spot_img
Homeຂ່າວເຫດການກະຊວງໄປສະນີຯ ຈັບມື ໄມໂຄຣຊອບ ຈັດສຳມະນາ "ການສ້າງຄວາມເຂັ້ມແຂງໃນການບໍລິຫານລັດ"

ກະຊວງໄປສະນີຯ ຈັບມື ໄມໂຄຣຊອບ ຈັດສຳມະນາ “ການສ້າງຄວາມເຂັ້ມແຂງໃນການບໍລິຫານລັດ”

Published on

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມມືກັບ ບໍລິສັດໄມໂຄຣຊອບ ເປັນເຈົ້າພາບຈັດງານສຳມະນາ  “ການສ້າງຄວາມເຂັ້ມແຂງໃນການບໍລິຫານລັດ” ເພື່ອກຽມຄວາມພ້ອມໃນການຫັນເປັນດິຈິຕອນ ແລະ ການປະກອບສ່ວນໃນການພັດທະນາດ້ານເສດຖະກິດ-ສັງຄົມ

15442144_914666845301458_1508101352600892681_n

   ໃນວັນທີ 08 ທັນວາ 2016 ທີ່ ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ໄດ້ຮ່ວມກັບ ບໍລິສັດໄມໂຄຣຊອບ (Microsoft) ຈັດສຳມະນາກ່ຽວກັບ ແນວທາງການບໍລິຫານລັດ ພາຍໃຕ້ ຫົວຂໍ້  “ສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ” ໂດຍ ທ່ານ ປອ.ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ໃຫ້ກຽດເປັນປະທານຮ່ວມ ກັບ ທ່ານ ນາງ ມິເຊວ ຊີມມອນ, ຜູ້ອຳນວຍການຝ່າຍການຕະຫຼາດ,​ ບໍລິສັດໄມໂຄຣຊອບ ເຂດອາຊີຕາເວັນອອກສ່ຽງໃຕ້. ງານສໍາມະນາດັ່ງກ່າວ ໄດ້ຮັບຄວາມສົນໃຈເຂົ້າຮ່ວມຈາກ ພາກລັດຖະບານ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງຈຸດປະສົງຂອງງານສໍາມະນາ ໃນຄັ້ງນີ້ແມ່ນການແລກປ່ຽນປະສົບການ ແລະ ບົດຮຽນກ່ຽວກັບ ວິທີການນໍາໃຊ້ ປະໂຫຍດຈາກເຕັກໂນໂລຊີ ເພື່ອຫັນໄປສູ່ດິຈີຕອນ, ສະໜັບສະໜູນ ແລະ ປະກອບສ່ວນໃນການພັດທະນາ  ເສດຖະກິດ-ສັງຄົມ ຂອງ ສປປລາວ.

ແນວຄວາມຄິດ ດັ່ງກ່າວ ແມ່ນນອນໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5ປີ (ປີ 2016-2020), ແຜນວິໄສທັດໄອຊີທີ 2030, ແຜນພັດທະນາໄອຊີທີ 5 ປີ, ແລະ ສອດຄ່ອງກັບແຜນການສ້າງຄວາມເຂັ້ມແຂງແຫ່ງຊາດຂອງບໍລິສັດໄມໂຄຣຊອບ ຊຶ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ໃນການນໍາໃຊ້ ໄອຊີທີ ເພື່ອການພັດທະນາແບບຍືນຍົງ, ມີການບໍລິຫານລັດ ທີ່ທັນສະໄໝ ແລະ ສ້າງໂອກາດໃນການພັດທະນາທຸລະກິດໃໝ່ໆ, ພ້ອມທັງນຳໃຊ້ໄອຊີທີເພື່ອຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ, ເປັນສູນກາງໃນ ການເຊື່ອມໂຍງກັບພາກພື້ນ  ແລະ ສາກົນ, ແລະ ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມ ຢ່າງກ້ວາງຂວາງ.

ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວໃນຕອນໜຶ່ງວ່າ: “ນໍາໃຊ້ ເຕັກໂນໂລຊີທີ່ເໝາະສົມ ຄຽງຄູ່ກັບການເລືອກນຳໃຊ້ ໄອຊີທີ ຢ່າງສະຫຼາດ, ມີຈັນຍາບັນ ແລະ ດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະປັດຈຸບັນ ຄວາມຫຼາກຫຼາຍ ຂອງບັນດາໄອຊີທີ ທີ່ມີການພັດທະນາແບບກ້າວກະໂດດ ແລະ ແບບລວມສູນ ຈະເປັນກຸນແຈສໍາຄັນໃນການປະກອບສ່ວນ ພັດທະນາ ເສດຖະກິດ ຂອງ ສປປ ລາວ, ແລະ ຫັນປະເທດລາວໃຫ້ກາຍເປັນ ເສດຖະກິດ-ສັງຄົມ ດິຈິຕອນ”. ທ່ານຍັງໄດ້ກ່າວຕື່ມວ່າ “ງານສຳມະນານີ້ ໄດ້ຢືນຢັນ ເຖິງ ວິໄສທັດໃນການພັກດັນໃຫ້ວຽກງານໄອຊີທີ ມີສ່ວນຮ່ວມໃນການພັດທະນາໂດຍລວມ, ຮັບປະກັນໃຫ້ມີການ ບໍລິຫານລັດທີ່ທັນສະໄໝ ແລະ  ປັບປຸງ ວິທີການຈັດຕັ້ງປະຕິບັດ ການຄຸ້ມຄອງ ບໍລິຫານ ທັງພາກລັດ ແລະ ເອກະຊົນ ໃຫ້ມີປະສິດພາບ ແລະ ຄຸນນະພາບສູງຂື້ນ, ຊື່ງ ບໍ່ພຽງແຕ່ ຮັບປະກັນ ການເຂົ້າເຖິງການບໍລິການທີ່ທັນສະໄໝ , ແຕ່ຍັງຕ້ອງໄດ້ສ້າງຂະບວນການໃນການຈັດການທີ່ເໝາະສົມ ແລະ ສິ່ງສໍາຄັນແມ່ນການສ້າງໃຫ້ປະຊາຊົນ ໄດ້ຮູ້ນໍາໃຊ້ເຕັກໂນໂລຊີ ດິຈິຕອນ”.

ທ່ານ ວິເວກ ພູທູໂຄດ (Vivek Puthucode), ຜູ້ອຳນວຍການຝ່າຍລັດ ບໍລິສັດໄມໂຄຣຊອບ ໄດ້ກ່າວວ່າ: “ປັດຈຸບັນນີ້ ເຖີງແມ່ນວ່າຈະມີການພັດທະນາແບບລວມສູນຂອງຍຸກດີຈິຕອນ, ແຕ່ຍັງມີຊ່ອງຫວ່າງ ແລະ ຫຼາຍຄົນ ຍັງບໍ່ສາມາດເຂົ້າເຖິງປະໂຫຍດຂອງເສດຖະກິດດິຈີຕອນເທື່ອ, ເຖິງແມ່ນວ່າ ຈະມີບັນດາຂະແໜງການດ້ານອຸດສາຫະກໍາທີ່ຮອງຮັບຢູ່ແລ້ວກໍ່ຕາມ. ເປົ້າໝາຍຂອງພວກເຮົາແມ່ນຈະເຮັດວຽກຢ່າງໃກ້ຊິດ ກັບພາກລັດຖະບານ ແລະ ສັງຄົມ ໃນການສະໜັບສະໜູນ ແລະການອໍານວຍຄວາມສະດວກ ເພື່ອກ້າວຜ່ານ ສິ່ງທ້າທາຍຕ່າງໆ ແລະ ສ້າງສະພາບແວດລ້ອມໃນການເຮັດວຽກໃນລະບົບຄລາວ (Cloud) ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນທາງທຸລະກິດ, ການຜະລິດ ແລະ ການບໍລິຫານ ທີ່ທັນສະໄໝ ໂດຍການນໍາໃຊ້ເຕັກໂນໂໍລຊີ ທີ່ເໝາະສົມ ແລະ ຮັບປະກັນຄວາມປອດໄພ”.

