spot_img
Homeຂ່າວຕ່າງປະເທດຣັດເຊຍ-ຊີຣີ ດຳເນີນການອົບພະຍົບກຸ່ມກະບົດ ອອກຈາກເມືອງອະເລບໂປ

ຣັດເຊຍ-ຊີຣີ ດຳເນີນການອົບພະຍົບກຸ່ມກະບົດ ອອກຈາກເມືອງອະເລບໂປ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ທັນວາຜ່ານມານີ້ວ່າ ເຈົ້າໜ້າທີ່ຣັດເຊຍ ແລະ ຊີຣີ ກຳລັງດຳເນີນການອົບພະຍົບກຸ່ມກະບົດ ທີ່ຍັງຫລົງເຫລືອຢູ່ໃນພື້ນທີ່ພາກຕາເວັນອອກຂອງ ເມືອງອະເລບໂປ ປະເທດຊີຣີ ຫລັງຈາກທີ່ກອງທັບຊີຣີ ເປີດບັ້ນຮົບປົດປ່ອຍເມືອງດັ່ງກ່າວ ແລະ ກຸ່ມກະບົດໄດ້ຍອມຈຳນົນ ດ້ວຍການຍອມຮັບຂໍ້ຕົກລົງຢຸດຍິງ ແລະ ອົບພະຍົບອອກຈາກເມືອງດັ່ງກ່າວ.  ກະຊວງປ້ອງກັນປະເທດຣັດເຊຍ ໄດ້ຖະແຫລງວ່າ ກຸ່ມກະບົດ ຈະຖືກອົບພະຍົບໄປເມືອງອິດລິບ ທາງພາກຕາເວັນຕົກສຽງເໜືອ ດ້ວຍຂະບວນລົດເມ 20 ຄັນ ແລະ ລົດໂຮງໝໍອີກ 10 ຄັນ.

ທັງນີ້ ການອົບພະຍົບອອກຈາກອະເລບໂປ ຂອງກຸ່ມກະບົດຕໍ່ຕ້ານລັດຖະບານຊີຣີຄັ້ງນີ້ ຖືເປັນໄຊຊະນະຄັ້ງປະຫວັດສາດຂອງ ປະທານາທິບໍດີ ບາຊາ ອັນ-ອັດຊາດ ແຫ່ງ ຊີຣີ ທີ່ຖືກກຸ່ມກະບົດດັ່ງກ່າວລຸກຮືຂຶ້ນຕໍ່ຕ້ານ ຫວັງໂຄ່ນລົ້ມອຳນາດຂອງທ່ານ ຕັ້ງແຕ່ເດືອນມີນາປີ 2011 ຜ່ານມາ.​

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...