spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 13 ທັນວາ ຫຼືມື້ວາງຈຳໜ່າຍເກມ The Legend of Dragoon

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 13 ທັນວາ ຫຼືມື້ວາງຈຳໜ່າຍເກມ The Legend of Dragoon

Published on

ວັນທີ 13 ທັນວາ ປີ 2000 ຫຼືມື້ນີ້ເມື່ອ 16 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍເກມ The Legend of Dragoon ເທິງເຄື່ອງ PS1 ທີ່ປະເທດຝຣັ່ງ. ເຊິ່ງເກມດັ່ງກ່າວເປັນເກມແນວ RPG ທີ່ພັດທະນາໂດຍທາງ Sony ເພື່ອໃຫ້ເປັນເກມ Exclusive ສຳລັບເຄື່ອງ PS1 ໃນຕອນນັ້ນທີ່ກຳລັງເຂົ້າສູ່ຊ່ວງທ້າຍເຈນ PS1 ແລະກຳລັງປ່ຽນຜ່ານເຂົ້າສູ່ຍຸກ PS2 ພໍດີ. 

ໂດຍເກມ The Legend of Dragoon ນັ້ນມີຈຸດເດັ່ນທີ່ຄວາມແປກໃໝ່ໃນດ້ານເນື້ອຫາ ລວມເຖິງ Gameplay ໃນຕອນຕໍ່ສູ້ທີ່ຜູ້ຫຼິ້ນຕ້ຶງກົດປຸ່ມໃນຕອນບຸກເຂົ້າໂຈມຕີໃຫ້ຖືກຈັງຫວະເພື່ອຕໍ່ຄອມໂບເປັນທ່າຕ່າງໆ. ນອກຈາກນີ້ ເມື່ອຫຼິ້ນໄປຮອດຊ່ວງໜຶ່ງ ຜູ້ຫຼິ້ນຈະໄດ້ຮັບພະລັງພິເສດທີ່ສາມາດແປງເປັນນັກຮົບມັງກອນໄດ້ ໂດຍໂຕເອກແລະຄົນອື່ນໆໃນປາຣ໌ຕີ້ຈະມີພະລັງມັງກອນກັນຄົນລະສາຍແຕກຕ່າງກັນໄປ. 

Fact ເລັກນ້ອຍກ່ຽວກັບເກມ The Legend of Dragoon

  • ເກມນີ້ໄດ້ຮັບຄຳວິຈານຈາກຫຼາຍສຳນັກໄປໃນທາງບວກ ອີກທັງຍັງສາມາດເຮັດຍອດຂາຍໄປໄດ້ເຖິງ 960,000 ຊຸດໃນທະວີບອາເມຣິກາເໜືອ ແລະເກືອບ 300,000 ຊຸດໃນຍີ່ປຸ່ນ, ໂດຍຍັງມີສຳນັກຂ່າວ GamesRadar+ ເຄີຍບອກວ່າ: The Legend of Dragoon ນັ້ນມີອົງປະກອບຫຼາຍຢ່າງໃນໂຕເກມທີ່ສະແດງເຖິງຄວາມເປັນເກມແນວ RPG ທີ່ດີບໍ່ວ່າຈະເປັນດ້ານເນື້ອເລື່ອງທີ່ເລິກເຊິ່ງ, ລະບົບເກມທີ່ຂ້ອນຂ້າງເປັນມິດກັບຜູ້ຫຼິ້ນ ເຖິງວ່າຈະຍັງມືໃໝ່ແລະບໍ່ເຄີຍສຳຜັດເກມແນວ RPG ມາກ່ອນກໍຍັງມ່ວນແລະເພີດເພີນໄປກັບມັນໄດ້ ແລະຍັງມີແນວໂນ້ມທີ່ຈະທ້າຊິງຄວາມຍິ່ງໃຫຍ່ຂອງຊີຣີ Final Fantasy ໄດ້ຫາກມັນໄດ້ຮັບການພັດທະນາຕໍ່ຍອດ ແລະສະໜັບສະໜູນທີ່ດີພໍ ແຕ່ວ່າສຸດທ້າຍແລ້ວກໍເປັນທີ່ສຸດເສຍດາຍເພາະເກມນີ້ກໍບໍ່ມີການເຮັດພາກຕໍ່ອອກມາຈົນເຖິງທຸກມື້ນີ້.  

  • ວັນທີ 22 ທັນວາ 2010 ທາງ Sony ໄດ້ວາງຈຳໜ່າຍເກມນີ້ແບບ Digital Download ໃນ PlayStation Store ຂອງເຄື່ອງ PS3 ແລະປ່ອຍເວີຊັ່ນພາສາອັງກິດນຳມາໃນວັນທີ 1 ພຶດສະພາ ປີ 2012 ເຊິ່ງດ້ວຍຄວາມນິຍົມຈາກແຟນໆກໍເຮັດໃຫ້ເກມນີ້ຕິດອັນດັບເກມຂາຍດີທີ່ສຸດຂອງປະເພດ PS1 Classic ເປັນເວລາດົນເຖິງ 3 ເດືອນແລະຍັງຄົງຕິດ 5 ອັນດັບເກມຂາຍດີທີ່ສຸດເທິງ PlayStation Store ໃນຊ່ວງເວລານັ້ນເປັນເວລາອີກ 5 ເດືອນອີກນຳ. 

  • The Legend of Dragoon ເຄີຍມີການເຮັດເປັນມັງງະສຳລັບຈຳໜ່າຍໃນປະເທດຍີ່ປຸ່ນ ໂດຍຜູ້ແຕ້ມແມ່ນທ່ານ: Ataru Cagiva, ເຊິ່ງເນື້ອຫາພາຍໃນມັງງະຈະອີງຈາກເນື້ອເລື່ອງຊ່ວງແຜ່ນ 1 ຂອງເກມ ແຕ່ໄດ້ມີການແຕກລາຍອອກຈາກພລ໋ອດເລື່ອງຫຼັກໃນຫຼາຍໆສ່ວນ ແຖມຍັງຕັດເອົາໂຕລະຄອນຈົນເຖິງເຫດການຕ່າງໆທີ່ເກີດຂຶ້ນໃນເກມອອກໄປຫຼາກຫຼາຍ ດ້ວຍບັນຫາດ້ານຂໍ້ຈຳກັດຂອງຈຳນວນໜ້າໜັງສື ຊ້ຳຮ້າຍໜັງສືໄດ້ຖືກຕີພິມພຽງສະບັບທຳອິດສະບັບດຽວ ແຖມວາງຈຳໜ່າຍໃນປີ 2000 ສະເພາະໃນຍີ່ປຸ່ນ ພາຍໃຕ້ການເບິ່ງແຍງຂອງສຳນັກພິມ Bros. Comics ເຊິ່ງມັງງະຈາກເກມເລື່ອງນີ້ກໍບໍ່ເຄີຍຖືກນຳໄປແປເປັນພາສາອັງກິດເພື່ອຈຳໜ່າຍໃນອາເມຣິກາເລີຍນັບແຕ່ນັ້ນມາ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....