Homeຂ່າວຕ່າງປະເທດທໍ່ແກັສລະເບີດຢູ່ໄຕ້ຫວັນ ດັບ 20 ບາດເຈັບອີກ 270 ກ່ວາຄົນ

ທໍ່ແກັສລະເບີດຢູ່ໄຕ້ຫວັນ ດັບ 20 ບາດເຈັບອີກ 270 ກ່ວາຄົນ

Published on

A person is seen lying on the ground after an explosion in Kaohsiung

 

ເມື່ອຕອນກາງເດິກຂອງມື້ຜ່ານມາ (31 ກໍລະກົດ) ເກີດເຫດທໍ່ແກັສລະເບີດທີ່ເມືອງເກົາສົງ ທາງຕອນໃຕ້

ຂອງໄຕ້ຫວັນ, ເຈົ້າໜ້າທີ່ກູ້ໄພພ້ອມກັບເຈົ້າໜ້າທີ່ທະຫານ ໄດ້ຮີບອອກໄປທີ່ຈຸດເກີດເຫດ ເພື່ອໃຫ້ການ

ຊ່ວຍເຫຼືອຜູ້ໄດ້ຮັບບາດເຈັບຈຳນວນຫຼວງຫຼາຍ ໂດຍລາຍງານແຈ້ງວ່າ ພົບຜູ້ເສຍຊີວິດແລ້ວ 20 ຄົນ ແລະ

ບາດເຈັບອີກບໍ່ຕຳກ່ວາ 270 ຄົນ ເຊິ່ງເຈົ້າໜ້າທີ່ໄດ້ເລັ່ງຊ່ວຍເຫຼືອເອົາຜູ້ບາດເຈັບ ທີ່ມີເດັກນ້ອຍລວມຢູ່ນຳ

ສົ່ງໂຮງໝໍໃກ້ຄຽງ.

 

ຕາມແຫຼ່ງຂ່າວຂອງຕ່າງປະເທດລະບຸວ່າ ບາງຄົນມີບາດແຜຈາກຖືກໄຟໄໝ້ ໂດຍຜູ້ເຫັນເຫດການໄດ້ເລົ່າ

ວ່າ ກ່ອນທີ່ຈະເກີດເຫດລະເບີດຂຶ້ນນັ້ນ ໄດ້ເຫັນຄວັນລອຍອອກມາຈາກທໍ່ລະບາຍນ້ຳຂ້າງຖະໜົນ ພ້ອມ

ກັບມີກິ່ນຄ້າຍຄືກັນກັບແກັສກຸ້ມໄປທົ່ວທັງບໍລິເວນດັ່ງກ່າວ ແລະ ຕໍ່ມາໄດ້ເກີດລະເບີດຂຶ້ນຢ່າງຮຸນແຮງ

ມີແປວໄຟລຸກຂຶ້ນຖ້ວມ ແລະ ລົດຍົນຫຼາຍຄັນພິກຂ້ວາມຫງາຍທ້ອງ ເຊິ່ງແຮງລະເບີດນັ້ນ ໄດ້ເຮັດໃຫ້ເກີດ

ແຮງສັ່ນສະເທືອນປານແຜ່ນດິນໄຫວ, ຖະໜົນຖືກແຮງລະເບີດຈົນກາຍເປັນຫຼຸມເລິກ ແລະ ອາຄານຢູ່ໃນ

ບໍລິເວນດັ່ງກ່າວ ໄດ້ຮັບຄວາມເສຍຫາຍໄປຫຼາຍຫຼັງອີກດ້ວຍ.

 

ສື່ຂອງໄຕ້ຫວັນລາຍງານວ່າ ມີການສັນນິຖານໃນເບື້ອງຕົ້ນວ່າ ເຫດລະເບີດຄັ້ງນີ້ ເກີດຈາກທໍ່ແກັສແຕກ

ແຕ່ກໍຍັງບໍ່ມີຝ່າຍໃດອອກມາຢືນຢັນສາເຫດທີ່ແທ້ຈິງໃນຂະນະນີ້, ດ້ານເຈົ້າໜ້າທີ່ທ້ອງຖິ່ນຂອງເມືອງ

ເກົາສົງ ໄດ້ຈັດຕັ້ງສູນສຸກເສີນ ພ້ອມຈັດກຳລັງທະຫານໄປຊ່ວຍເຫຼືອ ໃນການປະຕິບັດການກູ້ໄພອີກດ້ວຍ

ພ້ອມກັບອົບພະຍົບປະຊາຊົນທີ່ອາໄສຢູ່ໃນບໍລິເວນທີ່ເກີດລະເບີດ ໄປຍັງໂຮງຮຽນແຫ່ງໜຶ່ງ ທີ່ຕັ້ງເປັນສູນ

ສຸກເສີນ.

 

ເຈົ້າໜ້າທີ່ກູ້ໄພຂອງໄຕ້ຫວັນຄາດວ່າ ຈຳນວນຜູ້ເສຍຊີວິດຈາກເຫດລະເບີດຄັ້ງນີ້ອາດເພີ່ມຂຶ້ນອີກ ເນື່ອງ

ຈາກມີຜູ້ບາດເຈັບສາຫັດຈຳນວນຫຼາຍ ແລະ ຍັງບໍ່ສາມາດສະຫຼຸບຜົນເສຍຫາຍໄດ້ທັງໝົດໃນເວລານີ້

ແລະ ຫຼັງຈາກເກີດເຫດລະເບີດເມື່ອປະມານຕອນທ່ຽງຄືນ ຈົນເຖິງເວລານີ້ ເຈົ້າໜ້າທີ່ຍັງບໍ່ສາມາດຄວບ

ຄຸມເພີງທີ່ລຸກໄໝ້ສອງຝັ່ງຂອງຖະໜົນເອົາໄວ້ໄດ້ ເນື່ອງຈາກພື້ນທີ່ເກີດລະເບີດນັ້ນ ຄວບຄຸມພື້ນທີ່ກວ້າງ

ເຖິງ 2 – 3 ກິໂລແມັດ.

 
A person is seen lying on the ground after an explosion in Kaohsiung

Wreckage of a damaged car is pictured after an explosion in Kaohsiung

TAIWAN-GAS-EXPLOSION

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...