spot_img
Homeຂ່າວພາຍ​ໃນທົ່ວປະເທດ ສຳເລັດການເກັບກ່ຽວເຂົ້ານາປີແລ້ວ ຫຼາຍກວ່າ 90%

ທົ່ວປະເທດ ສຳເລັດການເກັບກ່ຽວເຂົ້ານາປີແລ້ວ ຫຼາຍກວ່າ 90%

Published on

ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ການເກັບກ່ຽວເຂົ້ານາປີ ຂອງກະສິກອນໃນທົ່ວປະເທດ ສຳເລັດແລ້ວຫຼາຍກວ່າ 7 ແສນເຮັກຕາ, ເທົ່າກັບ 90% ຂອງເນື້ອທີ່ປັກດຳທັງໝົດ 770 ພັນເຮັກຕາ, ໃນນັ້ນບັນດາແຂວງພາກກາງປະຕິບັດໄດ້ຫຼາຍກວ່າ  91%, ພາກໃຕ້ 90% ແລະ ພາກເໜືອ ປະຕິບັດໄດ້ຫຼາຍກວ່າ 87%  ແລະ ຄາດວ່າຮອດກາງເດືອນທັນວານີ້ ຈະສຳເລັດ 100%  ແລະ ຈະສາມາດບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ເປັນຢ່າງດີ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ປັດຈຸບັນຫຼາຍທ້ອງຖິ່ນທີ່ມີເງື່ອນໄຂ ແລະ ສຳເລັດການເກັບກ່ຽວເຂົ້ານາປີແລ້ວນັ້ນ ກໍໄດ້ເລີ່ມກະກຽມໃຫ້ແກ່ການປູກເຂົ້ານາແຊງ ແລະ ພືດລະດູແລ້ງຕາມລະດູການ, ຂະນະທີ່ຂະແໜງກະສິກຳ ກໍໄດ້ລົງຊຸກຍູ້ແຕ່ລະທ້ອງຖິ່ນ ປົວແປງລະບົບຊົນລະປະທານ ແລະ ຄອງເໝືອງທີ່ເປເພຊຸດໂຊມ, ເພື່ອຮັບປະກັນໃຫ້ການສະໜອງນ້ຳ ແກ່ການຜະລິດລະດູແລ້ງນີ້ ໄດ້ຮັບຜົນດີ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...