Homeນານາສາລະຄົນທີ່ສູດຢາຫຼາຍໃຫ້ກິນ 4 ສິ່ງຕໍ່ໄປນີ້ ຈະຊ່ວຍທໍາຄວາມສະອາດປອດ

ຄົນທີ່ສູດຢາຫຼາຍໃຫ້ກິນ 4 ສິ່ງຕໍ່ໄປນີ້ ຈະຊ່ວຍທໍາຄວາມສະອາດປອດ

Published on

 

  1. ແກ່ນໝາກຖົ່ວບຣາຊິນ: ເພາະອຸດົມໄປດ້ວຍວິຕາມິນອີ ແລະຊີລີນຽມ ເປັນສານທີ່ຊ່ວຍຫຼຸດຄວາມສ່ຽງຂອງມະເຮັງຕ່ອມລູກໝາກ, ມະເຮັງປອດ, ພະຍາດຫົວໃຈ ແລະຫຼອດເລືອດອຸດຕັນ.
  2. ຫົວຜັກບົວ: ມີຄຸນສົມບັດທີ່ມີປະສິດທິພາບຕ້ານພະຍາດຕ່າງໆ ມັນເປັນສານຕ້ານອະນຸມຸນອິດສະລະທີ່ທໍາຄວາມສະອາດສານພິດທີ່ມີຢູ່ໃນປອດໄດ້ ຈາກການສຶກສາໃນປະເທດສະວິດເຊີແລນ ແລະອີຕາລີ ກິນຫົວຜັກບົວ ລະຫວ່າງ 1 ເຖິງ 7 ຫົວ ຕໍ່ອາທິດ ຊ່ວຍຫຼຸດຄວາມສ່ຽງຂອງມະເຮັງລໍາໄສ້ໃຫຍ່, ກ໋ອງສຽງ ແລະຮັງໄຂ່ ນອກຈາກນີ້ຍັງຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊວມະເຮັງ.
  3. ຂີງ: ເຊັນດຽວກັນກັບຫົວຜັກບົວ ຂີງຈະຊ່ວຍເປີດຫຼອດລົມ ຊຶ່ງຊ່ວຍຂັບໄລ່ເມືອກທີ່ເປັນຂອງແບັກທີເຣຍ, ເປັນນໍ້າຢາຂ້າເຊື້ອ ແລະຕ້ານການອັບເສບຂອງປອດເສຍຫາຍ, ແກ້ອາການໄອ ແລະມີຄຸນສົມບັດຕ້ານອະນຸມຸນອິດສະລະ ແລະຊ່ວຍຫຼຸດອຸນຸນມູນອິດສະລະໃນການທໍາຄວາມສະອາດປອດ.
  4. ໝາກກ້ຽງໃຫຍ່ ( ໝາກສົ້ມໂອ ): ການສຶກສາພົບວ່າການກິນໝາກກ້ຽງໃຫຍ່ ຊ່ວຍຫຼຸດຄວາມສ່ຽງຂອງພະຍາດມະເຮັງຂອງຫຼອດອາຫານ ແລະສ່ວນເທິງຂອງລະບົບທາງເດີນຫາຍໃຈ ທີ່ມີສານຕ້ານອະນຸມຸນອິດສະລະ, ເປັນຢາຂ້າເຊື້ອ ແລະຕ້ານເຊື້ອແບັກທີເຣຍ ທັງນີ້ຈະຕ້ອງໃຊ້ເວລາ 1-3 ອາທິດເປັນຢ່າງໜ້ອຍໃນການກິນໝາກກ້ຽງໃຫຍ່ ແລະປອດຈະໄດ້ຮັບການທໍາຄວາມສະອາດຢ່າງດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...