spot_img
Homeຂ່າວພາຍ​ໃນ10 ມາດຕະການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃນປີ 2017

10 ມາດຕະການພັດທະນາເສດຖະກິດ-ສັງຄົມ ຂອງລາວ ໃນປີ 2017

Published on

ໃນທ່າມກາງເສດຖະກິດ ຂອງປະເທດກໍາລັງ ຢູ່ໃນສະພາວະຫຍຸ້ງຍາກ ສັບສົນການເງິນທີ່ມີບັນຫາແກ່ຍາວມາຫລາຍປີ, ດັ່ງນັ້ນ ເພື່ອເປັນການແກ້ໄຂ ບັນຫາທັງໄລຍະສັ້ນ ແລະ ຍາວລັດຖະບານ ຈຶ່ງໄດ້ມີການປັບປຸງກົງຈັກ, ກົນໄກການບໍລິຫານງານລັດໃຫ້ຮັດກຸມ, ໂປ່ງໃສ, ວ່ອງໄວ ແລະ ເນັ້ນໃສ່ປະສິດທິພາບ ປະສິດທິຜົນ ຂອງການບໍລິຫານ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ- ສັງຄົມ ສົກປີ 2017 ໃຫ້ປະສົບຜົນສໍາເລັດ, ລັດຈຶ່ງໄດ້ສະເໜີ 10 ມາດຕະການ ຕົ້ນຕໍທີ່ຈະໄດ້ຕັ້ງປະຕິບັດຄື:

  1. ສືບຕໍ່ປັບປຸງ ການຄຸ້ມຄອງ ລະບົບການເງິນ- ງົບປະມານຢ່າງ ແຂວງແຮງ ແນໃສ່ແກ້ໄຂ ສະພາບຄວາມ ຫຍຸ້ງຍາກ ງົບປະມານ ໂດຍປະຕິຮູບ ກົນໄກເກັບລາຍຮັບໃຫ້ ເຂົ້າສູ່ລະບົບ ທັນສະໄໝ, ໂປ່ງໃສ, ເສີມສ້າງຖານ ລາຍຮັບໃຫ້ໝັ້ນຄົງ, ກວ້າງຂວາງ ຫລາຍຂຶ້ນ, ພ້ອມທັງຕິດຕາມ ກວດກາ ແລະ ປັບປຸງກົນໄກ ການປະຕິບັດແຜນ ງົບປະມານ ແລະ ແຜນລາຍຈ່າຍ ໃຫ້ມີປະສິດທິຜົນ, ປະຕິບັດມາດຕະການຕ້ານ ການຟຸມເຟືອຍໃຫ້ ປະກົດຜົນເປັນຈິງ.
  2. ແມ່ນຄຸ້ມຄອງເງິນຕາ ໃຫ້ມີສະຖຽນລະພາບ ໂດຍສືບຕໍ່ປະຕິບັດ ນະໂຍບາຍດອກເບ້ຍ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ, ສືບຕໍ່ຄຸ້ມຄອງ ການກຳນົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ທະນາຄານທຸລະກິດ ໃຫ້ເໝາະສົມ ແລະ ເອື້ອອໍານວຍ ໃຫ້ແກ່ການຊຸກຍູ້ ສົ່ງເສີມການຜະລິດ ແລະ ການເຄື່ອນໄຫວ ທຸລະກິດ.
  3. ປັບປຸງ ສະພາບແວດລ້ອມ ໃນການດໍາເນີນ ທຸລະກິດ ເພື່ອສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໂດຍເອົາໃຈໃສ່ແກ້ໄຂ ຂັ້ນຕອນ ແລະ ຂອດຕ່າງໆ ທີ່ບໍ່ສະດວກ ທີ່ເປັນການກົດໜ່ວງ ສ້າງຄວາມຫຍຸ້ງຍາກ ທັງເປັນການເພີ່ມຕົ້ນທຶນ ໃຫ້ແກ່ການດໍາເນີນທຸລະກິດ.
  4. ຊຸກຍູ້ສົ່ງເສີມ ການຜະລິດ ແລະ ການບໍລິການ ໂດຍສຸມໃສ່ ການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ຫລຸດຜ່ອນ ການນໍາເຂົ້າພ້ອມທັງ ມີຈຸດສຸມໃນການ ຊຸກຍູ້ຊ່ວຍເຫລືອ ການຜະລິດເພື່ອສົ່ງ-ອອກ
  5. ສືບຕໍ່ສຸມໃສ່ ການພັດທະນາ ທາງດ້ານວັດທະນະທໍາ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ໂດຍເອົາໃຈໃສ່ ວຽກງານຍຸກສູງ ຄຸນນະພາບການສຶກສາ ແລະ ສາທາລະນະສຸກ ໃຫ້ທົ່ວເຖິງທັງ ຢູ່ສູນກາງ ແລະ ເຂດຊົນນະບົດ ຫ່າງໄກສອກຫລີກ.
  6. ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເປົ້າໝາຍການ ພັດທະນາແບບຍືນຍົງ ໃຫ້ເປັນຄາດໝາຍ ເປັນແຜນງານ ແລະ ເປັນໂຄງການ ລະອຽດຂອງແຕ່ລະຂະແໜງການ ເພື່ອຮັບປະກັນ ການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.
  7. ການບໍລິຫານລັດ ການເຄື່ອນໄຫວ ຂອງຜູ້ປະກອບການ ຕ້ອງເອົາເຂົ້າລະບຽບ ກົດໝາຍຢ່າງເຄັ່ງຂັດ ຕ້ານປາກົດການຫຍໍ້ທໍ້ ພະຍາດອາດຍາສິດ ຕ້ານການສໍ້ລາດບັງຫລວງໃຫ້ເປັນ ຮູບປະທໍາ.
  8. ສະເໜີສະພາແຫ່ງຊາດ ແລະ ສະພາທ້ອງຖິ່ນ ສະໜັບສະໝູນ ຊ່ວຍເຫລືອ ທາງດ້ານການຕິດຕາມ ກວດກາການປັບປຸງ ນິຕິກໍາຕ່າງໆ ທີ່ເຫັນວ່າບໍ່ສອດຄ່ອງ ນັ້ນໃຫ້ວ່ອງໄວ ທັນກັບຄວາມ ຮຽກຮ້ອງຕ້ອງການ.
  9. ສ້າງສະພາບ ແວດລ້ອມໃຫ້ແກ່ ການພັດທະນາ ແກ້ໄຂບັນຫາ ຫຍຸ້ງຍາກທາງດ້ານ ເສດຖະກິດ ເພື່ອຮັບປະກັນສະຖຽນ ລະພາບທາງ ດ້ານການເມືອງ ຄວາມເປັນລະບຽບ ຮຽບຮ້ອຍທາງດ້ານສັງຄົມ.
  10. ພ້ອມກັບການສ້າງ ສະພາບແວດລ້ອມທີ່ດີ ແລະ ສະເໝີຕົ້ນ ສະເໝີປາຍກັບ ເພື່ອນມິດສາກົນ ປະຕິບັດນະໂຍບາຍ ເພີ່ມມິດຫລຸດຜ່ອນ ສັດຕູປະຕິບັດ ນະໂຍບາຍການ ທູດປ້ອງກັນ ເຫດບຸກທະລຸ ເພື່ອພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...