spot_img
Homeວັນນະກຳເລື່ອງສັ້ນຄົນດີ...ທີ່ຮັກ ຕອນທີ 5

ຄົນດີ…ທີ່ຮັກ ຕອນທີ 5

Published on

ອ່ານຕໍ່ຈາກສະບັບກ່ອນ…

ຮອຍຍິ້ມມຸມປາກທີ່ບາງເບົາຂອງຄົນຮັກທີ່ນັ່ງຢູ່ຕໍ່ໜ້າ ກັບກິນອາຍຫອມໆຂອງພິດຊ່າ ປະສານກັບເພງມ່ວນໆ ມັນຊ່າງເປັນຊ່ວງເວລາທີ່ເຕັມໄປດ້ວຍຄວາມສຸກ ຈົນຢາກຢຸດເວລາໄວ້ ບໍ່ຢາກໃຫ້ໂມເມັ້ນແບບນີ້ມັນຜ່ານໄປເລີຍ ນີ້ອາດເປັນບຸບເພສັນນິວາດທີ່ເຮັດໃຫ້ຄົນສອງຄົນທີ່ບໍ່ເຄີຍສົນໃຈໃນເລື່ອງຄວາມຮັກໄດ້ມາພົບກັນ ແລ້ວໄດ້ຕົກຫຼຸມຮັກກັນ ແລະ ກັນ

ນ້ຳຮູ້ສຶກຄືຕົວເບົາຄືຍອງຝ້າຍແທບຈະລອຍໄປຕາມອາກາດໄດ້ ຮູ້ສຶກເຂີນ ຮູ້ສຶກດີໃຈແບບສຸດໆ ເມື່ອໄດ້ຍິນຊາຍທີ່ພຽບພ້ອມທຸກຢ່າງມາສາລະພາບຮັກກັບນາງ, ແລ້ວຄວາມມະໂນຄິດຂອງນາງກໍ່ໄດ້ຢຸດລົງ ເມື່ອສຽງໂທລະສັບຊຽງດັງຂຶ້ນ

ສິດ (ລົມສາຍ): ຊຽງ! ຢູ່ໃສ? 4 ໂມງແລງລະໃດນິ ມາເຈິກັນຢູ່ເດີນເດີ້! ດຽວນີ້ເດີ້

ຊຽງ (ລົມສາຍ): ອີກຈັກໜ່ອຍ! ຕອນນີ້ຄາ

ສິດ (ລົມສາຍ):​ ຄາຫຍັງ! ມັນຈະຮອດເວລາລົງແຂ່ງແລ້ວ ຢ່າລືມ 5 ໂມງແລງລົງເດີ່ນໃດ໋!
ຊຽງ (ລົມສາຍ): ຕອນນີ້ຄາກິນອາຫານກັບແຟນຢູ່

ສິດ (ລົມສາວ ສິດຕົກໃຈເວົ້າຂຶ້ນຢ່າງແຮງ): ຫະ! ກິນອາຫານກັບແຟນ

ຊຽງ (ລົມສາວ):​ອື້

ສິດ (ລົມສາວ): ໃຜ? ຟ້າວພາລາວມາແນະນຳໃຫ້ຮູ້ຈັກດ່ວນ ພາມາສະໜາມເຕະບານພ້ອມເດີ້

ຊຽງ (ລົມສາວ):​ ດຽວຖາມລາວເບິ່ງກ່ອນ ວ່າລາວສິໄປນຳບໍ່ (ຫັນມາຖາມນ້ຳ) ເຈົ້າສິໄປເບິ່ງຂ້ອຍເຕະບານກັບໝູ່ບໍ່

