spot_img
Home​ຂ່າວທ່ອງທ່ຽວໜາວນີ້ ທ່ຽວອຸດົມໄຊ

ໜາວນີ້ ທ່ຽວອຸດົມໄຊ

Published on

ທ່ອງທ່ຽວ ກັບ ລາວໂພສ໌ ມື້ນີ້ເຮົາພາກັນຂຶນເໜືອທ້າລົມໜາວ ໄປທີ່ແຂວງ ອຸດົມໄຊ ໄປຊົມທຳມະຊາດນໍ້າຕົກຕາດຫົວນໍ້າກັດຊົມວັດທະນະທຳຊົນເຜົ່າໄຫວ້ພຣະເຈົ້າສິງຄຳ ດື່ມນໍ້າຊາພັນປີ ຂີ່ເຮືອທ່ອງທ່ຽວຊົມທຳມະຊາດແຄມຂອງ ເປັນຄຳຂັວນປະຈຳແຂວງອຸດົມໄຊ ທີ່ມີປະຫວັດຄວາມເປັນມາອັນຍາວນານ.

6029

ແຂວງອຸດົມໄຊໄດ້ແຍກຕົວອອກມາຈາກແຂວງຫລວງພຣະບາງໃນປີ ຄ.ສ 1963 ໂດຍໃສ່ຊື່ວ່າແຂວງລ້ານຊ້າງ, ຕໍ່ມາໃນປີ 1965 ປຽນເປັນແຂວງເມືອງໄຊ ແລະ ສຸດທ້າຍກໍປ່ຽນມາເປັນແຂວງອຸດົມໄຊໃນປີ 1969 ຈົນມາຮອດປັດຈຸບັນ. ແຂວງອຸດົມໄຊຕັ້ງ ຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດລາວ, ມີເນື້ອທີ່ທັງໝົດກວ່າ 15,000 ກິໂລຕາແມັດແລະ ມີພົນລະເມືອງຈາກຫຼາກຫຼາຍຊົນເຜົ່າອາໃສຢູ່ເກືອບ 2ແສນຄົນ.

ແຂວງ ອຸດົມໄຊ ປະກອບມີ 7 ຕົວເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ. ຈຸດພິເສດຂອງແຂວງອຸດົມໄຊກໍແມ່ນທີ່ຕັ້ງພູມສັນຖານ ໂດຍທິດເໜືອ ຕິດກັບຫຼວງນໍ້າທາ ແລະ ສ.ປ ຈີນ, ທິດຕາເວັນອອກຕິດກັບແຂວງຜົ້ງສາລີ, ທິດໃຕ້ຕິດກັບແຂວງຫຼວງພຣະບາງ ແລະ ທິດຕາເວັນຕົກຕິດກັບແຂວງບໍ່ແກ້ວ, ຈຶ່ງເຮັດໃຫ້ອຸດົມໄຊເປັນຈຸດສູນກາງ ແລະ ເປັນທາງຜ່ານໄປມາຂອງຄົນຈຳນວນຫຼາຍ ກາຍເປັນທ່າແຮງບົ່ມຊ້ອນໜຶ່ງໃຫ້ແກ່ການທ່ອງທ່ຽວພາຍໃນແຂວງທີ່ກຳລັງຈະເລີນເຕີບໂຕ.

ອຸດົມໄຊມີອາຫານຂຶ້ນຊື່ແຊບໆຫຼາຍຢ່າງ ບໍ່ວ່າຈະເປັນເອາະໂອໂລດ, ລາບເພ້ຍອຸດົມໄຊ, ເອາະຫຼາມ ແລະ ຊຸບຜັກແກບ.

1209 3242 3249 pds_8601 pds_7602
ຂໍຂອບໃຈຂໍ້ມູນຈາກ: ທ່ຽວທົ່ວລາວ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...