spot_img
Homeມຸມຂ່າວ AECລາວ – ໄທ ຮ່ວມເປັນເຈົ້າພາບ ຈັດກອງປະຊຸມຫາລື ພັດທະນາວົງການແພດຕາ ໃນຂົງເຂດອາຊຽນ

ລາວ – ໄທ ຮ່ວມເປັນເຈົ້າພາບ ຈັດກອງປະຊຸມຫາລື ພັດທະນາວົງການແພດຕາ ໃນຂົງເຂດອາຊຽນ

Published on

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ຄະນະແພດສາດ ມະຫາວິທະຍາໄລທໍາມະສາດ ແຫ່ງ ຣາຊະອານາຈັກໄທ ເປັນເຈົ້າພາບຈັດກອງປະຊຸມ AECOM ຄັ້ງທີ 4 ແລະ ກອງປະຊຸມ ICOISG ພ້ອມດ້ວຍກອງປະຊຸມປະຈໍາປີຂອງສະມາຄົມແພດຕາລາວ ເຊິ່ງຈະຈັດຂຶ້ນເປັນເວລາ 2 ວັນ (ວັນທີ 11-12 ທັນວາ 2016) ໂດຍມີຊ່ຽວຊານ ແລະ ຄະນະຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ ພ້ອມພະນັກງານວິຊາການທີ່ກ່ຽວຂ້ອງຫຼາຍກວ່າ 50 ທ່ານ.

ສໍາລັບພິທີໄຂກອງປະຊຸມ AECOM ຄັ້ງທີ 4 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 11 ທັນວາ 2016 ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ມີທ່ານ ຄໍາພົ້ວ ສຸດທິສົມບັດ ອໍານວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ມີບັນດາຊ່ຽວຊານ ຄະນະຜູ້ແທນປະເທດສະມາຊິກອາຊຽນເຂົ້າຮ່ວມ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ກ່າວວ່າ ໃນທ້າຍເດືອນທັນວາ 2015 ຜ່ານມາ ບັນດາປະຊາຄົມເສດຖະກິດອາຊຽນ ໄດ້ຮັບຮອງເອົາຖະແຫຼງການ ວ່າດ້ວຍການສ້າງປະຊາຄົມເສດຖະກິດ ໃຫ້ເປັນໜຶ່ງດຽວ ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເດີນໜ້າໄປພ້ອມໆກັນທຸກດ້ານ ເຊິ່ງໄດ້ເປັນຂີດໝາຍສໍາຄັນໃນການພັດທະນາຮ່ວມກັນ ສໍາລັບກອງປະຊຸມໃນຄັ້ງນີ້ມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍ ເພື່ອຊ່ອຍເຫຼືອເຊິ່ງກັນແລະກັນ ພັດທະນາດ້ານວິຊາການໃນບັນດາປະເທດອາຊຽນໃຫ້ມີຄວາມກ້າວໜ້າ ແລະ ແຂງແກ່ນເທົ່າທຽມກັນກັບພາກພື້ນ ແລະ ສາກົນ ເຊິ່ງບໍ່ພຽງແຕ່ລົງເລິກຄົ້ນຄວ້າ ແລກປ່ຽນ ຖອດຖອນບົດຮຽນ ແລະ ປະສົບການດ້ານວິຊາການເທົ່ານັ້ນ ແຕ່ກໍເປັນການເສີມສ້າງຄວາມເຂົ້າໃຈ ເພື່ອເພີ່ມທະວີການຊ່ອຍເຫຼືອເຊິ່ງກັນ ແລະ ກັນ ສ້າງສາຍສໍາພັນທີ່ດີ ແລະ ເປັນເພື່ອມິດທີ່ດີຮ່ວມກັນ.

ສ່ວນຜົນຂອງກອງປະຊຸມໃນເທື່ອນີ້ຈະເກີດປະໂຫຽດສູງສຸດໃນການຍົກສູງຄຸນະພາບການບໍລິການຕາ ການພັດທະນາບຸກຄະລາກອນດ້ານການແພດຕາໃນບັນດາປະເທດອາຊຽນໃຫ້ກ້າວສູ່ມາດຕະຖານດຽວກັນໃນອະນາຄົດ ທັງນີ້ກໍເພື່ອເຮັດໃຫ້ສະມາຄົມແພດຕາອາຊຽນພ້ອມກັນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

 

ແຫລ່ງຂ່າວ:

ວຈທດ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...