spot_img
Homeຂ່າວເຫດການ10 ເລື່ອງທີ່ຜູ້ໃຊ້ເຟສບຸກ ເວົ້າເຖິງຫຼາຍທີ່ສຸດໃນປີ 2016

10 ເລື່ອງທີ່ຜູ້ໃຊ້ເຟສບຸກ ເວົ້າເຖິງຫຼາຍທີ່ສຸດໃນປີ 2016

Published on

ສື່ສັງຄົມອອນໄລນ໌ຍັງໃຫຍ່ຂອງ ອາເມລິກາ ກໍຄືຂອງໂລກ ໄດ້ຈັດອັນດັບ 10 ເລື່ອງທີ່ຜູ້ໃຊ້ເຟສບຸກເວົ້າເຖິງຫຼາຍທີ່ສຸດໃນປີ 2016 ເຊິ່ງຈະມີເລື່ອງໃດແດ່ນັ້ນ ລາວໂພສຕ໌ ໄດ້ນຳມາໃຫ້ທ່ານໄດ້ອ່ານແລ້ວ ດັ່ງຕໍ່ໄປນີ້:

  1. ການເລືອກຕັ້ງປະທານາທິບໍດີສະຫະລັດຯ ຖືເປັນປະເດັນໃຫຍ່ແຫ່ງປີ ຈາກການປ່ຽນແປງຂົ້ວອຳນາດຄັ້ງໃຫຍ່ໃນສະຫະລັດຯ ແລະການປ່ຽນແປງຄັ້ງໃຫຍ່ຂອງໂລກກໍວ່າໄດ້
  2. ການເມືອງເບຣຊິນ ເປັນປະເດັນໃຫຍ່ເມື່ອເບຣຊິນປະສົບວິກິດທາງດ້ານການເມືອງ ເຊັ່ນ ຄວາມບໍ່ໂປ່ງໃສຂອງພາກລັດ ການໃຊ້ຈ່າຍງົບປະມານຂອງລັດຖະບານ ລວມທັງການປະທ້ວງຄັ້ງໃຫຍ່ໃນປະເທດ ຈຶ່ງມີປະເດັນເວົ້າເຖິງຫຼວງຫຼາຍເທິງເຟສບຸກ
  3. ໂປເກມອນ ໂກ ເປັນປາກົດການຄັ້ງໃຫຍ່ ສຳລັບການນຳເອົາກາຕູນຊື່ດັງມາເຮັດເປັນເກມໃຫ້ຄໍເກມໄດ້ອອກໄລ່ລ່າໂຕມອນສເຕີໃນຊີວິດຈິງ
  4. Black Lives Matter ຫຼືຄວາມຂັດແຍ້ງລະຫວ່າງຕຳຫຼວດແລະຄົນຜິວສີໃນສະຫະລັດຯ ເຊິ່ງເປັນຕົ້ນຕໍຂອງການປະທ້ວງແລະຄວາມຮຸນແຮງຄັ້ງໃຫຍ່ໃນປະເທດ
  5. ໂຣດຣີໂກ ດູແຕເຕ ແລະການເລືອກຕັ້ງປະທານາທິບໍດີຟີລິບປິນ ຜູ້ນຳຄົນສຳຄັນທີ່ມີສ່ວນເຂົ້າມາປ່ຽນແປງປະເທດຟີລິບປິນຄັ້ງໃຫຍ່ ທັງນະໂຍບາຍການກວາດລ້າງຢາເສບຕິດດ້ວຍວິທີເດັດຂາດ ການສັງຫານພໍ່ຄ້າຢາບໍ່ເລືອກໜ້າ ແລະການຍ້າຍຂົ້ວອຳນາດຈາກສະຫະລັດຯ ຫັນໄປຈັບມືກັບຈີນແລະຣັດເຊຍ
  6. ການແຂ່ງຂັນກິລາໂອລິມປິກ ເລື່ອງກິລາ ກໍເຂົ້າມາເປັນປະເດັນໃນປີນີ້ຫຼາຍເຊັ່ນກັນ
  7. Brexit ຫຼືການລົງປະຊາມະຕິຂອງສະຫະຣາຊະອານາຈັກ (ອັງກິດ) ເຊິ່ງເປັນການລົງຄະແນນແຍກໂຕອອກຈາກສະຫະພາບເອີຣົບຫຼືອີຢູ ເຊິ່ງຜົນທີ່ອອກມາປາກົດວ່າ ຝ່າຍ Leave ເຊິ່ງເປັນຝ່າຍສະໜັບສະໜຸນໃຫ້ແຍກອອກ ເປັນສຽງສ່ວນຫຼາຍ ເຮັດໃຫ້ສະຫະຣາຊະອານາຈັກແຍກອອກຈາກເອີຣົບ.
  8. ຊູເປີໂບນ ການແຂ່ງຂັນຊິງແຊ້ມອາເມລິກັນຟຸດບອລອາຊີບປະຈຳປີຂອງເອັນເອຟແອລ ຈັດຂຶ້ນວັນອາທິດສຸດທ້າຍຂອງເດືອນມັງກອນ ຫຼືວັນອາທິດທຳອິດຂອງເດືອນກຸມພາຂອງທຸກປີ ເຊິ່ງໃນແຕ່ລະປີ ງານດັ່ງກ່າວຈະຈັດຂຶ້ນແບບຍິ່ງໃຫຍ່ ອະລັງການ
  9. David Bowie (ເດວິດ ໂບອີ) ນັກຮ້ອງດັງໃນຕຳນານ ເຊິ່ງເສຍຊີວິດໄປເມື່ອຕົ້ນປີ ຈາກໂລກມະເຮັງ ສ່ວນສາເຫດທີ່ເຮັດໃຫ້ໂລກອອນໄລນ໌ເວົ້າເຖິງເລື່ອງດັ່ງກ່າວຫຼາຍ ເນື່ອງຈາກເຂົາເປັນບຸກຄົນທີ່ມີອິດທິພົນຕໍ່ນັກດົນຕີທົ່ວໂລກຫຼາຍ.
  10. ມູຮັມໝັດ ອາລີ ຍອດນັກມວຍຊາວອາເມລິກາໃນລຸ້ນເຮຟວີ່ເວດຜູ້ເປັນຕຳນານ ເຊິ່ງປະເດັນຂອງເຂົາຖືກເວົ້າເຖິງຫຼັງຈາກຂ່າວການເສຍຊີວິດເມື່ອວັນທີ 3 ມິຖຸນາ 2016 ທີ່ຜ່ານມາ.

ນັ້ນຄື 10 ເຫດການທີ່ເຖິງເວົ້າເຖິງຫຼາຍທີ່ສຸດໃນເຟສບຸກປະຈຳປີ 2016 (ຢໍ້າ ນີ້ຄືເຫດການທີ່ຄົນເວົ້າເຖິງຫຼາຍທີ່ສຸດໃນເຟສບຸກທໍ່ນັ້ນ) ທ່ານຜູ້ອ່ານເດຄິດວ່າແນວໃດ ເປັນການຈັດອັນດັບທີ່ຖືກຕ້ອງຫຼືບໍ່ ກໍສາມາດມີຄຳເຫັນໄດ້ເດີ!!

ທີ່ມາຂອງຂ່າວ  newsroom.fb.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...