spot_img
Homeຂ່າວພາຍ​ໃນຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີ

ຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີ

Published on

 ຄະນະຜູ້ແທນລາວນຳໂດຍ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ແລະ ຜູ້ຮັບຜິດຊອບວຽກງານຝຣ່ັງໂກໂຟນີໄດ້ເດີນທາງເຂົ້າຮ່ວມກອງປະຊຸມລະດັບລັດຖະ ມົນຕີ ແລະ ກອງປະຊຸມສຸດຍອດຂອງອົງການຝຣ່ັງໂກໂຟນີສາກົນໃນນາມຜູ້ຕາງໜ້າພິເສດຂອງປະທານປະເທດແຫ່ງ ສປປ ລາວ ຊຶ່ງກອງປະຊຸມດັ່ງກ່າວໄດ້ດຳເນີນ ແຕ່ວັນທີ 23 ເຖິງ 27 ພະຈິກຜ່ານມານີ້ທີ່ນະຄອນຫຼວງອັນຕານານາຣີໂວແຫ່ງມາດາກັດສະກາ.

    ກອງປະຊຸມສຸດຍອດຂອງອົງການຝຣັ່ງໂກໂຟນີຄັ້ງນີ້ໄດ້ດຳເນີນເປັນຄັ້ງທີ 16 ພາຍໃຕ້ຫົວຂໍ້ “ການຂະຫຍາຍຕົວດ້ານເສດຖະກິດ ແລະ ການພັດທະນາເພື່ອຜົນປະໂຫຍດຂອງທຸກຄົນ” ໂດຍໄດ້ມີການພິຈາລະນາຫຼາຍບັນຫາເປັນຕົ້ນແມ່ນກ່ຽວກັບສະພາບການຢູ່ພາຍໃນຂົງເຂດຝຣ່ັງໂກໂຟນີ ແລະ ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ແລະອົງການໃນການຈັດຕັ້ງປະຕິບັດຜັນຂະຫຍາຍບັນດາແຜນງານ ແລະ ໂຄງການຕ່າງໆທີ່ໄດ້ວາງໄວ້ນັບທັງສິ່ງທີ່ຈະໄດ້ຕົກລົງອະນຸມັດຈາກກອງປະຊຸມໃນຄັ້ງນີ້.

ສປປ ລາວ ເຮົາໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣ່ັງ ໂກໂຟນີ ມາແຕ່ປີ 1991 ຊຶ່ງມາເຖິງປະຈຸບັນການພົວພັນຮ່ວມມືກັບອົງການໄດ້ດຳເນີນໄປຢ່າງ ຕັ້ງໜ້າໂດຍກວມເອົາບັນດາຂົງເຂດ ແລະ ຂະແໜງການທີ່ສຳຄັນຄື: ການສຶກສາ ແລະ ຝຶກອົບຮົມວິຊາຊີບ, ວັດທະນະທຳ-ສັງຄົມ, ຍຸຕິທຳ ແລະ ກົດໝາຍ, ສາທາລະນະສຸກ ແລະ ອື່ນໆ.

ໃນກາງເດືອນຕຸລາ 2016 ຜ່ານມາທ່ານ ນາງ ມີກາແອນ ຊັງ ເລຂາທິການໃຫຍ່ອົງການຝຣ່ັງ ໂກໂຟນີ ໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການພາຍຫຼັງການເຂົ້າດຳລົງຕຳແໜ່ງຊຶ່ງໄດ້ເປັນນິມິດໝາຍອັນດີໃຫ້ແກ່ການທົບທວນຕີລາຄາການພົວພັນຮ່ວມມືລະຫວ່າງສອງຝ່າຍແນໃສ່ເພື່ອການເພີ່ມທະວີຂຶ້ນຢ່າງມີຄວາມກ້າວໜ້າໃນອະນາ ຄົດຕໍ່ໄປ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...