spot_img
Homeຂ່າວເຫດການລາວ-ຫວຽດນາມ ສືບຕໍ່ຮ່ວມມື ດ້ານວຽກງານສາສະໜາ

ລາວ-ຫວຽດນາມ ສືບຕໍ່ຮ່ວມມື ດ້ານວຽກງານສາສະໜາ

Published on

ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຄະນະຜູ້ແທນຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ ນຳໂດຍ ສະຫາຍ ເຢືອງງອກເຕີ້ນ ຮອງຫົວໜ້າຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ ຫວຽດນາມ ເມື່ອວັນທີ 12 ທັນວານີ້ ທີ່ຫ້ອງຮັບແຂກສູນກາງແນວລາວສ້າງຊາດ. ໂອກາດນີ້, ສະຫາຍປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມລາວໃນຄັ້ງນີ້ຂອງ ສະຫາຍ ເຢືອງງອກເຕີ້ນ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນການເສີມສ້າງສາຍພົວພັນມິດຕະພາບ ແລະ ການ ຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ທີ່ມີມາແລ້ວ ນັ້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສະຫາຍ ເຢືອງງອກເຕີ້ນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ແຈ້ງຜົນຂອງການເຄື່ອນໄຫວຢ້ຽມຢາມລາວໃຫ້ ສະຫາຍປະທານ ສນຊ ຊາບ. ໃນວັນດຽວກັນນີ້ ກໍໄດ້ພົບປະສອງຝ່າຍລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍ ສະຫາຍ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານ ສນຊ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານຫວຽດນາມ ນຳໂດຍ ສະຫາຍ ເຢືອງງອກເຕີ້ນ. ໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວ ວຽກງານສາສະໜາຂອງແຕ່ລະປະເທດໃຫ້ກັນຊາບ ແລະ ປຶກສາຫາລື ສືບຕໍ່ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະທັງສອງຝ່າຍ ຈະຊຸກຍູ້ສົ່ງເສີມໃຫ້ອົງການພຸດທະສາສະໜາຂອງສອງປະເທດ ມີການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອເສີມຂະຫຍາຍມູນເຊື້ອສາຍພົວພັນລະ ຫວ່າງ ອົງການພຸດທະສາສະໜາສຳພັນລາວ ແລະ ອົງການພຸດທະສາສະໜາ ສສ ຫວຽດນາມ ກໍຄືພະສົງຂອງສອງປະເທດ, ແນໃສ່ຊຸກຍູ້ການເຄື່ອນໄຫວຂອງສອງອົງການພຸດທະສາສະໜາລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຂົງເຂດ, ພາກພື້ນ ແລະ ໃນໂລກໃຫ້ມີປະສິດທິຜົນສູງກວ່າເກົ່າ. ນອກຈາກນັ້ນ ກໍສືບຕໍ່ຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ກັບຄະນະກຳມະການສາສະໜາແຫ່ງ ລັດຖະບານ ສສ ຫວຽດນາມ, ຊຸກຍູ້ສາສະໜາຕ່າງໆຂອງສອງປະເທດ ມີການພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ- ສອງລັດ ແລະ ປະຊາຊົນສອງຊາດພວກເຮົາ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...