັບຮອງວ່າເຊັກສ໌ ຈະເປັນໂຕຊ່ວຍໃຫ້ຄວາມຮັກຫວານຊື່ນໄດ້ຫຼາຍຂຶ້ນ
  2. ຜູ້ຊາຍໃນຊ່ວງອາຍຸ 40-50ປີ​: ຜູ້ຊາຍໃນຊ່ວງອາຍຸ 40 ນີ້ ອາດຈະຕ້ອງປະເຊີນກັບບັນຫາເລື່ອງເຊັກສ໌ທີ່ບໍ່ຄ່ອຍດີ ເຖິງແມ່ນຈະເປັນຊ່ວງອາຍຸທີ່ໃຈຮັກໃນເລື່ອງນີ້, ຍັງມີແຮງຫຼາຍພໍທີ່ຈະສ້າງສັນອາລົມຂອງຕົນເອງ ໃຫ້ສົມກັບຄວາມຕ້ອງການ ແຕ່ບັນຫາກວ່າ 10% ຂອງຜູ້ຊາຍຄືການກະຕຸ້ນອະໄວຍະວະຂອງຕົນເອງໃຫ້ແຂງໄດ້ບໍ່ດົນ ເພາະອາຍຸທີ່ເພີ່ມຂຶ້ນ ເຮັດໃຫ້ອະໄວຍະວະເພດຊາຍມີໂອກາດອ່ອນຕົວໄດ້ງ່າຍ ເຊິ່ງມາຈາກສະພາບຮ່າງກາຍທີ່ບໍ່ແຂງແຮງ, ຄວາມເສື່ອມສະພາບຕ່າງໆຕາມໄວອາຍຸ, ແຕ່ເມື່ອອາຍຸເຂົ້າ 50 ປີ ເປັນຊ່ວງທີ່ການມີເຊັກສ໌ເປັນເລື່ອງຍາກໃນບາງຄົນ ເພາະການຈະເຮັດໃຫ້ອະໄວຍະວະເພດແຂງ ຕ້ອງໃຊ້ຕົວຊ່ວຍ ແຕ່ຫາກຮ່າງກາຍແຂງແຮງ ເປັນຄົນທີ່ເບິ່ງແຍງຮ່າງກາຍຕະຫຼອດ ກໍຈະສາມາດມີເຊັກສ໌ໄດ້ຕາມໂຕເອງຕ້ອງການ ແລະເປັນຊ່ວງທີ່ສາວໆ ຈຳເປັນຈະຕ້ອງກະຕຸ້ນຝ່າຍຊາຍໃຫ້ຫຼາຍຂຶ້ນ

ເຊັກສ໌ ທີ່ຜູ້ຊາຍຖືກໃຈ ເປັນເຊັກສ໌ທີ່ເປັນໄປໄດ້ດ້ວຍດີ ແລະຕື່ນເຕັ້ນ ທີ່ຈະໄດ້ຮັບຄວາມຮ່ວມມືຈາກຝ່າຍຍິງນຳ, ໃຜທີ່ຕ້ອງການໃຫ້ເຊັກສ໌ ແລະຄວາມຮັກສົມດູນກັນໄປຕາມຊ່ວງອາຍຸ, ສາວໆກໍຄວນປັບຕົວ ແລະຮຽນຮູ້ກ່ຽວກັບຮ່າງກາຍຂອງຜູ້ຊາຍໃຫ້ຫຼາຍຂຶ້ນ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...