Homeຂ່າວພາຍ​ໃນສອງທີມໃຫຍ່ລາວລີກ ມີສິດເຂົ້າແຂ່ງຂັນ ເອເອັຟຊີ ຄັບ 2017

ສອງທີມໃຫຍ່ລາວລີກ ມີສິດເຂົ້າແຂ່ງຂັນ ເອເອັຟຊີ ຄັບ 2017

Published on

ສອງທີມຍັກໃຫຍ່ຈາກລາວພຣີເມຍລີກຢ່າງ ລ້ານຊ້າງ ຢູ່ໄນເຕັດ ໄດ້ເຂົ້າຫຼີ້ນໃນລາຍການ AFC CUP 2017 ແລະ ຖ້າລຸ້ນ ລາວໂຕໂຢຕ້າ ວ່າຈະສາມາດເອົາຊະນະຄູ່ແຂ່ງໃນການຫຼີ້ນຮອບເພລອ໊ອຟໄດ້ບໍ່. ຈາກການຈັບສະຫຼາກແບ່ງສາຍການແຂ່ງຂັນ AFC CUP 2017 ມີຕົວແທນຈາກສະໂມສອນ ຈາກ ລາວ ເຂົ້າຮ່ວມ 2 ທີມ ສະໂມສອນ ລ້ານຊ້າງ ຢູໄນເຕັດ ແລະ ສະໂມສອນ ລາວໂຕໂຢຕ້າ ເຊິ່ງສະໂມສອນ ລ້ານຊ້າງ ຢູໄນເຕັດ ແມ່ນຜ່ານເຂົ້າຮອບແບ່ງກຸ່ມໂດຍອັດຕະໂນມັດ ຂະນະ ທີ່ສະໂມສອນ ລາວໂຕໂຢຕ້າ ຕ້ອງໄດ້ເຕະ Play off 2 ນັດຈຶ່ງຜ່ານເຂົ້າຮອບແບ່ງກຸ່ມ . ໃນຜົນການຈົກສະຫລາກຮອບ Play off

+ ວັນທີ 31 ມັງກອນ BOEUNGKET ANGKOR ຈາກ ກຳປູເຈຍ ພົບ ລາວໂຕໂຢຕ້າ ແຂ່ງຂັນຢູ່ທີ່ປະເທດກຳປູເຈຍ.

+ ວັນທີ 07 ກຸມພາ ລາວໂຕໂຢຕ້າ ພົບ BOEUNGKET ANGKOR ຈາກ ກຳປູເຈຍ ແຂ່ງຂັນຢູ່ທີ່ລາວ.

ສ່ວນ ສະໂມສອນ ລ້ານຊ້າງ ຢູໄນເຕັດ ຖືກຈັດຢູ່ໃນກຸ່ມ H ປະກອບມີ : Yadanarbon FC or Yangon United FC ຈາກປະເທດມຽນມາ, Than Quang Ninh ຈາກປະເທດຫວຽດນາມ, Lanexang United ຈາກ ສປປ ລາວ ແລະ ທີມຊະນະ ຈາກຮອບເພລອ໊ອຟ HOME UNITED ຈາກ ສິງກະໂປ OR PHNOM PENH CROWN ຈາກ ກຳປູເຈຍ ແລະ ຂະນະທີ່ ລາວໂຕໂຢຕ້າ ຖ້າຊະນະ ໃນຮອບເພລອອຟ ຈະຢູ່ຮ່ວມກຸ່ມ F

ຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...