Homeຂ່າວຕ່າງປະເທດແອນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ຄົນໃໝ່ ໃຫ້ຄຳໝັ້ນສັນຍາຈະປະຕິຮູບ ອົງການສະຫະປະຊາຊາດ

ແອນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ຄົນໃໝ່ ໃຫ້ຄຳໝັ້ນສັນຍາຈະປະຕິຮູບ ອົງການສະຫະປະຊາຊາດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຕອນ​ເຊົ້າ​ວັນ​ທີ 12 ທັນວາຜ່ານມານີ້ ທ່ານ ແອນໂຕນີໂອ ກູເຕີເຣສ ອະດີດ​ນາຍົກລັດຖະມົນຕີປອກຕູຍ​ການ ໄດ້ເຂົ້າພິທີສາບານ​ຕົວ​​ຮັບ​ດຳລົງຕຳ​ແໜ່​ງ ​ເປັນ​ເລຂາທິການ​ໃຫຍ່​​ສະຫະ​ປະຊາ​ຊາດຜູ້​ທີ 9 ຊຶ່ງພາຍໃນພິທີ ທ່ານໄດ້ກ່າວ​​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ​ຈະ​ດຳ​ເນີນ​ການ​ປະຕິ​ຮູບການ​ຄຸ້ມ​ຄອງຂອງອົງການສະຫະປະຊາຊາດ ​ເພື່ອ​ຮັບປະກັນ​ວ່າ ອົງການດັ່ງກ່າວນີ້ ຈະສາມາດ​ເຄື່ອນ​ໄຫວ​ຢ່າງວ່ອງ​ໄວ, ມີ​ປະສິດທິ​ຜົນ ​ແລະ ມີ​ປະສິດ​ທິພາບ.

​ທ່ານ​ເລຂາທິການ​ໃຫຍ່​ ອົງການສະຫະປະຊາຊດາຜູ້ໃໝ່ນີ້ ຈະເລັ່ງໃຫ້ບຸລິມະສິດ​ຂອງ​ສະຫະ​ປະຊາ​ຊາດ​ ໃນ​ແກ້​ໄຂ​ບັນດາ​ບັນຫາກົກ​ເຄົ້າ​​ສຳລັບ 3 ​ເສົ້າ​ຄ້ຳ​​ຂອງ​ສະຫະ​ປະຊາ​ຊາດ​ແມ່ນຄື ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ການພັດທະນາ​ແບບ​ຍືນ​ຍົງ ​ແລະ ສິດທິ​ມະນຸດ, ທ່ານ ກູເຕີເຣສ ໄດ້ເວົ້າວ່າ ຈະຕ້ອງ​ເລັ່ງສ້າງຄວາມເປັນເອກະພາບ ຕໍ່ກັບມາດຕະການຂອງສະພາ​ຄວາມ​ໝັ້ນຄົງ ໃນການ​ແກ້​ໄຂ​ສົງຄາມ​ກາງ​ເມືອງ ​ທີ່​ແກ່ຍາ​ວ​ເກືອ​ບ 6 ປີຜ່ານມາ​ຢູ່ປະເທດຊີຣີ, ​ເພີ່ມ​ທະວີການ​​ແກ້​ໄຂ​ບັນຫາການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກຂອງອູແກຣນຢ່າງ​​ເຖິງ​ຖອງ, ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​ ໃຫ້ແກ່​ໂຄງການ​ນິວ​ເຄລຍຂອງ ສປປ ​ເກົາຫລີ, ​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ສິ່ງ​ແວດ​ລ້ອມ, ການ​ອົບ​ພະຍົບ ​ແລະ ຄວບ​ຄຸມ​ຊາຍ​ແດນ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...