spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 16 ທັນວາ ຫຼືມື້ວາງຈຳໜ່າຍເກມ Harvest Moon: Back to Nature

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 16 ທັນວາ ຫຼືມື້ວາງຈຳໜ່າຍເກມ Harvest Moon: Back to Nature

Published on

ວັນທີ 16 ທັນວາ ປີ 1999 ຫຼືມື້ນີ້ເມື່ອ 17 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Harvest Moon: Back to Nature ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍເກມນີ້ເປັນຜົນງານການພັດທະນາຈາກທີມ Victor Interactive Software ແລະຈັດຈຳໜ່າຍໂດຍ Natsume ເຊິ່ງ Harvest Moon ພາກນີ້ຖືວ່າເປັນພາກທຳອິດທີ່ທາງທີມພັດທະນາໄດ້ຕັດສິນໃຈເລືອກລົງໃຫ້ກັບແພລັດຟອຣ໌ມອື່ນທີ່ບໍ່ແມ່ນຂອງ Nintendo ລວມໄປເຖິງໄດ້ມີການຈັບເອົາໂຕລະຄອນຈາກພາກທີ່ລົງເຄື່ອງ Nintendo 64 ມາໃສ່ໄວ້ໃນພາກນນີ້ນຳ ພ້ອມທັງໄດ້ມີການປັບປ່ຽນວິຖີການໃຊ້ຊີວິດ, ບຸກຄະລິກ ແລະຄວາມສຳພັນຂອງໂຕລະຄອນແບບໃໝ່ໃນພາກ Back to Nature ນີ້. 

ພລ໋ອດເລື່ອງຂອງເກມນີ້ ຈະກ່າວເຖິງໜຸ່ມນ້ອຍຄົນໜຶ່ງທີ່ແວ່ໄປຢາມປູ່ທີ່ຟາຣ໌ມໃນຊ່ວງໜ້າຮ້ອນ, ແຕ່ວ່າປູ່ຂອງລາວພັດຄາວຽກເບິ່ງແຍງຟາຣ໌ມຈົນບໍ່ມີເວລາໃຫ້ໜຸ່ມນ້ອຍຄົນນີ້ເລີຍ ລາວຈຶ່ງຂ້ອນຂ້າງມີເວລາວ່າງທີ່ຈະອອກຍ່າງສຳຫຼວດໂຕເມືອງແລະປ່າອ້ອມໆຟາຣ໌ມ ຈົນໄດ້ໄປພົບກັບເດັກສາວຄົນໜຶ່ງ ແລະກໍໄດ້ສານສຳພັນກັນໃນເວລາຕໍ່ມາ, ພໍປິດເທີມໜ້າຮ້ອນໃກ້ຈະໝົດລົງເດັກນ້ອຍກໍໄດ້ເວລາກັບເຮືອນ ແຕ່ວ່າກ່ອນຈະກັບລາວກໍໄດ້ສັນຍາກັບເດັກສາວວ່າລາວຈະກັບມານີ້ໃນມື້ໜຶ່ງ ຈົນມາຮອດ 10 ປີຕໍ່ມາ ປູ່ຂອງເດັກນ້ອຍກໍໄດ້ເສຍຊີວິດລົງ ເດັກນ້ອຍເອງກໍເຕີບໃຫຍ່ຂຶ້ນເຂົ້າສູ່ໄວລຸ້ນພໍດີ, ມື້ໜຶ່ງລາວກໍໄດ້ກັບມາທີ່ຟາຣ໌ມຂອງປູ່ເພື່ອສານຕໍ່ກິດຈະການໃນຟາຣ໌ມ ຈາກນັ້ນເດັກໜຸ່ມກໍມີໂອກາດໄດ້ພົບກັບເຈົ້າເມືອງແລະຊາວບ້ານຄົນອື່ນໆ ເຊິ່ງທຸກຄົນມີຄວາມເຫັນກົງກັນວ່າຈະໃຫ້ໂອກາດເດັກໜຸ່ມຄົນນີ້ເບິ່ງແຍງຟາຣ໌ມຂອງໂຕເອງແລະສານສຳພັນກັບຜູ້ຄົນໃນໝູ່ບ້ານໃຫ້ໄດ້ພາຍໃນເວລາ 3 ປີ ບໍ່ສະນັ້ນລາວຈະຕ້ອງເກັບກະເປົ໋າກັບເຮືອນໄປ.  

ທາງດ້ານ Gameplay ຜູ້ຫຼິ້ນຈະໄດ້ຮັບບົດເປັນເດັກໜຸ່ມຜູ້ສືບທອດກິດຈະການເບິ່ງແຍງຟາຣ໌ມຂອງປູ່ຜູ້ທີ່ລ່ວງລັບໄປ ໂດຍມໍລະດົກທີ່ລາວໄດ້ຮັບມານັ້ນ ນອກຈາກຟາຣ໌ມແລ້ວກໍຍັງມີເມັດພັນແລະເງິນຈຳນວນໜຶ່ງຕິດໂຕ. 

