spot_img
Homeວິທະຍາສາດ-ວິທະຍາການບັນດິດໜຸ່ມອັງກິດ ຄິດຄົ້ນໃບໄມ້ປອມ ສັງເຄາະແສງ ແລະ ຜະລິດອົກຊີໄດ້ຈິງ!

ບັນດິດໜຸ່ມອັງກິດ ຄິດຄົ້ນໃບໄມ້ປອມ ສັງເຄາະແສງ ແລະ ຜະລິດອົກຊີໄດ້ຈິງ!

Published on

ບັນດິດໜຸ່ມຊາວອັງກິດສຸດອັດສະລິຍະ ຄິດຄົ້ນໃບໄມ້ປອມ ທີ່ສາມາດສັງເຄາະແສງ ແລະ ຜະລິດອົກຊີເຢັນໄດ້ຈິງ

 

ເມື່ອວັນທີ 25 ກໍລະກົດ 2014 ທີ່ຜ່ານມາ ເວັບຂ່າວຕ່າງປະເທດ ໄດ້ເປີດເຜີຍນະວັດຕະກຳໃໝ່ສຸດທີ່ໜ້າຕື່ນເຕັ້ນ

ເມື່ອບັນດິດໜຸ່ມຈາກສະຖາບັນໂຣໂຢ ຄໍເລດ ອັອບ ອາກ ຂອງອັງກິດຊື່ວ່າ ທ້າວ ຈູລຽນ ເມຄຶອໍຣີ ໄດ້ຄິດຄົ້ນ ແລະ

ພັດທະນາໃບໄມ້ປອມ ທີ່ສາມາດສັງເຄາະແສງ ແລະ ຜະລິດອົກຊີເຢັນໄດ້ ໂດຍຫວັງນຳໄປໃຊ້ໃນການເດີນທາງເທິງ

ອາວະກາດເປັນເວລາຍາວນານ.

 

ຈູລຽນ ເມຄິອໍຣີ ເຊິ່ງໄດ້ຮ່ວມມືກັບຫ້ອງແລັບໄໝ ແຫ່ງມະຫາວິທະຍາໄລທັບສ໌ ໃນການສຶກສາ ແລະ ຄິດຄົ້ນນະວັດ

ນະຕຳນີ້ ໄດ້ເປີດເຜີຍວ່າ ຕົ້ນໄມ້ແທ້ບໍ່ສາມາດເຕີບໂຕໄດ້ໃນສະພາວະໄຮ້ນ້ຳໜັກ ເຊັ່ນຢູ່ໃນອາວະກາດ, ຕອນນີ້ນາ

ຊາກຳລັງຄົ້ນຫາວິທີທີ່ຈະຜະລິດອົກຊີເຢັນ ສຳລັບການເດີນທາງເທິງອາວະກາດແບບໄລຍະຍາວ ເພື່ອໃຫ້ນັກບິນອາ

ວະກາດ ມີຊີວິດຢູ່ຕໍ່ໄປໄດ້ ແລະ ນະວັດຕະກຳນີ້ ແມ່ນໄດ້ເອື້ອປະໂຫຍດຕໍ່ພາລະກິດນັ້ນ.

 

ໃບໄມ້ຄ້າຍຄືຈິງນີ້ ຜະລິດຈາກໄຍໄໝ ເຊິ່ງເປັນວັດຖຸດິບທີ່ມະຫັດສະຈັນຫຼາຍ ໂດຍເຂົາໄດ້ນຳເອົາຄລໍໂຣພລາດຈາກ

ເຊວຂອງພືດມາປະສົມກັບໂປຣຕີນໄໝ ແລະ ກາຍມາເປັນໃບໄມ້ສະເໝືອນຈິງ ທີ່ສາມາດສັງເຄາະແສງ ແລະ ຜະ

ລິດອົກຊີເຢັນໄດ້ ສ່ວນສິ່ງທີ່ຫຼໍ່ລ້ຽງໃບໄມ້ສະເໝືອນຈິງນີ້ ກໍຄືນ້ຳໃນປະລິມານເລັກໜ້ອຍ ແລະ ແສງແດດ ຄືກັນກັບ

ຕົ້ນໄມ້ຕົ້ນແທ້ໆຕົ້ນໜຶ່ງ.

500-7_1

 

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...