spot_img
Homeຂ່າວພາຍ​ໃນລັດຖະມົນຕີກະສິກຳຯ ສັ່ງ ຢຸດຕິການສີດຢາຂ້າເຊື້ອພາຫະນະຢູ່ດ່ານ

ລັດຖະມົນຕີກະສິກຳຯ ສັ່ງ ຢຸດຕິການສີດຢາຂ້າເຊື້ອພາຫະນະຢູ່ດ່ານ

Published on

ວັນທີ 14 ທັນວາ 2016 ມື້ນີ້, ທ່ານ ລຽນ ທິແກ້ວ ໄດ້ອອກຄຳສັ່ງເລກທີ 3773/ກປ ລົງວັນທີ 14 ທັນວາ 2016 ເລື່ອງການຢຸດຕິຊົ່ວຄາວການສີດຢາຂ້າເຊື້ອໃສ່ພາຫະນະທີ່ເດິນທາງເຂົ້າ ສປປ ລາວ.

ເນື້ອໃນຄຳສັ່ງກ່າວວ່າ ໄລຍະທີ່ຜ່ານມາການຈັດຕັ້ງປະຕິບັດສີດຢາຂ້າເຊື້ອພະຫະນະເພື່ອປ້ອງກັນການລະບາດຂອງພະຍາດສັດປີກແມ່ນມີຄວາມຕັ້ງໜ້າແລະປະສົບຜົນສຳເລັດ. ແຕ່ຕໍ່ໄປນີ້ແມ່ນໃຫ້ຢຸດຕິການສີດຢາຂ້າເຊື້ອໃສ່ພາຫະນະທຸກຊະນິດທີ່ບໍ່ໄດ້ບັນທຸກຫຼືຂົນສົ່ງສັດຫຼືພືດ, ຊິ້ນສ່ວນສັດ ຫຼືຜະລິດຕະພັນສັດຫຼືພືດ ຈົນກວ່າຈະໄດ້ຮັບແຈ້ງການຫຼືຄຳສັ່ງໃຫ້ມີການປ່ຽນແປງ. ໃຫ້ຢຸດເຊົາການເກັບຄ່າສີດຢາຂ້າເຊື້ອພາຫະນະທຸກຊະນິດ ລວມທັງລົດບັນທຸກຫຼືຂົນສົ່ງສັດຫຼືພືດ, ລົດຂົນຊິ້ນສ່ວນສັດ ຫຼືລົດບັນທຸກຜະລິດຕະພັນສັດຫຼືພືດ. ພ້ອມກັນນັ້ນກໍຮຽກຮ້ອງພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕິດຕາມກວດການການລະບາດຂອງສັດຕູພືດແລະສັດລ້ຽງຢ່າງເປັນປະຈຳ ເມື່ອມີສະພາບການຕ້ອງລາຍລານຂັ້ນເທິງຢ່າງທັນເວລາ.

15350460_916777991757010_5055993855141432120_n-1 15355631_916778105090332_3240107295253399280_n

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...