ນ້ຳ (ຍິ້ມ ແລະ ງຶກຫົວເບົາໆ): ກະໄດ້

ຊຽງ (ລົມສາວ): ອື້ດຽວສິໄປດຽວນີ້ລະ

ເມື່ອວາງສາຍຈາກສິດ ພໍດີຊຽງ ກັບ ນ້ຳກໍ່ພາກັນກິນພິດຊ່າໝົດພໍດີ ຫຼັງຈາກນັ້ນຊຽງກໍ່ຈ່າຍເງິນ ແລ້ວພານ້ຳຂັບລົດມຸ່ງໜ້າໄປທີ່ເດີ່ນເຕະບານ ທີ່ເດີ່ນກິລາເຕະບານ 7 ຄົນ (ເດີ່ນເຕະບານໃນຮົ່ມ) ທີມຂອງຊຽງ ໄດ້ຕອບຮັບຄຳຖ້າ ທີມເຕະບານຈາກພາກວິຊາ ບໍລິຫານທຸລະກິດ ພາກຄ່ຳ, ຊຽງ ແລະ ນ້ຳ ໄດ້ຍ່າງຮຽງຂ້າງກັນເຂົ້າໄປຫາພວກກຸ່ມໝູ່ໃນເດີ່ນ ເມື່ອສິດ ແລະ ໄຊ ໝູ່ຮັກຂອງຊຽງເຫັນນ້ຳຍ່າງເຂົ້າໄປໃນເດີ່ນພ້ອມຊຽງ ທຸກຄົນຈົນກັບອຶ້ງ ຜູ້ສາວທີ່ຊຽງເອີ້ນວ່າແຟນທີ່ແທ້ກໍ່ແມ່ນນ້ຳ ດາວຄະນະວິທະສາດຄອມພິວເຕີ ປີ 3 ຂັວນໃຈຂອງຊາຍໜຸ່ມຫຼາຍຄົນນັ້ນເອງ ໃນເວລາວອມຮ່າງກາຍ ສິດ ກັບ ໄຊ ໄດ້ຖາມຊຽງ ກ່ຽວກັບເລື່ອງນ້ຳ

ໄຊ: ຊຽງ ຈົບລາຍການນີ້ເຮົາຕ້ອງລົມກັນຍາວແລ້ວໃດ

ຊຽງ: ມີຫຍັງຕ້ອງລົມອີກ

ສິດ: ອ້າວ! ເລື່ອງນ້ຳຫັ້ນເດະ! ໂຕໄປລໍ້ລວງລາວມາເປັນແຟນໂຕໄດ້ຈັ່ງໃດ? ເປັນແຟນກັນຕັ້ງແຕ່ເມື່ອໃດ

ຊຽງ: ແລ້ວເປັນຫຍັງເຮົາຕ້ອງຕອບຄຳຖາມເຫຼົ່ານີ້ ກັບພວກໂຕນຳ! ໄປ໋ໆ ລົງສະໜາມກັນດີກວ່າ

ໄຊ (ກອດຄໍສິດ): ໝໍນີ້ມັກດຶກໃນອີຫຼີເວີ້ຍ!

ກ່ອນຈະລົງສະໜາມ ຊຽງໄດ້ຫັນໜ້າມາສົ່ງຍິ້ມໃຫ້ນ້ຳທີ່ນັ່ງເຊຍຢູ່ຂ້າງສະໜາມ ເພື່ອເພີ່ມກຳລັງໃຈ ນ້ຳເອົາໃຈລຸ້ນເຊຍທີມຂອງຊຽງເຕັມທີ່ ຊຽງທີ່ແລ່ນຢູ່ໃນສະໜາມກໍ່ໝັ່ນສົ່ງຍິ້ມມາໃຫ້ນ້ຳເປັນໄລຍະໄລຍະ ບາງເທື່ອກໍ່ຕັ້ງໃນແລ່ນກາຍມາແຕະມືນ້ຳເບົາໆໜເລັກໜ້ອຍແລ້ວແລ່ນກໍ່ເຂົ້າເດີ່ນບານຄືນ ແລະ ໃນທີ່ສຸດທີມຂອງຊຽງກໍ່ບໍ່ເຮັດໃຫ້ນ້ຳຜິດຫວັງ ໂດຍການເອົາຊະນະທີມບໍລິຫານທຸລະກິດໄປແບບວຸດວິດ 3-2 ຫຼັງຈາກທີ່ເຕະບານແລ້ວທັງສອງທີມກໍ່ພາກັນກິນຊຸມແຊວເພື່ອມິດຕະພາບ ທຸກຄົນຕ່າງພາກັນເວົ້າຢອກທັງຊຽງ ແລະ ນ້ຳ ໃນເລື່ອງທີ່ພວກເຂົາຄົບຫາກັນ ແລະ ຍັງສະແດງຄວາມຍິນດີກັບທັງຄູ່ ເມື່ອຮອດເວລາປະມານ 20:00 ໂມງ ນ້ຳກໍ່ຂໍຕົວກັບກ່ອນວົງເລີກ ເພາະເປັນຫ່ວງເກດທີ່ນອນຢູ່ຫ້ອງຄົນດຽວ ເຊິ່ງຊຽງກໍ່ຂໍຕົວກັບພ້ອມນ້ຳເລີຍ ເພາະຈະໄດ້ໄປສົ່ງນ້ຳທີ່ຫ້ອງພັກພ້ອມ ຂະນະທີ່ທັງສອງຂີ້ລົດມານຳທາງ ທັງສອງໄດ້ມິດງຽບສະນິດ ມິດຈົນຈະໄດ້ຍິນສຽງຫາຍໃຈຂອງທັງຄູ່ ຊຽງໄດ້ຫັນໜ້າມາເບິ່ງນ້ຳ

