HomeBaby-ແມ່ແລະເດັກ10 ວິທີລ້ຽງລູກ ໃຫ້ມີອີຄິວສູງ ທີ່ພໍ່ແມ່ສ້າງໄດ້

10 ວິທີລ້ຽງລູກ ໃຫ້ມີອີຄິວສູງ ທີ່ພໍ່ແມ່ສ້າງໄດ້

Published on

ລະດັບສຳຕິປັນຍາຈະໜ້ອຍ ຫຼືຫຼາຍ ສ່ວນໜຶ່ງແມ່ນຂຶ້ນກັບກຳມະພັນ ຫຼືເວົ້າໄດ້ງ່າຍໆວ່າ ຖ້າພໍ່ແມ່ສະຫຼາດ ມີໂອກາດສູງທີ່ລູກຈະສະຫຼາດໄດ້ ເຊິ່ງເປັນເລື່ອງຂອງກຳມະພັນທີ່ຄວບຄຸມ, ແຕ່ກໍຍັງມີປັດໄຈອື່ນໆປະກອບອີກດ້ວຍເຊັ່ນ: ການໄດ້ຮັບສານອາຫານທີ່ພຽງພໍ ຕໍ່ການຈະເລີນເຕີບໂຕຂອງສະໝອງ ຕັ້ງແຕ່ຢູ່ໃນທ້ອງ ແລະຕະຫຼອດຊ່ວງຍັງນ້ອຍ ທີ່ໄດ້ຮັບການກະຕຸ້ນຢ່າງເໝາະສົມ, ສຳລັບ ອີຄິວ ກໍເປັນສິ່ງໜຶ່ງທີ່ພໍ່ແມ່ສ້າງໃຫ້ລູກໄດ້ ເຊິ່ງເດັກຈະມີພຶດຕິກຳ ແລະນິໄສແນວໃດ ຂຶ້ນຢູ່ກັບການເບິ່ງແຍງຂອງພໍ່ແມ່ເປັນຫຼັກ, ດັ່ງນັ້ນ ການໃຫ້ຄວາມສຳຄັນຂອງ ອີຄິວກັບລູກຕັ້ງແຕ່ນ້ອຍ ຈະຊ່ວຍໃຫ້ເດັກນ້ອຍຢູ່ໃນສັງຄົມພາຍໜ້າໄດ້ຢ່າງມີຄວາມສຸກທັງຕໍ່ຕົນເອງ ແລະຄົນອື່ນ

