spot_img
Home​ຂ່າວບັນເທິງ"ຕ໋ອດ ລີນາ" ຈັບມືຫວານໃຈ "ອາລັນ" ແຟນໜຸ່ມນອກວົງການເຂົ້າປະຕູວິວາຢ່າງອົບອຸ່ນ

“ຕ໋ອດ ລີນາ” ຈັບມືຫວານໃຈ “ອາລັນ” ແຟນໜຸ່ມນອກວົງການເຂົ້າປະຕູວິວາຢ່າງອົບອຸ່ນ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນມີຂ່າວດີຂອງວົງການບັນເທີງບ້ານເຮົາມາອັບເດດໃຫ້ຮູ້ນຳກັນແຕ່ເຊົ້າ ເຊິ່ງເປັນງານມຸງຄຸນສົມຣົດຂອງ ຕ໋ອດ ລີນາ ຫລື ວິລູນາ ສິລະປິນ, ນາງແບບ, ນັກສະແດງສາວ ຜິວເຂັ້ມສຸຸດເຊັກຊີ້ ທີ່ໄດ້ຈັບມືກັບແຟນໜຸ່ມນັກທຸລະກິດ ອາລັນ ຈອມມະນີວົງ ເຂົ້າປະຕູວິວາ ເມື່ອວັນທີ 9 ທັນວາ 2016 ທີ່ ໂຮງແຮມ ແກ້ວມີໄຊ, ນະຄອນຫລວງວຽງຈັນ. ຢ່າງອົບອຸ່ນທ່າມການເພື່ອນໆຈາກໃນວົງການບັນເທີງ ແລະ ນອກວົງການ ພ້ອມທັງ ຄອບຄົວ ແລະ ຍາດພີ່ນ້ອງຂອງທັງສອງຝ່າຍ ຈຳນວນຫຼາຍທີ່ມາຮ່ວມສະແດງຄວາມຍິນດີໃນງານວິວາຂອງທັງຄູ່.

ໃນຕອນເຊົ້າແມ່ນໄດ້ເຮັດພິທີສູ່ຂັວນບ່າວສາວ ທີ່ເຮືອນຂອງເຈົ້າສາວ ກ່ອນຈະໄປຈັດງານລ້ຽງໃນຕອນຄ່ຳ ທີ່ ໂຮງ ແຮມ ແກ້ວມີໄຊ.

ທາງທີມງານລາວໂພສຕ໌ ຂໍສະແດງຄວາມຍິນດີກັບທັງຄູ່ທີ່ເຂົ້າສູ່ປະຕູວິວາ ຂໍໃຫ້ທັງຄູ່ຄອງຄູ່ຢ່າງມີຄວາມສຸກຍືນຍາວຈົນແກ່ເຖົ້າ ມີລູກເຕັມບ້ານຫຼານເຕັມເມືອງ ຮັ່ງມີຍິ່ງໆຂຶ້ນໄປ ດັ່ງນັ້ນແອັດມິນກໍ່ບໍ່ພາດທີ່ຈະມີຮູບພາບງານມົງຄຸນສົມຣົດ ລະຫວ່າງ “ອາລັນ ຈອມມະນີວົງ ກັບ ຕ໋ອດ ວິລູນາ” ມາໃຫ້ແຟນເພສໄດ້ຮ່ວມສະແດງຄວາມຍິນດີໄປກັບທັງຄູ່.

18899 6255 276

28855 2866 4851 4822 971 972

5540

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...