Home​ຂ່າວບັນເທິງເປີດຮັບສະໝັກແລ້ວ ນາງສາວນະຄອນຫລວງວຽງຈັນ 2017

ເປີດຮັບສະໝັກແລ້ວ ນາງສາວນະຄອນຫລວງວຽງຈັນ 2017

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ ແອັດມິນ ມີຂ່າວງານປະກວດນາງສາວນະຄອນຫລວງວຽງຈັນໃນປີ 2017 ມາຝາກແຟນເພສ

ເຊິ່ງທາງ ເຟສບຸກ Miss Vientiane ນາງສາວນະຄອນຫຼວງວຽງຈັນ ໄດ້ມີການເປີດເຜີຍວ່າ ປັດຈຸບັນ ທາງກອງປະກວດເວທີ ນາງສາວນະຄອນຫຼວງວຽງຈັນ ໄດ້ເປີດຮັບສະໝັກສາວງາມທົ່ວນະຄອນຫຼວງວຽງຈັນ ສາວໆຄົນໃດທີ່ຄິດສົນໃຈ ແລະ ໝັ້ນໃຈວ່າຕົນເອງມີຄຸນສົມບັດພຽບພ້ອມໃນເວທີອັນຊົງກຽດນີ້ກໍ່ເຊີນທາງນີ້

ເຊິ່ງກອງປະກວດໄດ້ວາງຮູບແບບຂອງງານພາຍໃຕ້ຫົວຂໍ້ທີ່ມີຊື່ວ່າ: “ ສົ່ງເສີມມໍລະດົກ ວັດທະນະທຳ ນຳຄຸນຄ່າສູ່ແມ່ຍິງລາວ ”

ເງື່ອນໄຂຂອງຜູ້ສົນໃຈສະໝັກ:

864-1ຫາກສາວຄົນໃດສົນໃຈສະໝັກໄດ້ດ້ວຍຕົນເອງທີ່: ສູນການຄ້າ ວຽງຈັນເຊັນເຕີທຸກວັນຈັນ – ວັນອາທິດ ຕັ້ງແຕ່ເວລາ: 10.00 ໂມງ – 19.00ໂມງ.

ສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 030 5826 502, 020 5910 6099

ທີ່ມາຈາກ Facebook : Miss Vientiane ນາງສາວນະຄອນຫຼວງວຽງຈັນ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...