1554

ໜຶ່ງວັນ ກ່ອນງານສຳມະນາຄັ້ງນີ້, ບໍລິສັດໄມໂຄຣຊອບ ກໍ່ໄດ້ເປີດຕົວ Office 365 ທີ່ ນະຄອນຫຼວງວຽງຈັນ, ຊຶ່ງການແນະນໍາຜະລິດຕະພັນດັ່ງກ່າວ ຈະຊ່ວຍເພີ່ມປະສິດທິພາບ ໃນການບໍລິການ ແລະ ການຈັດການວຽກງານ. ບໍລິສັດໄມໂຄຣຊອບ ຍັງມີເປົ້າໝາຍ ໃນການຄິດຄົ້ນຜະລິດຕະພັນໃໝ່ໆທີ່ແທດເໝາະສໍາລັບຜູ້ປະກອບການພາຍໃນປະເທດ, ອີກທັງເພື່ອຫັນປ່ຽນ ຮູບແບບວິທີການໃນການຮ່ວມມື ແລະ ການເຮັດວຽກຮ່ວມກັນຂອງຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການ ຜ່ານລະບົບຄລາວ.

ທ່ານ ມິເຊວ ຊິມມອນ ໄດ້ກ່າວວ່າ: “ນອກຈາກ ການເຂົ້າເຖິງເຄື່ອງມືທີ່ເໝາະສົມ, ເຮົາຍັງຕ້ອງຮູ້ວິທີການໃນການນໍາໃຊ້ ຢ່າງຖືກຕ້ອງ”, ທ່ານຍັງໄດ້ກ່າວອີກວ່າ “ສິ່ງສໍາຄັນໃນການພັດທະນາ ປະເທດລາວ ໃນຕໍ່ໜ້າ ແມ່ນການເພີ່ມຄວາມຮູ້ຄວາມສາມາດດ້ານໄອຊີທີ ໃຫ້ແກ່ປະຊາຊົນ. ພວກເຮົາກໍາລັງເຮັດວຽກຮ່ວມກັບລັດຖະບານ ເພື່ອສ້າງບັນດາ ໂປຣແກຣມ ແລະ ແຜນງານສົ່ງເສີມ ຄວາມຮູ້ ດ້ານຕ່າງໆ,  ແລະ ຊ່ວຍສະໜັບສະໜູນໂຄງການ ການສຶກສາ ດ້ວຍການນໍາໃຊ້ ຊັບພະຍາກອນທີ່ເໝາະສົມ ເພື່ອເພີ່ມທັກສະ ແລະ ຄວາມຮູ້ດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ (STEM) ໃຫ້ແກ່ເຍົາວະຊົນ ແລະ ໄວໜຸ່ມ ຢູ່ທ້ອງຖິ່ນ ເພື່ອກະກຽມໃຫ້ເຂົາເຈົ້າ ສາມາດປະກອບອາຊີບໃນອະນາຄົດ”.

ນອກຈາກນີ້, ໃນຊ່ວງກາງປີທີ່ຜ່ານມາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດໄມໂຄຣຊອບ ແລະ ກະຊວງສຶກສາທິການ ແລະ ກິລາ ໃນໂຄງການ  ພັດທະນາການຮຽນຮູ້ ຜ່ານລະບົບອອນລາຍ ສໍາລັບໄວໜຸ່ມ (Youth Online Learning Platform) ເພື່ອນໍາໃຊ້ປະໂຫຍດ ຂອງເຕັກໂນໂລຊີການສື່ສານ ຫຼື ໄອຊີທີ ເຂົ້າໃນການຮຽນຮູ້,  ຊື່ງຈະມີບັນດາໂປຣແກຣມ ແລະ ຫຼັກສູດ​ວິຊາຮຽນຕ່າງໆ ທີ່ຈະຊ່ວຍສະໜັບສະໜູນການຮຽນ ດ້ານພາສາ, ໄອຊີທີ ແລະ ຄວາມຮູ້ອ້ອມຕົວ ໃຫ້ນັກຮຽນ ແລະ ໄວໜຸ່ມ ໃນສະຕະວັດທີ 21.

 

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...