Homeນານາສາລະຄວາມເຊື່ອຂອງການປິດທອງທີ່ອົງພຣະ ປິດຈຸດໃດ ເສີມດວງຊະຕາດ້ານໃດແນ່ ມາອ່ານນຳກັນເລີຍ

ຄວາມເຊື່ອຂອງການປິດທອງທີ່ອົງພຣະ ປິດຈຸດໃດ ເສີມດວງຊະຕາດ້ານໃດແນ່ ມາອ່ານນຳກັນເລີຍ

Published on

ໃນຫົວບົດ ກ່ຽວກັບຄວາມເຊື່ອ ມື້ນີ້ແອັດມິນຈະມານຳສະເໜີ ຄວາມເຊື່ອຂອງຊາວພຸດ ໃນການປິດທອງອົງພຣະ ຊາວພຸດມີຄວາມເຊື່ອວ່າແມ່ນການບຸນກຸສົນອັນຍິ່ງໃຫຍ່ ໂດຍມີຄວາມເຊື່ອທີ່ວ່າຜູ້ໃດມີໂອກາດໄດ້ປິດທອງອົງພຣະ ບໍ່ວ່າຈະເກີດຊາດໃດກໍ່ຈະມີຜິວພັນຜ່ອງໃສງົດງາມ, ມີສະຫງ່າຣາສີ ເປັນທີ່ຖືກອົກຖືກໃຈຂອງຜູ້ທີ່ພົບເຫັນ ສ່ວນອະນິສົງຜົນບຸນທີ່ໃຫ້ເຫັນໃນຊາດນີ້ ຊາວພຸດກໍ່ມີຄວາມເຊື່ອເລື່ອງການປິດທອງອົງພຣະໃນຈຸດຕ່າງໆຕັ້ງບູຮານມາຈົນເຖິງປັດຈຸບັນ ເຊິ່ງໄດ້ກ່າວໄວ້ດັ່ງນີ້:

ຖ້າປິດທອງທີ່ພຣະພັກ (ຕັກ) ມີຄວາມເຊື່ອວ່າຈະເຮັດໃຫ້ໜ້າທີ່ການງານ ຊີວິດມີຄວາມຈະເລີນຮຸ່ງເຮືອງ

ປິດທອງບໍລິເວນພຣະອຸທ (ທ້ອງ) ມີຄວາມເຊື່ອວ່າ ຈະອຸດົມສົມບນດ້ວຍຊັບສິນເງິນທອງ

ປິດທອງບໍລິເວນພຣະນາຖີ (ໄສ້ບື) ມີຄວາມເຊື່ອວ່າຕະຫຼອດທັງຊີວິດຈະຮູ້ຈັກຄຳວ່າ ອົດ ສົມບູນໄປດ້ວຍຊັບສິນ

ປິດທອງທີ່ບໍລິເວນພຣະສຽນ (ຫົວ) ມີຄວາມເຊື່ອວ່າ ຈະເຮັດໃຫ້ສະຕິປັນຍາຄວາມຈຳເປັນເລີດ ສາມາດແກ້ໄຂບັນຫາອຸປະສັກຊີວິດໄປໄດ້ຕະຫຼອດ

ປິດທອງທີ່ພຣະອຸຣະ (ໜ້າເອິກ) ມີຄວາມເຊື່ອວ່າ ເຮັດໃຫ້ມີສະຫງ່າຣາສີເປັນທີ່ຖືກໃຈຂອງຄົນທົ່ວໄປ

ປິດທອງທີ່ພຣະຫັດ (ມື) ເຮັດໃຫ້ເປັນຄົນມີອຳນາດບາຣະມີ

ປິດທອງທີ່ພຣະບາດ (ຕີນ) ເຮັດໃຫ້ສົມບູນໄປດ້ວຍທີ່ພັກອາໃສ ແລະ ຍານພາຫະນະ

ສ່ວນການປິດທອງຫຼັງພຣະນັ້ນມີການເວົ້າເຖິງເປັນພາສິດ ມີຄວາມເຊື່ອວ່າຖ້າຈະໃຫ້ການປິດທອງທັງໝົດສົມບູນແບບຕ້ອງປິດທອງດ້ານຫຼັງອົງພຣະພ້ອມ

ສິ່ງທີ່ກ່າວມາທັງໝົດຂ້າງເທິງນີ້ ກໍ່ແມ່ນຄວາມເຊື່ອທາງສາສະໜາພຸດທີ່ມີຄວາມເຊື່ອສືບຕໍ່ກັນມາແຕ່ບູຮານ ແລະ ເປັນຄວາມເຊື່ອສ່ວນບຸກຄົນ ຖ້າບຸກຄົນບໍ່ເຊື່ອໃນເລື່ອງແບບນີ້ໃຫ້ອ່ານເພື່ອຄວາມຮູ້ຄວາມບັນເທີງເທົ່ານັ້ນ

ຂອບໃຈຂໍ້ມູນຈາກ     bedtaledidea.com

http://thanaza.com/media/news-buddha141612/
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...