spot_img
Homeຂ່າວການພັດທະນາໂຮງງານໄຟຟ້າຫົງສາ ມຸ່ງໝັ້ນເປັນຜູ້ນໍາດ້ານເຕັກໂນໂລຊີຢູ່ລາວ

ໂຮງງານໄຟຟ້າຫົງສາ ມຸ່ງໝັ້ນເປັນຜູ້ນໍາດ້ານເຕັກໂນໂລຊີຢູ່ລາວ

Published on

ຂປລ.ພາຍຫລັງ ເປີດການນຳໃຊ້ໂຮງໄຟຟ້າ ພະລັງຄວາມຮ້ອນຫົງສາ ຢ່າງເປັນທາງການ ໃນເດືອນທັນວາປີທີ່ຜ່ານມາ ຮອດປັດຈຸບັນ ກໍຄົບຮອບໜຶ່ງປີແລ້ວ ຂະນະ​ທີ່ ການຜະລິດກະແສໄຟຟ້າ ໄດ້ດຳເນີນເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອສະໜອງຕອບໃຫ້ແກ່ ລັດວິສາຫະກິດໄຟຟ້າລາວ ແລະ ການໄຟຟ້າ ຝ່າຍຜະລິດແຫ່ງປະເທດໄທ, ພ້ອມທັງມຸ່ງໝັ້ນໃຫ້ເປັນໂຮງໄຟຟ້າ ທີ່ມີເຕັກໂນໂລຊີນຳໜ້າ ໃນ ສປປ ລາວ ທັງເປັນມິດກັບສິ່ງແວດລ້ອມ ແລະ ເປັນທີ່ຍອມຮັບຂອງປະຊາຊົນໃນທ້ອງຖິ່ນ.

ທ່ານ ສົມສັກ ສິດທິນາມສຸວັນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ ເປີດເຜີຍ ອາທິດ​ຜ່ານ​ມາ​ນີ້ວ່າ: ໄລຍະ 1 ປີຜ່ານມາ ເຖິງວ່າໂຮງໄຟຟ້າ ພະລັງຄວາມຮ້ອນຫົງສາ ຈະດຳເນີນການຜະລິດຢ່າງຕໍ່ເນື່ອງ ແຕ່ກໍຍັງບໍ່ທັນຄ່ອງຕົວ ເນື່ອງຈາກມີການປັບປຸງແກ້ໄຂ ດ້ານເຕັກນິກໄປພ້ອມ, ຄາດວ່າພາຍໃນ 1-2 ປີຂ້າງ ໂຮງໄຟຟ້າແຫ່ງຈະໄດ້ຜະລິດ ກະແສໄຟຢ່າງສົມບູນແບບ ຕາມກຳນົດໃຫ້ມີກຳລັງການຜະລິດ 1.878 ເມກາວັດ. ​ແນວ​ໃດ​ກໍ​ດີ ການຜະລິດກະແສໄຟຟ້າ ໃນເບື້ອງຕົ້ນນີ້ ແມ່ນມີຜົນສຳເລັດພໍສົມຄວນ ສາມາດມອບເງິນຄ່າພາກຫລວງໃຫ້ແກ່ລັດຖະບານ ແລ້ວປະມານ 700 ລ້ານບາດ ແຕ່ຍັງບໍ່ໄດ້ລວມພັນ ແລະ ພາສີອາກອນ.

ໂຮງໄຟຟ້າພະລັງຄວາມຮ້ອນຫົງສາ ໄດ້ເລີ່ມການກໍ່ສ້າງແຕ່ປີ 2011 ແລະ ສຳເລັດ ໃນປີ 2015 ເຊິ່ງມີກຳນົດການຈຳໜ່າຍໄຟຟ້າ ສຳລັບເຕົາທີ 1 ເດືອນມີຖຸນາ ແລະ ເຕົາທີ 2 ເດືອນພະຈິກ 2015, ສ່ວນເຕົາທີ 3 ສາມແມ່ນເລີ່ມຈ່າຍໄຟ ໃນເດືອນມີນາ 2016, ມີມູນຄ່າການກໍ່ສ້າງທັງໝົດ 3.700 ລ້ານໂດລາສະຫະລັດ. ພ້ອມດຽວກັນນັ້ນ, ບໍລິສັດ ໄຟຟ້າຫົງສາ ຈຳກັດ ມີການປະຕິບັດມາດຕະຖານ ຈັດການດ້ານສິ່ງແວດລ້ອມ, ດ້ານສຸຂະນາໄມ ແລະ ຄວາມປອດໄພຂອງທະນາຄານໂລກ, ລວມເຖິງມາດຕະຖານ ດ້ານຄຸນນະພາບຂອງ ສປປ ລາວ ເປັນຢ່າງດີ ດ້ວຍການນຳໃຊ້ເຄື່ອງດັກຈັບຂີ້ຝຸ່ນໄດ້ເຖິງ 98% ກ່ອນຈະປ່ອຍຂຶ້ນສູ່ອາກາດ.

ບໍລິສັດ ຍັງໄດ້ຖືສຳຄັນ ດ້ານຍົກຍ້າຍ, ຈັດສັນ, ຊົດເຊີຍ ແລະ ສົ່ງເສີມການພັດທະນາເສດຖະກິດຄອບຄົວ ໃຫ້ແກ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບ 450 ຄອບຄົວ ໃຫ້ໄດ້ມີທີ່ຢູ່ອາໄສໃໝ່, ພ້ອມທັງສ້າງໂອກາດ ທາງດ້ານການສຶກສາ, ການພັດທະນາອາຊີບ ແລະ ການບໍລິການ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ນັບມື້ດີຂຶ້ນ. ໃນຂະນະດຽວກັນ ກໍໄດ້ມີສ່ວນຮ່ວມສໍາຄັນ ໃນການສະໜັບສະໜູນ ກິດຈະກຳຂອງເມືອງຫົງສາ ທັງມີການປະກອບສ່ວນວັດຖຸອຸປະກອນ ແລະ ການພັດທະນາພື້ນຖານໂຄງລ່າງ ຂອງເມືອງໃຫ້ຈະເລີນຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...