Homeນານາສາລະສະຫຼຸບຈຳນວນພົນລະເມືອງຂອງແຕ່ລະຊົນເຜົ່າໃນ ສປປ ລາວ ທັງໝົດ 49 ຊົນເຜົ່າ

ສະຫຼຸບຈຳນວນພົນລະເມືອງຂອງແຕ່ລະຊົນເຜົ່າໃນ ສປປ ລາວ ທັງໝົດ 49 ຊົນເຜົ່າ

Published on

ໃນຄໍລຳ ສາລະໜ້າຮູ້ ມື້ນີ້ແອັດມິນຈະມາເວົ້າກ່ຽວກັບຈຳນວນພົນລະເມືອງຂອງແຕ່ລະຊົນເຜົ່າໃນ ສປປ ລາວ ທັງ
ໝົດ 49 ຊົນເຜົ່າ ເຊິ່ງຫົວບົດດັ່ງກ່າວແອັດມິນໄດ້ໄປອ່ານພົບທີ່ເວັບໄຊ໌ ອິດສະຫຼະ.ຄອມ ແອັດມິນຄິດວ່າມັນເປັນຫົວບົດທີ່ມີຄວາມຮູ້ ແລະ ເປັນປະໂຫຍດຫຼາຍ ສະນັ້ນຈິ່ງນຳມາໃຫ້ແຟນເພສໄດ້ອ່ານນຳກັນ

ສປປ ລາວ ແມ່ນປະເທດໜຶ່ງທີ່ປະກອບມີຫຼາຍຊົນເຜົ່າ ພົນລະເມືອງຫຼາຍກວ່າເຄິ່ງໜຶ່ງ ຫຼື ປະມານ 53% ແມ່ນຖືວ່າຊົນເຜົ່າລາວລຸ່ມເປັນຊົນເຜົ່າທີ່ໃຫຍ່ກວ່າໝູ່, ອັນດັບສອງແມ່ນຊົນເຜົ່າກິມມຸ ແລະ ອັນດັບສາມແມ່ນຊົນເຜົ່າມົ້ງ.

  1. ລາວລຸ່ມ    3,427,665
  2. ກິມໝຸ       708,412
  3. ມົ້ງ           595,028
  4. ຜູ້ໄທ         218,108
  5. ລາວໄຕ      201,576
  6. ມັງກອງ     163,285
  7. ກະຕາງ      144,255
  8. ລື້             126,229
  9. ອາຄາ        112,979
  10. ຢຣຸ             56,411
  11. ຊ່ວຍ           46,592
  12. ຕະໂອຍ        45,991
  13. ພູນ້ອຍ        39,192
  14. ຕຣຽງ         38,407
  15. ຕຣີ            37,446
  16. ອິວມ້ຽນ       32,400
  17. ຜ້ອງ           30,696
  18. ໄປຣ            28,732
  19. ກະຕູ້           28,378
  20. ຍວນ           27,779
  21. ເບຣົາ          26,010
  22. ຮາຣັກ         25,430
  23. ໂອຍ            23,513
  24. ປະໂກະ         22,640
  25. ລະເມດ        22,383
  26. ກຣຽງ          16,807
  27. ໄທເໜືອ       14,148
  28. ຫໍ້               12,098
  29. ແຢະ            11,452
  30. ຊິງມູນ            9,876
  31. ຍະເຫີນ           8,976
  32. ເຈັງ               8,688
  33. ຂະແມ            7,141
  34. ຢັ້ງ                 5,843
  35. ແຊກ              3,841
  36. ຕຸ້ມ                3,632
  37. ສາມຕ່າວ         3,417
  38. ສີລາ                3,151
  39. ບິດ                 2,372
  40. ໂລໂລ               2,203
  41. ລະວີ                1,215
  42. ກຣີ                 1,067
  43. ສະດາງ                898
  44. ງວນ                   886
  45. ແທ່ນ                  828
  46. ມ້ອຍ                   789
  47. ຮາຢີ                    741
  48. ເອີດູ                    602
  49. ແລະ ອື່ນໆບໍ່ບອກ    77,297

ຂໍ້ມູນຈາກ: ຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດຄັ້ງທີ IV ປີ 2015, ສູນສະຖິຕິແຫ່ງຊາດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...