Homeຂ່າວທ້ອງຖິ່ນລັດຖະບານ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2017

ລັດຖະບານ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າແຜນພັດທະນາເສດຖະກິດ-ສັງຄົມ ສົກປີ 2017

Published on

ຂປລ. ​ໃນ​ແຜນ​ພັດທະນາ​ ເສດຖະກິດ–ສັງຄົມ ​ສົກ​ປີ 2017 ນີ້ ລັດຖະບານ​ໄດ້​​ເລັ່ງ​ໃສ່ 13 ​ແຜນ​ວຽກ​​ເພື່ອ​ບັນລຸ​ແຜນ​ບຸກທະລຸ ​ແລະ ຖື​ເອົາ​ແຜນ​ວຽກ​ງານ​ຈຸດ​ສຸມ ຈໍານວນ​ໜຶ່ງ​ເປັນ​ຕົວ​ຕັ້ງ ​ໂດຍ​ໄດ້ກໍານົດ​ເອົາຄາດໝາຍ​ສູ້​ຊົນ ​ທີ່​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​​​ໄດ້ນໍາ​ໄປ​ຈັດ​ຕັ້ງ​ປະຕິບັດ​ ​ເ​ພື່ອ​ເຮັດ​ໃຫ້​ວຽກ​ງານ​ດັ່ງ​ກ່າວ ​ໄດ້ບັນລຸ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ທ່ານ ສຸພັນ ​ແກ້ວ​ມີ​ໄຊ ລັດຖະມົນຕີ ​ກະຊວງ​ແຜນການ ​ແລະ ການ​ລົງ​ທືນ​ ໄດ້​ກ່າວ​ໃນ​ກອງ​ປະຊຸມ​ ແນະ​ນໍາ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ​ເສດຖະກິດ–ສັງ​ຄົມ​ແຫ່ງ​ຊາດ ​ປະ​ຈໍາປີ 2017 ​​ໃນ​ວັນ​ທີ 19 ທັນວານີ້​ວ່າ: ​ເພື່ອ​ຄວາມ​ເປັນ​ເອກະ​ພາບ​ ໃນ​ການຈັດ​ຕັ້ງ​ປະຕິບັດ ​ແຜ​ນພັດທະນາ​ເສດຖະກິດ–ສັງຄົມ​ປະ​ຈໍາປີ 2017 ​ໃຫ້ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ນັ້ນ ​ສໍາຄັນ​ຕ້ອງ​ຮັບປະກັນ​ສະຖຽນ​ລະ​ພາບ ​ທາງ​ດ້ານ​ການ​ເມຶອງ, ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​​ໃນ​ສັງຄົມ​ຢ່າງ​ໜັກ​ແໜ້​ນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ ພັດທະນາ​ປະ​ເທດ​ຊາດ, ຄຸ້ມ​ຄອງ​ເສດຖະກິດ​ມະຫາ​ພາກ​ ໃຫ້​ມີ​ສະຖຽນ​ລະ​ພາບ ​ແລະ ໝັ້ນ​ທ່ຽງ​ດ້ວຍ​ການ​ສົ່ງ​ເສີມ​ການ​ ລົງທຶນ​ທົ່ວ​ສັງຄົມ, ການ​ດໍາ​ເນີນ​ທຸລະ​ກິດ ​ແລະ ການ​ກະ​ຕຸ້ນ​ຮາກ​ຖານ​ເສດຖະກິດ​ ໃຫ້​ມີ​ສະພາບ​ຄ່ອງ​ ເພື່ອ​ຮັບປະກັນ​ໃຫ້​ຂະ​ແໜງ​ກະສິກໍາ, ອຸດສາຫະກໍາ ​ແລະ ການ​ບໍລິການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະ ​ເຮັດ​ໃຫ້​ເສດຖະກິດ​ເຕີບ​ໂຕ​ຢູ່​ໃນ​ລະດັບ 7%, ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ການ​ບໍລິການ​ຕາມ​ທ່າ​ແຮງ ​ຂອງ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​ເພື່ອ​ໃຫ້​ມີ​ຄວາມ​ຫລາກ​ຫລາຍ ​ແລະ ມີ​ຄຸນ​ນະພາ​ບ ​ເປັນ​ທີ່​ຕ້ອງການຂອງ​ຕະຫລາດ​ໃນ​ລະດັບ​ສູງ, ລາຄາ​ດີ ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ເຂົ້າ​ໃຫ້​ໄດ້ 4,35 ​ລ້ານໂຕນ, ສົ່ງ​ເສີມ​ການ​ຜະລິດ ​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ຢ່າງ​ແຂງ​ແຮງ ​ແລະ ປັບປຸງ​ລັດ​ວິ​ສາ​ຫະກິດ​ ໃຫ້​ສາມາດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ແນ​ໃສ່​ສ້າງ​ມູນ​ຄ່າ​ເພີ່ມ ​ແລະຄຸນ​ນະພາ​ບຂອງ​ສິນຄ້າ ​ແລະ ການ​ບໍລິການ​ໃຫ້​ສາມາດ​ແຂ່ງຂັນ​ ໃນ​ຕະຫລາດ​ພາກ​ພື້ນ ແລະ ສາກົນ. ພ້ອມ​ທັງ​ສົ່ງ​ເສີມ​ໂຄງການ​ເອກະ​ຊົນ ​ທີ່​ໄດ້​ຮັບ​ອະນຸມັດ​ໄປ​ແລ້ວ​ ໂດຍ​ສະ​ເພາະ​ໂຄງການ​ລົງ ທຶນ​ຂະໜາດ​ໃຫຍ່​ ໃນ​ຂົງ​ເຂດ​ພະລັງງານ, ບໍ່​ແຮ່, ອຸດສາຫະກໍາ ​ແລະ ກະສິກໍາ​ທີ່​ມີ​ຜົນ​ກະທົບ​ສູງ​ ຕໍ່​ເສດຖະກິດ​ໃຫ້​ສາມາດ​ເຄື່ອນ​ໄຫວ ​ເປັນ​ປົກກະຕິ, ຮັບປະກັນ​ແກ້​ໄຂ​ຜົນ​ກະທົບ​ຕໍ່​ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ ​ແລະ ຊຸກຍູ້​ປະຕິບັ​ດສັນຍາ​ ໃຫ້​ເຂົ້າ​ສູ່​ຂະ​ບວນການ​ຜະລິດ​ໂດຍ​ໄວ, ຊຸກຍູ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ເປັນ​ເຈົ້າ​ການ ​ໃນ​ການ​ຄົ້ນ​ຄ້ວາ​ນໍາ​ໃຊ້​ທ່າ​ແຮງ​ຂອງ​ຕົນ ​ເພື່ອ​ສ້າງ​ເປັນ​ໂຄງການ​ລະອຽດ, ​ເປັນ​ລະບົບ​ຄົບ​ຊຸດ ພ້ອມ​ທັງ​ເຕັກ​ນິກການ​ຜະລິດ, ການ​ປູ​ງ​ແຕ່ງ, ການ​ຕະຫລາດ ​ແລະ ການ​ບໍລິຫານ​ຈັດການ ​ຊັບພະຍາກອນ ຫລື ທ່າ​ແຮງ​ນັ້ນ​ໃຫ້​ຄຸ້ມ​ຄ່າ ​ແລະ ນໍາ​ໃຊ້​ຢ່າງ​ຍາວ​ນານ ​ແນ​ໃສ່​ສືບ​ຕໍ່​ແກ້​ໄຂ​ຄວາມທຸກ​ຍາກ ​ຕິ​ດພັນກັບ​ການຈັດ​ຕັ້ງ​ປະຕິບັດ ​ວຽກ​ງານ​ສາມສ້າງ​ໃຫ້​ມີ​ປະສິດທິ​ຜົນ ​ເພື່ອ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ ​ໂດຍ​ສຸມ​ໃສ່​ພັດທະນາ ​ແລະ ສ້າງ 20 ຈຸດ​ສຸມ​ຂອງ​ລັດຖະບານ ​ແລະ 71 ຈຸດ​ສຸມ​ຂອງ​ທ້ອງ​ຖີ່ນ ທີ່​ນອນ​ໃນ 70 ​ເມືອງ​ຂອງ18 ​ແຂວງ, ​ໄປ​ຄຽງ​ຄູ່​ກັບການ​ການ​ພັດທະນາ​ຊັບພະຍາກອນ ​ໃຫ້​ມີ​ຄຸນ​ນະພາ​ບ, ປັບປຸງ​ຄຸນ​ນະພາ​ບຂອງ​ການ​ສຶກສາ, ສາທາລະນະ​ສຸກ, ຍົກ​ລະດັບ​ສີມື​ແຮງ​ງານ​ລາວ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ​ຂອງ​ຕະຫລາດ​ແຮງ​ງານ ​ແລະ ຍົກ​ສະມັດ​ຕະພາບ​ຂອງ​ການ​ຜະລິດ ແລະ ການ​ບໍລິການ​ໃຫ້​ສູງ​ຂຶ້ນ, ປັບປຸງ​ນະ​ໂຍບາຍ ​ແລະ ກົນ​ໄກ​ການ​ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ ​ແລະ ນໍາ​ໃຊ້​ຊັບພະຍາກອນ​ທໍາ​ມະ​ຊາດ​ ໃຫ້​ມີ​ປະສິດທິ​ຜົນ, ​ເອົາ​ໃຈ​ໃສ່​ ໃນ​ການ​ປະຕິບັດ​ວິ​ໄນ​ແຜນການ ​ໃນ​ນັ້ນ​ແຜນ​ຕ້ອງ​ສືບ​ຕໍ່​ປັບປຸງ​ກົນ​ໄກ ​ແລະ ວິທີ​ການ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ​ ໃຫ້​ມີ​ປະສິດທິ​ຜົນ​ສູງ ​ໂດຍ​ສະ​ເພາະ​ແມ່ນ​ຕ້ອງ​ຮັບປະກັນ​ບໍ່​ໃຫ້​ມີ​ໂຄງການ​ນອກ​ແຜນ ​ແລະ ​ໂຄງການ​ລົງທືນ​ກ່ອນ​ຂອງ​ເອກະ​ຊົນ, ສືບ​ຕໍ່​ຄົ້ນ​ຄ້ວາ​ມາດ​ຕະການ​ຄຸ້ມ​ຄອງ, ບໍລິຫານ ​ແລະ ຊອກ​ວິທີ​ການ​ແກ້​ໄຂ​ໜີ້​ສີນ ​ການ​ລົງທຶນ​ຂອງ​ລັດ, ​ເຮັດ​ໃຫ້​ມີ​ສະພາບ​ຄ່ອງ​ ໃນ​ການ​ລົງທຶນ​ຂອງ​ລັດ, ຊຸກຍູ້, ຕິດຕາມ ​ແລະ ມີ​ວິທີ​ການ, ມາດ​ຕະການ​​ແກ້​ໄຂ​ຢ່າງ​ເໝາະ​ສົມ ແລະ ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ​ຕໍ່​ກັບ​ບັນ​ກດາ​ໂຄງການ​ລົງທຶນ​ລັດ​ ທີ່​ໄດ້​ອະນຸມັດ​ໃຫ້​ສາມາດ​ເຄື່ອນ​ໄຫວ​ ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ການ​ກວດກາ​ ຢ່າງ​ລະອຽດ ​ແລະ ປະ​ເມີນ​ຜົນ​ແຕ່​ຫົວທີ ກ່ອນ​ພິຈາລະນາ​ເຂົ້າ​ແຜນ ​ແລະ ພາຍຫລັງ​ໂຄງການ​ສໍາ​ເລັດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ທີ່​ຈໍາ​ເປັນ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອ​ອໍານວຍ​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງທຶນ, ຫລຸດ​ຕົ້ນ​ທຶນ​ ໃນ​ການ​ດໍາ​ເນີນ​ທຸລະ​ກິດ ​ໂດຍ​ແກ້​ໄຂ​ຂັ້ນ​ຕອນ ​ແລະ ນິຕິ​ກໍາ​ຕ່າງໆ​ທີ່​ບໍ່​ສະດວກ, ກົດ​ໜ່ວງ​ທ່ວງດຶງ ​ແລະ ສ້າງ​ຄວາມ​ຫຍຸ້ງຍາກ​ ໃຫ້​​ແກ່​ການ​ດໍາ​ເນີນ​ທຸລະ​ກິດ ໂດຍ​ສະ​ເພາະ​ປັບປຸງ​ການ​ ບໍລິຫານ​ຜ່ານ​ປະຕູ​ດຽວ ​ເພື່ອ​ໃຫ້ການ​ພິຈາລະນາ​ ອະນຸມັດ​ລົງທຶນ​ມີ​ຄວາມ​ວ່ອງ​ໄວ.

