Homeຂ່າວຕ່າງປະເທດກຸ່ມກະບົດຕໍ່ຕ້ານລັດຖະບານຊີຣີ ຍອມຮັບຂໍ້ຕົກລົງ ຖອນຕົວອອກຈາກເມືອງອະເລບໂປແລ້ວ

ກຸ່ມກະບົດຕໍ່ຕ້ານລັດຖະບານຊີຣີ ຍອມຮັບຂໍ້ຕົກລົງ ຖອນຕົວອອກຈາກເມືອງອະເລບໂປແລ້ວ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ທັນວານີ້ວ່າ ຄະນະຜູ້ແທນ 3 ຝ່າຍ ໄດ້ແກ່ຝ່າຍກະບົດຕໍ່ຕ້ານລັດຖະບານຊີຣີ, ຣັດເຊຍ ແລະ ຕວກກີ ໄດ້ອອກມາຢືນຢັນຢ່າງເປັນທາງການ ໃນມື້ວານນີ້ (13 ທັນວາ) ກ່ຽວກັບການບັນລຸຂໍ້ຕົກລົງຢຸດຍິງ ແລະ ອົບພະຍົບປະຊາຊົນ ອອກຈາກເມືອງອະເລບໂປ ພາຍຫລັງທີ່ກອງທັບຊີຣີ ພາຍໃຕ້ການສະໜັບສະໜູນຂອງຣັດເຊຍ ແລະ ພັນທະມິດ ໄດ້ເປີດສາກບຸກໂຈມຕີ ເພື່ອປົດປ່ອຍເມືອງດັ່ງກ່າວ ຢ່າງໜັກໜ່ວງຕະຫລອດຫລາຍວັນທີ່ຜ່ານມາ ສົ່ງຜົນເຮັດໃຫ້ພົນລະເຮືອນຊາວຊີຣີ ແລະ ນັກຮົບຝ່າຍກະບົດ ໄດ້ທະຍອຍກັນເດີນທາງ ອອກຈາກເມືອງອະເລບໂປ ໃນມື້ນີ້ (14 ທັນວາ) ຊຶ່ງເປັນການປິດສາກການສູ້ຮົບກັນ ພາຍໃນເມືອງດັ່ງກ່າວນີ້ຢ່າງສິ້ນເຊີງ.

ການບັນລຸຂໍ້ຕົກລົງຢຸດຍິງຢູ່ເມືອງອະເລບໂປ ພາຍໃຕ້ຂໍ້ຕົກລົງ 3​ ຝ່າຍ ດັ່ງກ່າວນີ້ ຖືເປັນໄຊຊະນະຄັ້ງຍິ່ງໃຫຍ່ ສຳລັບກອງທັບ ແລະ ລັດຖະບານຊີຣີ ພາຍໃຕ້ການນຳຂອງ ທ່ານ ບາຊາ ອັນ-ອັດຊາດ ຊຶ່ງຖືກກຸ່ມກະບົດຕໍ່ຕ້ານລັດຖະບານ ລຸກຮືຂຶ້ນຫວັງໂຄ່ນລົ້ມອຳນາດຂອງ ທ່ານ ອັດຊາດ ທີ່ຍາວນານມາກວ່າ 5 ປີ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ.

ພາບຜົນເສຍຫາຍຂອງເມືອງອະເລບໂປ ຈາກສົງຄາມກາງເມືອງຊີຣີ ທີ່ແກ່ຍາວມາດົນກວ່າ 5 ປີ
ພາບຜົນເສຍຫາຍຂອງເມືອງອະເລບໂປ ຈາກສົງຄາມກາງເມືອງຊີຣີ ທີ່ແກ່ຍາວມາດົນກວ່າ 5 ປີ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...