Homeນານາສາລະສູດເຄື່ອງດື່ມຊາເຢັນ

ສູດເຄື່ອງດື່ມຊາເຢັນ

Published on

ສູດຊາເຢັນ ລົດຊາດເຂັ້ມຂຸ້ນ ຟອງນຸ່ມ ເຮັດຂາຍກໍຄຸ້ມຄ່າຕົ້ນທຶນຕໍ່ ແລະສາມາດແຊ່ເຢັນໄວ້ໄດ້ເປັນອາທິດ.

ສ່ວນປະສົມຊາເຢັນ:

  1. ຊາຜົງຊີລອນ 10 ບ່ວງຊາ ( ກາຊ້າງຄໍາ )
  2. ຊາຜົງ 20 ບ່ວງຊາ ( ກາ 555 )
  3. ຊາຫອມ 10 ບ່ວງຊາ ( ກາຊ້າງຄໍາ )
  4. ນໍ້າທໍາມະດາ 1,500 ມິນລີລິດ
  5. ນົມຂຸ້ນຫວານ 1 ½ ກະປ໋ອງ
  6. ນົມຂຸ້ນຈືດ 20 ບ່ວງຊາ
  7. ຄີມທຽມ 20 ບ່ວງຊາ
  8. ນໍ້າຕານເຊື່ອມ 25 ບ່ວງຊາ

ວິທີເຮັດຊາເຢັນ:

  1. ປະສົມຊາທັງ 3 ຢ່າງເຂົ້າດ້ວນກັນ
  2. ເອົານໍ້າທໍາມະດາໄປຕົ້ມໃຫ້ຮ້ອນ
  3. ເອົາຊາທີ່ກຽມໄວ້ເທໃສ່ໃນຖົງຕອງຊາແລ້ວເທນໍ້າຮ້ອນລົງຖົງຕອງທີ່ມີຊາຢູ່ ໂດຍວາງຖົງຕອງຊາໄວ້ໃນພາສະນະ ໃຫ້ຕອງກັບໄປມາປະມານ 12 ຄັ້ງ ແລະຈັບຖົງຕອງຊາໃຫ້ສູງຂຶ້ນ ເພື່ອໃຫ້ຊາໄດ້ສໍາຜັດກັບອາກາດ ກິນຊາ ແລະລົດຊາດຄວາມແຊບຈະເພີ່ມຂຶ້ນ.
  4. ເມື່ອຕອງໄປມາຄົບ 12 ຄັ້ງ ຈຶ່ງແຊ່ຊາປະໄວ້ປະມານ 5 ນາທີ ຈຶ່ງຍົກຖົງຕອງຊາອອກຈາກພາສະນະ
  5. ເຕີມຄີມທຽມລົງໄປໃນນໍ້າຊາຄົນໃຫ້ເຂົ້າກັນ ເຕີມນົມຂຸ້ນຫວານ ແລະຈືດລົງໄປ ຄົນໃຫ້ເຂົ້າກັນດີ ຕາມດ້ວຍນໍ້າຕານເຊື່ອມ ພ້ອມດື່ມ ສ່ວນລົດຊາດຂຶ້ນຢູ່ກັບຄວາມຕ້ອງການຂອງແຕ່ລະຄົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...