Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຜູ້ສູງອາຍຸຄວນຫຼີກລ່ຽງ ເພາະມັນບໍ່ດີຕໍ່ສຸຂະພາບ

ອາຫານທີ່ຜູ້ສູງອາຍຸຄວນຫຼີກລ່ຽງ ເພາະມັນບໍ່ດີຕໍ່ສຸຂະພາບ

Published on

ອາຫານເປັນໜຶ່ງໃນສີ່ປັດໃຈຂອງການດຳລົງຊີວິດ ມະນຸດເຮົາແມ່ນມີຄວາມຕ້ອງການໃນທຸກມື້ ແລະ ອາຫານທີ່ເຮົາກິນເຂົ້າໄປໃນແຕ່ລະມື້ນັ້ນ ບາງອາຫານກໍ່ເປັນຜົນດີຕໍ່ຮ່າງກາຍ, ບາງອາຫານກໍ່ມີສານປະປົນທີ່ສົ່ງຜົນເສຍຕໍ່ຮ່າງກາຍ ໂດຍສະເພາະຜູ້ສູງອາຍຸ ສ່ວນຫຼາຍມັກເກີດໂຣກປະຈຳຕົວງ່າຍ ສະນັ້ນການເລືອກກິນອາຫານທີ່ມີປະໂຫຍດແມ່ນຈະສົ່ງຜົນດີຕໍ່ຮ່າງກາຍ ໃນຄໍລຳ ສຸຂະພາບ ກັບ ລາວໂພສຕ໌ ມື້ນີ້ ແອັດມິນຈະມານຳສະເໜີ ອາຫານທີ່ຜູ້ສູງອາຍຸຄວນຫຼີກລ່ຽງ ເຊິ່ງຈະມີອາຫານໃດແນ່ນັ້ນ ເຮົາມາອ່ານນຳກັນເລີຍ

ອາຫານທີ່ມີຣົດຊາດໜັກ ເຊັ່ນ: ເຂັມຫຼາຍ, ເພັດຫຼາຍ, ຫວານຫຼາຍ ອາຫານພວກນີ້ຈະເຮັດໃຫ້ເກີດກຣົດໃນກະເພາະອາຫານ ມີຄວາມສ່ຽງຕໍ່ການເປັນໂຣກໜິ້ວໝາກໄຂ່ຫຼັງ, ເບົາຫວານ, ໄຂມັນອຸດຕັນ ແລະ ຄວາມດັນເລືອດສູງໄດ້

ອາຫານຣົດຊາດຫວານ ແລະ ມີໄຂມັນສູງ ເຊັ່ນ: ເປັນອາຫານທີ່ເປັນອັນຕະລາຍ ແລະ ບໍ່ມີປະໂຫຍດຕໍ່ຮ່າງກາຍຫຼາຍ ອາຫານຈຳພວກນີ້ຈະເຮັດໃຫ້ເກີດໂຣກພະຍາດຕ່າງໆໄດ້ງ່າຍ

ເຄື່ອງດື່ມແອລກໍຮໍ ແລະ ນ້ຳອັດລົມ: ເຄື່ອງດື່ມຈຳພວກນີ້ມີໂທດຕໍ່ຮ່າງກາຍ ເຊິ່ງຫຼາຍຄົນກໍ່ຮູ້ຈັກດີ ຜູ້ທີມີອາຍຸສູງບໍ່ຄວນດື່ມເພາະຈະເຮັດໃຫ້ເສັ້ນເລືອດໃນສະໝອງແຕກໄດ້ງ່າຍ ເກີດອາການສະໝອງມຶນງົງ ຕອບສະໜອງຕໍ່ສິ່ງຕ່າງໆໄດ້ຊ້າລົງ

ຂໍ້ມູນຈາກ: http://www.thaiseniormarket.com/article-detail/397
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...