ຊຽງ:​ ນ້ຳ! ຄືມິດແທ້ ນັ່ງນິ້ງບໍ່ປາກບໍ່ຈາຫຍັງເລີຍ

ນ້ຳ:​ ຂ້ອຍກຳລັງຄິດວ່າ…ເອ໋…ນີ້ມັນແມ່ນຄວາມຈິງ ຫຼື ຄວາມຝັນກັນນໍ້ ຢູ່ດີໆຂ້ອຍກໍ່ຮູ້ສຶກວ່າຕອນນີ້ຂ້ອຍເປັນ ຊິນເດີເຣລ່າ ມີເຈົ້າຊາຍຮູບງາມມາບອກຮັກ (ເອົາມືຕົບໜ້າຕົນເອງເບົາໆ) ຝັນໄປບໍ້ເຮົາ

ຊຽງເຫັນອາການ ແລະ ໄດ້ຍິນນ້ຳເວົ້າແບບນີ້ ລາວກໍ່ຟ້າວຈອດລົດຢູ່ແຄມທາງທັນທີ (ນ້ຳແນມເບິ່ງໜ້າຊຽງ) ເພື່ອພິສູດວ່າເລື່ອງເປັນຄວາມຈິງ ຫຼື ຄວາມຝັນ ຊຽງໄດ້ຫັນຕົວໄປຫານ້ຳ ແລ້ວເອົາມືທັງສອງຂ້າງຈັບຈັບບ່າຂອງນ້ຳແລ້ວດຶງເຂົ້າມາໃກ້ຕົນເອງ ຫຼັງຈາກນັ້ນກໍ່ໃຈປາກອັນນິ້ມນວນຂອງຕົນຈູບລົງໄປທີ່ໜ້າຜາກຂອງນ້ຳເບົາໆ ເວລານັ້ນນ້ຳຮູ້ສຶກຕື່ນເຕັ້ນຈັງຫວະຫົວໃຈຂອງນາງເຕັ້ນທີ່ຮ່າງກາຍຂອງນາງຕື່ນຕົວເໝືອນກັບເຄື່ອນຈັກກຳລັງທຳງານ ຕາມົນດຳທັງສອງຂ້າງຕື່ນຂຶ້ນ ຊຽງໄດ້ຈ້ອງເບິ່ງທີ່ຕາເອົາແບ້ວໆຂອງນ້ຳແລ້ວຖາມນ້ຳວ່າ

ຊຽງ: ແບບນີ້ເຈົ້າຄິດວ່າມັນເປັນຄວາມຈິງ ຫຼື ຄວາມຝັນ! ຖ້າຍັງບໍ່ແນ່ໃຈ ເອົາອີກບາດກະໄດ້

ນ້ຳຟ້າວອ່ຽງໜ້າໄປທາງຂ້າງທັນທີ ເພື່ອຫຼົບສາຍທີ່ບາດໃຈຄູ່ນັ້ນຂອງຊຽງ ນ້ຳຮູ້ສຶກອຶ້ງກັບພຶດຕິກຳຂອງຊຽງ ເພາະນ້ຳບໍ່ເຄີຍຄິດວ່າຜູ້ຊາຍສາຍນິ້ງຢ່າງຊຽງ ຈະມີໂມເມັ້ນແບບນີ້  ຊຽງຈິ່ງຄ່ອຍໆປ່ອຍໆມືທັງສອງຂ້າງທີ່ຈັບບ່າຂອງນ້ຳລົງ ແລ້ວປ່ຽນມາຈັບພວງມະໄລລົດແທນແລ້ວກໍ່ຂັບລົດໄປສົ່ງນ້ຳຮອດຫ້ອງພັກຢ່າງປອດໄພ.

ນ້ຳຄິດໃນໃຈດ້ວຍຄວາມດີໃຈ: ລາວຈູບເຮົາ! ໂຫ້… ນີ້ມັນແມ່ນຄວາມຈິງທີ່ວິເສດສຸດໆໄປເລີຍ! ອິອິອິ

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ:​ ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...