Homeຂ່າວຕ່າງປະເທດສະຫຼົດໃຈ! ເຈົ້າສາວນັ່ງເຮລິຄອບເຕີີ ໄປເຂົ້າພິທີງານແຕ່ງງານ ແຕ່ເກີດຕົກກາງປ່າດັບຍົກລໍາ

ສະຫຼົດໃຈ! ເຈົ້າສາວນັ່ງເຮລິຄອບເຕີີ ໄປເຂົ້າພິທີງານແຕ່ງງານ ແຕ່ເກີດຕົກກາງປ່າດັບຍົກລໍາ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານໃນວັນທີ 7 ທັນວາ 2016 ວ່າ: ໃນວັນທີ 7 ທັນວາຜ່ານມາ ມີງານແຕ່ງງານຢູ່ທີ່ປະເທດບຣາຊິນ ເມືອເຈົ້າສາວຊາວບຣາຊິນຊື່ວ່າ ໂຣສເມເຣ ໄວ 32 ປີ ອາຊີບແພດ ພ້ອມອ້າຍ ແລະຊ່າງພາບສາວທີ່ກໍາລັງຖືພາ 6 ເດືອນ ນັ່ງເຮລິຄອບເຕີີເດີນທາງມາເຂົ້າພິທີງານແຕ່ງງານ ກຽມເປີດໂຕຕໍ່ໜ້າແຂກກວ່າ 300 ຄົນທີ່ມາຮ່ວມເປັນສັກຂີພະຍານໃນງານ.

ແຕ່ເຮລິຄອບເຕີຄັນດັ່ງກ່າວເກີດຕົກລົງໃນກາງປ່າໃກ້ສະຖານທີ່ຈັດງານແຕ່ງງານພຽງບໍ່ກີ່ນາທີເທົ່ານັ້ນ ຈົນເປັນເຫດໃຫ້ຜູ້ໂດຍສານ ແລະນັກບິນຮວມ 4 ຄົນເສຍຊີວິດທັ້ງໝົດ ຊຶ່ງເຫດການດັ່ງກ່າວເຮັດໃຫ້ເອົາເຈົ້າບ່າວທີ່ຢືນຖ້າຢູ່ໜ້າງານແຕ່ງ ແລະແຂກທີ່ບໍ່ຮູ້ແຜນການນີ້ຮູ້ສຶກເສົ້າສະຫຼົດໃຈເມື່ອຮູ້ຂ່າວ.

ໂດຍທ່ານຄາຣລອນ ໜຶ່ງໃນທີມຈັດງານແຕ່ງງານ ແລະຮ່ວມແຜນເປີດໂຕເຈົ້າສາວເຜີຍວ່າ ເຈົ້າສາວທຸກຄົນມີຄວາມໃຝ່ຝັນວ່າຈະນັ່ງເຮລິຄອບເຕີມາງານແຕ່ງງານໂດຍບໍ່ມີໃຜຮູ້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...