Homeນານາສາລະ10 ຢ່າງທີ່ຫ້າມຂໍຕອນໄຫວ້ພະ

10 ຢ່າງທີ່ຫ້າມຂໍຕອນໄຫວ້ພະ

Published on

 

  1. ບໍ່ຂໍ ບໍ່ໃຫ້ມີພະຍາດໂຣກໄພ: ບໍ່ມີທາງເປັນໄປໄດ້ ກາຍສັງຂານປະກອບດ້ວຍທາດສີ່: ດິນ, ນໍ້າ, ລົມ ແລະໄຟ ໜີ້ບາບເວກກໍາຈະໃຫ້ໄຮ້ພະຍາດໂຮກໄພເປັນໄປບໍ່ໄດ້
  2. ບໍ່ຂໍ ໃຫ້ການງານລາບລື່ນ: ເປັນໄປບໍ່ໄດ້ ເພາະຄວາມຄິດຂອງເຮົາບໍ່ຄືກັນ ຫຼາຍຄົນຫຼາຍຄວາມຄິດ ເຮົາຄິດຢ່າງ ຄົນອື່ນຄິດຢ່າງ ຫາກເປັນຜູ້ປະຕິບັດທໍາ ຍິ່ງຈະຕ້ອງເຂົ້າໃຈວ່າ ບໍ່ພົບປັນຫາ ປັນຫາຈຶ່ງບໍ່ເກີດ
  3. ບໍ່ຂໍ ໃຫ້ໃຈສະຫງົບ: ໃຈຢູ່ກັບເຮົາ ຈະຂໍໃຫ້ພະໃຫ້ສະຫງົບໄດ້ແນວໃດ? ຢາກໃຫ້ໃຈສະຫງົບຕ້ອງຮູ້ປ່ອຍວາງດ້ວຍຕົນເອງ
  4. ບໍ່ຂໍ ໃຫ້ຕົນເອງໄດ້ຜົນປະໂຫຍດໂດຍຝ່າຍດຽວ
  5. ບໍ່ຂໍ ໃຫ້ບໍ່ມີມານພະຈົນ
  6. ບໍ່ຂໍ ໃຫ້ທຸກສິ່ງສົມຫວັງດັ່ງໃຈ
  7. ບໍ່ຂໍ ຊື່ສຽງລາບຍົດ: ພະພຸດພະໂພທິສັດລ້ວນແຕ່ລະຖີ້ມຊື່ສຽງ ໃນເມື່ອພະອົງເອງຍັງບໍ່ປາຖໜາ ແລ້ຈະປະທານສິ່ງເຫຼົ່ານັ້ນໃຫ້ເຮົາໄດ້ແນວໃດ
  8. ບໍ່ຂໍ ໃຫ້ໃຜທົດແທນຄຸນ: ເຮັດບຸນແລ້ວບໍ່ຫວັງຜົນ
  9. ບໍ່ຂໍ ໃຫ້ພົບແຕ່ຄວາມຍຸດຕິທໍາ: ສັດໂລທັງຫຼາຍຍ່ອມເປັນໄປຕາມກໍາ ຖືກຄົນອື່ນເອົາປຽບ, ຖືກຄົນອື່ນໃສ່ຮ້າຍ ກໍເພາະເຮົາເຄີຍເຮັດກັບເຂົາໄວ້ໃນອະດີດຕະຊາດ ຊາດນີ້ຈຶ່ງຊົດໃຊ້ຄືນໃຫ້ເຂົາ
  10. ບໍ່ຂໍ ໃຫ້ຖືກເລກຖືກຫວຍ: ຖ້າຂໍແລ້ວພະທ່ານໃຫ້ ໂລກນີ້ຄົງມີແຕ່ຄົນລວຍ
  • ຫາກຈະຂໍ ຈົ່ງຂໍໃຫ້ຕົນ ແລະຜູ້ຄົນມີສະຕິປັນຍາໃນການແຍກແຍະຄວາມຖືກຜິດ, ຊົ່ວດີ ຂໍໃຫ້ມີຄວາມເມດຕາຕໍ່ຕົນເອງ ແລະສົມພອນຊີວິດຢ່າໄດ້ບຽດບຽນຕໍ່ກັນເລີຍ ຂໍໃຫ້ມີຄວາມຫານກ້າໃນການເຮັດຄວາມດີເອົາຊະນະຈິດໃຈໃຝ່ຕໍາທີ່ຈະກໍກໍາຊົ່ວໃຫ້ທັງຕົນ ແລະຜູ້ອື່ນເດືອດຮ້ອນ ເຊັ່ນນີ້ຈະດີກວ່າ

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...