Homeຂ່າວພາຍ​ໃນການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນ ບັນລຸ 1 ຕື້ກວ່າໂດລາສະຫະລັດຯ

ການຄ້າລາວ-ຈີນ ຜ່ານດ່ານສາກົນບໍ່ເຕັນ ບັນລຸ 1 ຕື້ກວ່າໂດລາສະຫະລັດຯ

Published on

ຂປລ. ການ​ແລກປ່ຽນ​ຊື້​-ຂາຍ​ສິນຄ້າ​ຢູ່ດ່ານສາກົນບໍ່ເຕັນ ຜ່ານ​ຊາຍ​ແດນ​ລາວ-ຈີນ ​ຄຶກຄື້ນ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ໂດຍການຄ້າຂອງສອງປະເທດ ໄດ້ມີມູນຄ່າເພີ່ມຂຶ້ນ 1 ຕື້​ກວ່າໂດລາສະຫະລັດ ຂະນະ​ທີ່​ນັກ​ລົງທຶນ​ ຈາກ ສປ ຈີນ ​ພວມ​ຊອກ​ຫາ​ໂອກາດ ​ແລະ ທ່າ​ແຮງ​ບົມຊ້ອນ​​ ພາຍ​ໃນ​ແຂວງ​ຫລວງ​ນໍ້າ​ເພື່ອ​ລົງທຶນ ​ແລະ ຮອງ​ຮັບ​​ໂຄງການ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ ທີ່​ມີ​ແຜນ​ຈະ​ສໍາ​ເລັດ ​ພາຍ​ໃນ​ປີ 2021.

ທ່ານ ພອນໄຊ ຈັນທະສອນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕັນ ໄດ້ໃຫ້ສໍາພາດຕໍ່ນັກ​ຂ່າວ​ສໍານັກ​ຂ່າວສານ​ປະ​ເທດ​ລາວ ໃນວັນທີ 8 ທັນວາ 2016 ນີ້ວ່າ: ການຄ້າລາວ–ຈີນຜ່ານດ່ານສາກົນບໍ່ເຕັນບັນລຸ 1 ຕື້​ກວ່າໂດລາສະຫະລັດ ໃນນັ້ນສິນຄ້າສົ່ງອອກແມ່ນ 352 ກວ່າລ້ານໂດລາສະຫະລັດ, ສໍາລັບຄົນເຂົ້າ–ອອກປີໜຶ່ງມີເຖິງ 250.000 ກວ່າຄົນ ໃນແຕ່ລະມື້ມີລົດຜ່ານເຖິງ 4 ຮ້ອຍກວ່າຄັນ. ດ່ານສາກົນ–ບໍ່ເຕັນ ໄດ້ແຍກອອກເປັນ 2 ດ່ານຄື: ດ່ານໃຫ້ບໍລິການກວດຄົນເຂົ້າ–ອອກເມືອງ ແລະ ດ່ານກວດກາພາສີ.  ​ແນວ​ໃດ​ກໍ​ດີ ສົກປີນີ້ເຫັນວ່າມູນຄ່າການຄ້າ ສອງ​ສົ້ນ​ລະຫວ່າງສອງປະເທດ ຜ່ານດ່ານສາກົນບໍ່ເຕັນມີຈໍານວນເພີ່ມຂຶ້ນ ສ່ວນໃຫຍ່ເປັນປະເພດກົນຈັກ,ເຄື່ອງຮັບໃຊ້ຊີວິດປະຈໍາວັນ. ພອ້ມນີ້ ຂົງເຂດດ່ານດັ່ງກ່າວ ຍັງເປັນເຂດເສດຖະກິດພິເສດ ບໍ່ເຕັນແດນງາມ ໂດຍນັກທຸລະກິດຂອງຈີນ ເຂົ້າມາສໍາປະທານເພື່ອພັດທະນາ ໃຫ້ເປັນຕົວເມືອງທັນ​ສະ​ໄໝ. ການຈັດຕັ້ງປະຕິບັດວຽກງານຕ່າງໆ ຢູ່ພາຍໃນຄວາມຮັບຜິດຊອບຂອງບັນດາໜ່ວຍງານລັດ ທີ່ປະຈໍາຢູ່ໃນດ່ານລວມມີ: ໜ່ວຍງານທ່ອງທ່ຽວ, ກະສີກໍາ, ສາທາລະນະ​ສຸກ, ພາສີ-ອາກອນ, ເຈົ້າໜ້າທີ່ ປກສ ແລະ ອື່ນໆ. ທີ່ຜ່ານມາກໍໄດ້ເອົາໃຈໃສ່ ເຂົ້າໃນການເຮັດວຽກຮ່ວມກັນ ພ້ອມທັງການຮ່ວມມືກັບ ສປ.ຈີນ ໃນການປະສານງານ ເພື່ອຕ້ານຕໍ່ປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດເຊັ່ນ: ບັນຫາທີ່ໜ້າເປັນຫ່ວງກວ່າໝູ່ໃນທຸກມື້ນີ້ກໍແມ່ນການຄ້າມະນຸດ, ການຄ້າຂາຍເຖື່ອນ ແລະ ອື່ນໆ, ທັງໄດ້ເອົາໃຈໃສ່ການກວດກາສຸຂາອານາໄມ ກ່ຽວກັບພຶດນໍາເຂົ້າ ແລະ ສົ່ງອອກ.

ທ່ານ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນບໍ່ເຕັນຕື່ມວ່າ: ສໍາລັບແຜນຮອງຮັບໃນຕໍ່ໜ້າ ການເຂົ້າ–ອອກຜ່ານດ່ານດັ່ງກ່າວ ພວມຂະຫຍາຍສະຖານທີ່ ແລະ ຊ່ອງທາງລົດໃໝ່ ໃຫ້ບໍລິການສໍາລັບລົດເບົາ, ສ່ວນດ່ານເກົ່າແມ່ນຈະໃຊ້ບໍລິການສໍາລັບລົດຂົນສົ່ງໜັກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...