spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດພົບແຜ່ນນ້ຳແຂງຂົ້ວໂລກໃຕ້ເກີດຮອຍລ້າວໄວກວ່າການຄາດຄະເນໄວ້

ນັກວິທະຍາສາດພົບແຜ່ນນ້ຳແຂງຂົ້ວໂລກໃຕ້ເກີດຮອຍລ້າວໄວກວ່າການຄາດຄະເນໄວ້

Published on

ນັກວິທະຍາສາດ Ohio State University ພົບວ່າແຜ່ນນ້ຳແຂງບໍລິເວນເກາະ Pine Island ໃນທະວີບແອນຕາກຕິກາ ຢູ່ຂຢ້ວໂລກໃຕ້ເກີດຮອຍລ້າວລຸ່ມຊັ້ນນ້ຳແຂງຢ່າງໄວວາຕັ້ງແຕ່ປີ 2013 ເປັນຕົ້ນມາ ສົ່ງຜົນໃຫ້ນ້ຳແຂງທີ່ເກາຕົວເປັນເກາະນັ້ນແຕກຕົວຖີ່ກວ່າປົກກະຕິ

ໂດຍໄລຍະປີທີ່ຜ່ານມາແຜ່ນນ້ຳແຂງເທິງເກາະກວ່າ 580 ຕາລາງແມັດ ຖືກແຍກອອກຈາກຕົວເກາະ ແລະ ຈົມນ້ຳໄປ ນີ້ຖືເປັນອັດຕາສ່ວນທີ່ສູງຫຼາຍເມື່ອທຽບໃສ່ຊ່ວງໄລຍະ ສິບປີຜ່ານມາ ນອກຈາກນີ້ແລ້ວ ນັກວິທະຍາສາດຍັງສຳຫຼວດພົບຮອຍລ້າວບໍລິເວນລຸ່ມເປືອກນ້ຳແຂງເທງເກາະທີ່ຍາວກວ່າ 50 ກິໂລແມັດ ທີ່ກຽມຕົວຈະແຕກພາຍໃນບໍ່ເກີນ 2 ປີຂ້າງໜ້າ.

ນັກວິທະຍາສາດຈິ່ງໄດ້ສະຫຼຸບວ່າ ຫາກຮອຍລ້າວລຸ່ມເປືອກນ້ຳແຂງຍັງເກີດຂຶ້ນຢ່າງຕໍ່ເນື່ອງແບບນີ້ ຈະສົ່ງຜົນໃຫ້ແຜ່ນນ້ຳແຂງບໍລິເວນເກາະທາງຝັ່ງຕະເວັນອອກຂອງທະວີບ ແອນຕາກຕິກາ ຄົງຈະລະລາຍໝົດໄປອີກບໍ່ເທົ່າໃດສິບປີຕໍ່ໜ້າແນ່ນອນ ເຊິ່ງມັນຈະສົ່ງຜົນໃນລະດັບນ້ຳທະເລສູງຂຶ້ນຈາກປັດຸບັນ 3 ແມັດ ແລະ ຈະສົ່ງຜົນໃຫ້ຊຸມຊົນທີ່ຕັ້ງຖິ່ນຖານຢູ່ແຄມຝັ່ງທະເລຫຼາຍແຫ່ງຈົມນ້ຳພາຍໃນປີ 2100

 

ຂໍ້ມູນຈາກ: VoiceTV
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...