ທ່ານ ສຸພັນ ​ແກ້ວ​ມີ​ໄຊ ກ່າວ​ຕື່ມ​ວ່າ: ຈັດ​ຕັ້ງ​ຜັນ​ຂະຫຍາຍ​ກອງ​ປະຊຸມ​ໂຕະມົນ​ ປະ​ຈໍາປີ 2016 ຖະ​ແຫລ​ງການ​ວຽງຈັນ ​ວ່າ​ດ້ວຍ​ການ​ເປັນ​ຄູ່​ຮ່ວມ ​ເພື່ອ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ ພ້ອມ​ທັງ​ດຶງ​ດູດ ​ແລະ ຍາດ​ແຍ່ງ​ທຶນ​ຊ່ວຍ​ເຫລືອ​ທາງ​ການ ​ເພື່ອ​ພັດທະນາ​ຢ່າງ​ມີ​ຈຸດ​ສຸມ, ມີ​ເປົ້າ​ໝາຍ​ຈະ​ແຈ້ງ ​ແລະ ສອດຄ່ອງ​ກັບ​ເປົ້າ​ໝາຍ​ການ​ພັດທະນາ​ ຂອງ​ລັດຖະບານ, ສ້າງຖານ​ຂໍ້​ມູນ ​ແລະ ​ເກັບ​ກໍາ​ສະຖິຕິ ​ເພື່ອ​ເປັນ​ຂໍ້​ມູນ​ພື້ນຖານ​ ໃຫ້​ແກ່​ການ​ຕິດຕາມ​ພັດທະນາ​ ເສດຖະກິດ–ສັງຄົມ ​ແລະ ການ​ຕິດຕາມ​ຄວາມ​ຄືບ​ໜ້າ​ ໃນ​ແຕ່ລະ​ດ້ານ​ຢ່າງ​ເປັນ​ລະບົບ, ມີ​ຂໍ້​ມູນ​ຢ່າງ​ຊັດ​ເຈນ ​ແລະ ຢັ້ງຢືນ​ໄດ້​ຕາມ​ຄວາມ​ເປັນ​ຈິງ, ສືບ​ຕໍ່​ປັບປຸງ​ກົງຈັກ​ການຈັດ​ຕັ້ງ, ກົນ​ໄກ​ການ​ບໍລິຫານ​ລັດ​ໃຫ້​ຮັດກຸມ, ​​ໂປ່ງ​ໃສ, ວ່ອງ​ໄວ, ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ ​ໂດຍ​ການ​ສືບ​ຕໍ່​ຊັບຊ້ອນ​ພາລະ​ບົດບາດ​ ຂອງ​ບາງ​ຂະ​ແໜງ​ການ ​ທີ່​ເຫັນ​ໄດ້​ວ່າ​ຍັງ​ມີ​ການ​ທັບ​ຊ້ອນ ​ແລະ ​ແບ່ງ​ຄວາມ​ຮັບ ຜິດຊອບ​ໃຫ້​ຈະ​ແຈ້ງ ອັນ​ສໍາຄັນ​ແມ່ນ​ເນັ້ນ​ໃສ່​ ການ​ບໍລິຫານ​ລັດ​ດ້ວຍ​ກົດໝາຍ​ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ ​ແລະ ມີ​ປະສິດທິ​ຜົນ​ສູງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...