spot_img
Homeລົດຍົນ-ຍານພາຫະນະEP9 ລົດໄຟຟ້າລະດັບພຣີມຽມຂອງຈີນ ລົດໄຟຟ້າແລ່ນທີ່ໄວທີ່ສຸດໃນໂລກ ຈະວາງຈຳໜ່າຍໃນປີ 2019

EP9 ລົດໄຟຟ້າລະດັບພຣີມຽມຂອງຈີນ ລົດໄຟຟ້າແລ່ນທີ່ໄວທີ່ສຸດໃນໂລກ ຈະວາງຈຳໜ່າຍໃນປີ 2019

Published on

Startup ຈາກເມືອງຈີນໃນຊື່ NextEV ໄດ້ສ້າງຄວາມຮືຮາໃຫ້ກັບອຸດສາຫະກຳລົດຍົນໃນຊ່ວງໄລຍະປາຍເດືອນທີ່ຜ່ານມາ ກັບການເຜີຍລາຍລະອຽດຂອງລົດໄຟຟ້າ Supercar ຕົວຕົ້ນແບບໃນຊື່ລຸ້ນ EP9 ທີ່ຕ້ອງບອກວ່າບໍ່ທຳມະດາເລີຍ ເພາະລົດ EP9 ໄດ້ທຳລາຍສະຖິຕິການທົດສອບໃນຫຼາຍລາຍການໃນສະໜາມແຂ່ງລົດ Nürburgring ໃນປະເທດເຢຍລະມັນ ແລະ ໃນຊ່ວງເວລານີ້ ທາງບໍລິສັດໄດ້ວາງແຜນນຳລົດຕົ້ນແບບມາຜະລິດ

ຄາດວ່າລົດໄຟຟ້າລະດັບພຣີມຽມຈາກແດນມັງກອນ ຈະເຮັດຕະຫຼາດພາຍໃນແບຣນ Nio ແລະ ວາງເປົ້າໝາຍຢ່າງຊັດເຈນວ່າຈະເປັນຄູ່ແຂ່ງກັບລົດຮຸ້ນ Tesla Model X ໂດຍມັນໄດ້ເລືອກໃຊ້ແບັດເຕີຣີຂະໜາດກຳລັງ 70 kWh ໃຫ້ໄລຍະການເດີນທາງ 330 ໄມລຕໍ່ຮອບການຊາຣແບັດ (ປະມານ 530 ກິໂລແມັດ)

NextEV ຄາດວ່າລົດໄຟຟ້າຂອງເຂົາຈະຮັບມືກັບຄູ່ແຂ່ງໃນຕະຫຼາດໄດ້ຢ່າງສະບາຍ ໃນເລື່ອງຂອງລາຄາ ເຊິ່ງເຂົາໄດ້ວາງຕຳແໜ່ງຂອງແບຣນໄວ້ໃກ້ຄຽງກັບລົດຢຸໂຣບຢ່າງ BMW ຫຼື Audi ເລີຍ ໂດຍໜຶ່ງໃນຜູ້ກໍ່ຕັ້ງ NextEV ທ່ານ Jack Cheng ໄດ້ບອກໄບ້ກ່ຽວກັບເລື່ອງລາຄາໄວ້ວ່າ ຈະຢູ່ໃນລະດັບດຽວກັບລົດແບຣນດັງຂອງຍີ່ປຸ່ນຢ່າງ Toyota ແຕ່ກໍ່ບໍ່ໄດ້ບອກຊັດເຈນວ່າຈະຢູ່ໃນລາຄາລົດຮຸ້ນໃດຂອງແບຣນ Toyota

https://youtu.be/ZuN16cTtmUU

ທີ່ມາຈາກ: http://news.thaiware.com/9175.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...