spot_img
Homeຂ່າວຕ່າງປະເທດບໍ່ຖ່ານຫີນລະເບີດຢູ່ມົງໂກເລຍ ມີຜູ້ເສຍຊີວິດ 32 ຄົນ

ບໍ່ຖ່ານຫີນລະເບີດຢູ່ມົງໂກເລຍ ມີຜູ້ເສຍຊີວິດ 32 ຄົນ

Published on

ອີງຕາມການລາຍງານຂ່າວ ຂອງສຳນັກຂ່າວຊິນຫົວ ລາຍງານເມື່ອວັນທີ 3 ທັນວາຜ່ານມາວ່າ ເວລາປະມານ 11:30 ໂມງ ໄດ້ເກີດເຫດລະເບີດ ຢູ່ໃນເໝືອງຖ່ານຫີນ ຂອງບໍລິສັດ ເປົາໝ່າ ໄມນິ່ງ ຈໍາກັດ ໃນເມືອງຊື່ເຟິງ ເຂດປົກຄອງຕົນເອງ ຂອງມົງໂກເລຍ ເຮັດໃຫ້ມີຜູ້ເສຍຊີວິດ 32 ຄົນ ແລະບາດເຈັບອີກຈຳນວນຫຼາຍ ເຊິ່ງໃນເຈົ້າໜ້າທີ່ໄດ້ຄວບຄຸມຕົວຜູ້ມີສ່ວນຮັບຜິດຊອບກັບເຫດການດັ່ງກ່າວ ສ່ວນສາເຫດຍັງຢູ່ໃນການສອບສວນ

ໂດຍທາງລັດຖະບານເມືອງຊື່ເຟິງເວົ້າວ່າ ຂະນະເກີດເຫດມີກຳມະກອນເຮັດວຽກຢູ່ໃນຊັ້ນໃຕ້ດິນທັງໝົດ 181 ຄົນ ເຊິ່ງຫຼັງຈາກເກີດເຫດທາງບໍລິສັດດັ່ງກ່າວ ແລະໜ່ວຍງານທີ່ກ່ຽວຂ້ອງໄດ້ສົ່ງເຈົ້າໜ້າທີ່ຕຳຫຼວດ 268 ຄົນ, ເຈົ້າໜ້າທີ່ກູ້ໄພ ແລະແພດ 119 ຄົນ ພ້ອມກັບລົດໂຮງໝໍອີກ 32 ​ຄັນ ເຂົ້າຊ່ວຍເຫຼືອຜູ້ປະສົບໄພຢ່າງຕໍ່ເນື່ອງ ຈົນສາມາດຊ່ວຍຜູ້ເຄາະຮ້າຍໄດ້ທັງໝົດ 149 ຄົນ ແລະມີຜູ້ເສຍຊີວິດ 32 ຄົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...