Homeນານາສາລະວິທີເຮັດຂີງດອງກິນເອງແບບງ່າຍໆ ສະອາດປອດໄພ

ວິທີເຮັດຂີງດອງກິນເອງແບບງ່າຍໆ ສະອາດປອດໄພ

Published on

ເຮັດຂີງດອງ 1 ແກ້ວ ( ປະມານ 10 ອອນ ) ສິ່ງທີ່ຕ້ອງກຽມ

ສ່ວນປະສົມໃນການເຮັດຂີງດອງ:

  1. ຂີງສົດ 12 ອອນ ( ປະມານ 2 ກໍາມືໃຫຍ່ )
  2. ເກືອ 1 ½ ບ່ວງ
  3. ນໍ້າສົ້ມສາຍຊູເວນາກ້າ ½ ຖ້ວຍ
  4. ນໍ້າຕານຊາຍ 1 ½ ບ່ວງ

ອຸປະກອນ:

  1. ມີດ ຫຼືອຸປະກອບຊອຍຂີງ ແລະລອກເປືອກຂີງ
  2. ຂຽງ
  3. ແກ້ວ 1 ໜ່ວຍມີຝາອັດ
  4. ຖ້ວຍ ແລະບ່ວງ

ວິທີເຮັດຂີງດອງ:

  1. ລ້າງແກ້ວໃຫ້ສະອາດດ້ວຍນໍ້າອຸ່ນ ແລະປະໄວ້ໃຫ້ມັນແຫ້ງ ຈຶ່ງເອົາມາໃຊ້
  2. ລອກເປືອກຂີງອອກ
  3. ເອົາຂີງ ແລະເກືອໃສ່ໃນຖ້ວຍໃຫຍ່ ແລ້ວປະໄວ້ປະມານ 30 ນາທີ
  4. ເອົາຂີງໃສ່ລົງໄປໃນແກ້ວ ແລະອັດໃຫ້ແໜ້ນ
  5. ເອົານໍ້າສົ້ມສາຍຊູ ແລະນໍ້າຕານຕົ້ມດ້ວຍຄວາມ້ອນສູງ ຄົນນໍ້າຕານໃຫ້ລະລາຍ ຈາກນັ້ນເທນໍ້າລົງໄປເທິງຂີງທີ່ຢູ່ໃນແກ້ວປະມານ ½ ນີ້ວ
  6. ສັ່ນແກ້ວຄ່ອຍໆ 2-3 ຄັ້ງເພື່ອເອົາລົມອອກ
  7. ອັດຝາໃຫ້ແໜ້ນ
  8. ເອົາໄວ້ໃນຕູ້ເຢັນຢ່າງໜ້ອຍ 48 ຊົ່ວໂມງ ແລະຈະເຮັດໃຫ້ລົດຊາດຂອງຂີງດອງແຊບຂຶ້ນ

ໝາຍເຫດ: ຖ້າເກັບໄວ້ໃນຕູ້ເຢັນໄດ້ດົນເຖິງ 2 ເດືອນ ແລະສາມາດເກັບໄວ້ໃນອຸນຫະພູມຫ້ອງແຕ່ຕ້ອງອັດຝາໃຫ້ແໜ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...