spot_img
Homeນານາສາລະສູດເຄື່ອງດື່ມກາເຟບູຮານ

ສູດເຄື່ອງດື່ມກາເຟບູຮານ

Published on

ຂໍແນະນໍາສູດເຄື່ອງດື່ມກາເຟບູຮານ ໃສ່ທັ້ງນໍ້າຕານຊາຍ, ນົມຂຸ້ນຫວານ ແລະນົມຂຸ້ນຈືດ ລົດຊາດເຂັ້ມຂຸ້ນຫວານມັນ.

ສ່ວນປະສົມກາເຟບູຮານ:

  1. ຜົງກາເຟ 5-6 ບ່ວງ
  2. ນໍ້າທໍາມະດາ 1+1/2 ຖ້ວຍ
  3. ນໍ້າຕານຊາຍ 4 ບ່ວງ
  4. ນົມຂຸ້ນຫວານ 9 ບ່ວງ
  5. ນົມຂຸ້ນຈືດ
  6. ນໍ້າກ້ອນ

ວິທີເຮັດເຄື່ອງດື່ມກາເຟບູຮານ:

  1. ຕົ້ນນໍ້າທໍາມະດາໃຫ້ຮ້ອນ ກຽມໄວ້
  2. ໃສ່ຜົງກາເຟລົງໄປໃນຖົງຕອງ ແລ້ວວາງໃສ່ເທິງພາສະນາ ເທນໍ້າຮ້ອນລົງໄປ ສັ່ນຖົງເລັກໜ້ອຍໃຫ້ນໍ້າທົ່ວເຖິງກາເຟ ປະໄວ້ 7-10 ນາທີ
  3. ໃສ່ນໍ້າຕານຊາຍລົງໄປໃນຈອກ ຕາມດ້ວຍນົມຂຸ້ນຫວານ ເທນໍ້າກາເຟລົງໄປຄົນປະສົມໃຫ້ເຂົ້າກັນຈົນນໍ້າຕານຊາຍລະລາຍ ເທໃສ່ໃນຈອກທີ່ມີນໍ້າກ້ອນປະໄວ້ປະມານ 3-4 ຈອກ ແລ້ວເທນົມຂຸ້ນຈືດລົງໄປໃຫ້ເຕັມຈອກ ພ້ອມດື່ມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...