  1. ໃຫ້ຄວາມຮັກ: ເຊິ່ງມີຄວາມສຳຄັນຫຼາຍ ແລະບໍ່ພຽງແຕ່ໃຫ້ຄວາມຮັກເທົ່ານັ້ນ, ພໍ່ແມ່ຕ້ອງສະແດງອອກຢ່າງເໝາະສົມອີກດ້ວຍ, ບາງຄົນຮັກລູກແຕ່ບໍ່ກ້າເວົ້າ ບໍ່ກ້າສະແດງອອກໃຫ້ລູກເຫັນ, ສະນັ້ນ ການຍິ້ມໃຫ້, ການສຳຜັດ, ການກອດ, ລ້ວນແລ້ວແຕ່ເປັນພາສາກາຍ ທີ່ບົ່ງບອກເຖິງຄວາມຮັກທີ່ພໍ່ແມ່ມີຕໍ່ລູກ
  2. ຄອບຄົວມີຄວາມສຸກ: ການທີ່ພໍ່ແມ່ມີຄວາມສຳພັນທີ່ດີຕໍ່ກັນ, ລວມເຖິງມີທັດສະນະຄະຕິ, ຄວາມຄິດເຫັນໃນການລ້ຽງລູກ, ການສັ່ງສອນລູກໃຫ້ເປັນຄົນດີ ຫຼືຖ້າມີການຂັດແຍ່ງກັນ ກໍຄວນເວົ້າ ຕົກລົງກັນໃຫ້ເປັນທິດຽກັນ
  3. ຮູ້ ແລະເຂົ້າໃຈການພັດທະນາຂອງລູກ: ຕ້ອງທຳຄວາມເຂົ້າໃຈ ແລະປະຕິບັດຕໍ່ລູກໄດ້ຢ່າງຖືກຕ້ອງ ແລະເໝາະສົມ ເຊິ່ງພັດທະນາການແມ່ນ ຕັ້ງແຕ່ຍັງນ້ອຍຈົນເຖິງໄວລຸ້ນ
  4. ພໍ່ແມ່ມີສ່ວນຮ່ວມໃນການລ້ຽງລູກໃຫ້ຫຼາຍທີ່ສຸດ: ຖ້າພໍ່ແມ່ຫາກມີວຽກທັງສອງ ກໍຄວນໃຫ້ເວລາກັບລູກໃນຍາມກາງຄືນ ເພື່ອເຮັດໃຫ້ລູກມີຄວາມອົບອຸ່ນໃຈ
  5. ສົ່ງເສີມໃຫ້ລູກມີຄວາມຮູ້ສຶກວ່າຕົນເອງມີຄ່າ: ເມື່ອລູກເຮັດດີ ຫຼືປະສົບຄວາມສຳເລັດ ພໍ່ແມ່ຕ້ອງຍ້ອຍໍຊົມເຊີຍລູກ, ເມື່ອລູກທໍ້ຖອຍ ກໍຄວນໃຫ້ກຳລັງໃຈ
  6. ໃຫ້ອິດສະລະ ແລະໃຫ້ໂອກາດໃນການຕັດສິນໃຈ: ຈະຊ່ວຍໃຫ້ລູກມີຄວາມຄິດສ້າງສັນ, ກ້າຄິດ, ກ້າເຮັດ ບໍ່ພະຍາຍາມບັງຄັບຄວາມຄິດລູກ
  7. ສອນລູກໃຫ້ຮັກຕົນເອງ ແລະຮັກຄົນອື່ນ: ພໍ່ແມ່ຕ້ອງສອນລູກໃຫ້ຮູ້ຈັກເອື້ອເຟື້ອ ເພື່ອແຜ່ຄົນອື່ນ ແລະສອນໃຫ້ລູກຮູ້ຈັກຮັກຕົນເອງ
  8. ໃຫ້ລູກຮູ້ຈັກຄິດແບບມີເຫດຜົນ: ໂດຍສົ່ງເສີມໃນເລື່ອງທີ່ກ່ຽວຂ້ອງກັບຊີວິດປະຈຳວັນ ແລະເລື່ອງສຳຄັນ
  9. ສອນລູກໃຫ້ຮູ້ຈັກຫາຄວາມສຸກໃຫ້ຕົນເອງ: ເພາະເດັກຫຼາຍຄົນທີ່ເກັ່ງ, ມີຄວາມປະສົບຄວາມສຳເລັດດ້ານການຮຽນ ແຕ່ບໍ່ມີຄວາມສຸກ ເພາະຄວາມຄຽດເລື່ອງການຮັກສາຄວາມເກັ່ງຂອງຕົນເອງໄວ້ຕະຫຼອດໄປ ຫຼືໃຫ້ເກັ່ງຫຼາຍຂຶ້ນ ເພື່ອເອົາຊະນະຄົນອື່ນ
  10. ເປັນແບບຢ່າງທີ່ດີໃຫ້ກັບລູກ: ພໍ່ກັບແມ່ ຕ້ອງເປັນໂຕຢ່າງທີ່ດີໃຫ້ກັບລູກ ເພື່ອເຮັດໃຫ້ລູກໄດ້ຮຽນຮູ້ຢ່າງອັດຕະໂນມັດ ໃນແບບທີ່ບໍ່ຕ້ອງເວົ້າ ຫຼືສອນອີກຕໍ່ໄປ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...