ເຊິ່ງຜູ້ຫຼິ້ນມີໜ້າທີ່ທີ່ຈະຕ້ອງພັດທະນາຟາຣ໌ມໃຫ້ອອກຜົນຜະລິດໄດ້ຮຸ່ງເຮືອງ ພ້ອມກັບສ້າງສຳພັນອັນດີກັບຄົນໃນໝູ່ບ້ານ Mineral Town ພາຍໃນໄລຍະເວລາ 3 ປີ ໂດຍຜູ້ຫຼິ້ນຈະຕ້ອງບໍລິຫານທັງກິດຈະການໂຕເອງແລະຄວາມສຳພັນຕໍ່ຊາວບ້ານໃຫ້ສົມດຸນກັນນຳ. 

ໃນສ່ວນຂອງຟາຣ໌ມ ເຮົາຕ້ອງຈັດການພື້ນທີ່ໃນໄຮ່ທີ່ຮົກບໍ່ວ່າຈະເປັນຫຍ້າ, ໄມ້, ຫີນ ໂດຍສາມາດຈັດການດ້ວຍຄຽວ, ຄ້ອນ, ຂວານ ແລ້ວຈຶ່ງຄ່ອຍຂຸດດິນເພື່ອວ່ານເມັດລົງແປງປູກ, ສຳລັບພືດຜັກຕ່າງໆຈະມີອັດຕາການຈະເລີນເຕີບໃຫຍ່ບໍ່ຄືກັນ ແລະມີລາຄາຜົນຜະລິດທີ່ຕ່າງກັນ. ຍິ່ງໄປກວ່ານັ້ນພາຍໃນເກມຍັງມີການລ້ຽງສັດ ເຊັ່ນ: ໄກ່, ງົວ, ແກະ ທີ່ເຮົາສາມາດສ້າງຜົນຜະລິດຈາກມັນເພື່ອເພີ່ມເງິນໄດ້ ລວມໄປເຖິງການພັດທະນາຟາຣ໌ມໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່ານຳ, ໃນຂະນະດຽວກັນເຮົາຍັງສາມາດຕຶກປາໄປເຮັດອາຫານເປັນງານອະດິເລກໄດ້ອີກນຳ. ໂດຍພາຍໃນເມືອງເຮົາຍັງສາມາດທີ່ຈະພົບກັບເຫດການຕ່າງໆ ລວມເຖິງກິດຈະກຳເທດສະການຕ່າງໆ ແລະທີ່ເດັດທີ່ສຸດແມ່ນການຈີບສາວທີ່ສາມາດຈີບມາເປັນຄູ່ຄອງຂອງເຮົາໄດ້ນຳ. 

Fact ເລັກນ້ອຍກ່ຽວກັບເກມ Harvest Moon: Back to Nature

  • ເກມນີ້ໄດ້ຮັບຄະແນນວິຈານສະເລ່ຍຈາກຫຼາຍໆສຳນັກໃນຕ່າງປະເທດຢູ່ທີ່ປະມານ 80% ໂດຍສະເພາະທາງຕາເວັນຕົກທີ່ແນມວ່າຄວາມມ່ວນຂອງເກມນີ້ຢູ່ໃນລະດັບພໍໃຊ້ຫຼິ້ນເອົາມ່ວນໆບໍ່ມີພິດມີໄພໄດ້. 

  • ໃນວັນທີ 2 ຂອງລະດູໃບໄມ້ປົ່ງ ຈະເປັນມື້ທຳອິດຂອງເກມທີ່ຜູ້ຫຼິ້ນສາມາດບັງຄັບໂຕລະຄອນໄດ້ (ຫຼັງຈາກເບິ່ງສາກເປີດຈົນຈົບ) ເຊິ່ງມື້ດັ່ງກ່າວເຮົາສາມາດນຳໄອເທັມອອກຈາກ Toolbox ແລະນຳມາໃຊ້ໄດ້ບໍ່ຈຳກັດຈຳນວນຄັ້ງ ແລະຈະເຮັດກິດຈະກຳໄດ້ທຸກຢ່າງໂດຍບໍ່ເມື່ອຍ ຜູ້ຫຼິ້ນສາມາດໃຊ້ປະໂຫຍດຈຸດນີ້ໃນການອັບເລເວວຂວານ, ຄ້ອນ, ຄຽວ ແລະອຸປະກອນອື່ນໆຈົນເຕັມໄດ້ໃນມື້ທຳອິດຕາບໃດທີ່ຍັງບໍ່ອອກໄປດ້ານນອກກ່ອນ.

  • ເກມນີ້ຈະມີບັ໊ກຢູ່ຢ່າງໜຶ່ງຄື: ເມື່ອເຮົາຮັບໄອເທັມ Dog Balls ຈາກ Won ມາ ໃຫ້ເຮົາດຶກໄປໃຫ້ໝາຂອງເຮົາແລ້ວແລ່ນນຳໄປ ຖ້າເຮົາສາມາດຈັບລູກບານໄດ້ໃນເວລາພ້ອມກັບໝາເຮົາກໍຈະໄດ້ຮັບໄອເທັມ Dog Balls ກັບມາ 2 ອັນ (ກັບເຮົາ 1 ອັນແລະກັບໝາ 1 ອັນ) ເຊິ່ງຜູ້ຫຼິ້ນສາມາດໃຊ້ທຣິກນີ້ໃນການປັ້ມຈຳນວນ Dog Balls ແບບບໍ່ຈຳກັດຈຳນວນຄັ້ງໄດ້ເລີຍ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...