spot_img
HomeBaby-ແມ່ແລະເດັກຖ້າຜົນກວດປັດສະວະອອກມາຂີດ 1 ສີຈາງ ຂີດ 1 ສີເຂັ້ມ ຈະມີໂອກາດຖືພາໄດ້ ຫຼື ບໍ່?

ຖ້າຜົນກວດປັດສະວະອອກມາຂີດ 1 ສີຈາງ ຂີດ 1 ສີເຂັ້ມ ຈະມີໂອກາດຖືພາໄດ້ ຫຼື ບໍ່?

Published on

ໃນຄໍລຳ ແມ່ ແລະ ລູກ ມື້ນີ້ແອັດມິນຈະມານຳສະເໜີກ່ຽວກັບ ຂີດທີ່ຂຶ້ນກັບເຄື່ອງກວດຄັນ ສາວໆບາງຄົນອາດເຄີຍພົບເລື່ອງແບບນີ້ ເມື່ອເວລາຊື້ແນວກວດຄັນມາກວດນ້ຳຢ່ຽວແຕ່ຜົນອອກມາຂີດໜຶ່ງເປັນສີຈາງ ແລະ ຂີດໜຶ່ງເປັນສີເຂັ້ມ ອາດມີຄວາມສັບສົນໃນໃຈວ່າສະຫຼຸບແລ້ວຕົນເອງກຳລັງຖືພາ ຫຼື ບໍ່? ເຊິ່ງມື້ນີ້ແອັດມິນກໍ່ມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ.

ກວດນ້ຳປັດສະວະຂຶ້ນຂີດຈາງ

ຜົນການກວດປັດສະວະຍັງບໍ່ຊັດເຈນວ່າທ່ານກຳລັງຖືພາ ຫຼື ບໍ່? ແຕ່ກໍ່ມີຄວາມເປັນໄປໄດ້ສູງວ່າທ່ານອາດຈະຖືພາ ເພື່ອຄວາມແນ່ໃຈສະນັ້ນທ່ານຕ້ອງໄດ້ລໍຖ້າໄປອີກ 7 ມື້ຕໍ່ໜ້າ ຈິ່ງກວດຊ້ຳອີກຄັ້ງ ເພາະບາງເທື່ອຕອນທີ່ທ່ານກວດນັ້ນມັນກໍ່ແມ່ນໄລຍະອ່ອນໆເລີ່ມຖືພາຈິ່ງບໍ່ສະແດງຜົນທີ່ຊັດເຈນອອກມາ

ອີກວິທີໜຶ່ງແມ່ນຊື້ແນວກວດປັດສະວະ 2-3 ຢີ່ຫໍ້ ລອງເອົາມາກວດນ້ຳປັດສະວະພ້ອມກັນ ຖ້າແນວກວດຄັນທຸກອັນມີຜົນອອກມາຄືກັນ ນັ້ນສະແດງວ່າ ທ່ານຖືພາແນ່ນອນ ຈາກນັ້ນກໍ່ໃຫ້ທ່ານໄປພົບແພດເພື່ອຝາກທ້ອງ ແລະ ຫຼີກລ່ຽງການໃຊ້ຢາ ຫຼື ໃຊ້ສານທີ່ຈະມີຜົນອັນຕະລາຍຕໍ່ລູກໃນທ້ອງ

 

ຂໍ້ມູນຈາກ:​ medthai.com
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...