spot_img
Homeຂ່າວເຫດການຄະນະຈັດຕັ້ງສູນກາງພັກ ຕີລາຄາວຽກງານຈັດຕັ້ງ ປະຈໍາປີ 2016

ຄະນະຈັດຕັ້ງສູນກາງພັກ ຕີລາຄາວຽກງານຈັດຕັ້ງ ປະຈໍາປີ 2016

Published on

​ໃນວັນທີ 5 ທັນວານີ້ ຢູ່ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫລຸບ ວຽກງານຈັດຕັ້ງ​ ປະຈໍາປີ 2016 ຂຶ້ນເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຈັດຕັ້ງ​ ໃນໄລຍະ 1 ປີຜ່ານມາແລະ ວາງທິດທາງແຜນການໃນຕໍ່ໜ້າ ​​ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຈັນສີໂພສີຄໍາ ກໍາມະການກົມ​ການ​ເມືອງສູນກາງພັກ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຮອງຄະນະຈັດຕັ້ງ ສູນກາງພັກ, ຫົວໜ້າກົມ, ຮອງກົມແລະ ພະນັກງານສະມາຊິກພັກ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວວ່າ: ຕະຫລອດໄລຍະ 1 ປີຜ່ານມາ ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-​ແນວຄິດ ຂອງສະມາຊິກພັກ, ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ ເປັນຕົ້ນແມ່ນ ​​ສຶກສາອົບຮົມແນວທາງການເມືອງ ຂອງພັກລັດໃນແຕ່ລະໄລຍະ, ​ເອົາໃຈໃສ່ປັບປຸງການຈັດຕັ້ງ ຮາກຖານພັກ ໂດຍສຸມໃສ່ການກໍ່ສ້າງໜ່ວຍພັກເຂັ້ມແຂງ ຮູ້ນໍາພາຮອບດ້ານ ຕິດພັນກັບຂະບວນການ 3 ສ້າງ ເຮັດໃຫ້ຈໍານວນໜ່ວຍພັກ ເຂັ້ມແຂງຮູ້ນໍາພາຮອບດ້ານ ເພີ່ມຂຶ້ນກວ່າທຸກປີ, ສະເພາະປີ 2016 ສ້າງໄດ້ 10.838 ໜ່ວຍກວມ 59,66% ຂອງໜ່ວຍພັກທັງໝົດ, ຢືດໝັ້ນເຄົາລົບແລະ ປະຕິບັດຫລັກການນໍາພາຂອງພັກ ຕາມຫລັກການລວມສູນປະຊາທິປະໄຕ, ຕົກລົງເປັນໝູ່ຄະນະ ມີການແບ່ງງານ, ​ແບ່ງຄວາມຮັບຜິດຊອບຈະແຈ້ງ, ດ້ວຍການກໍານົດພາລະບົດບາດໜ້າທີ່ຂອງຕົນ, ​ເອົາໃຈໃສ່ກໍ່ສ້າງບໍາລຸງພະນັກງານ ທັງໄລຍະຍາວແລະ ສັ້ນ​​ໃນດ້ານຕ່າງໆ ຢູພາຍໃນແລະ ຕ່າງປະເທດໄດ້​ 1.110 ຄົນ​, ຍິງ 213 ຄົນ ພ້ອມກັນນັ້ນກໍໄດ້ປັບປຸງການຈັດຕັ້ງຂອງລັດ ສອດຄ່ອງກັບລະບຽບພັກແລະ ກົດໝາຍການປົກຄອງ, ​ໄດ້ຄົ້ນຄ້ວາສ້າງຕັ້ງສະພາປະຊາຊົນ ຂັ້ນທ້ອງຖີ່ນ, ສ່ວນຢູ່ສະພາແຫ່ງຊາດ ກໍໄດ້ສ້າງຕັ້ງ ຄະນະກໍາມາທິການເສດຖະກິດເຕັກໂນໂລຊີແລະ ກໍາມາທິການຍຸຕິທໍາ ປ່ຽນຊື່ຫ້ອງວ່າການສະພາແຫ່ງຊາດ ເປັນຄະນະເລຂາທິການສະພາແຫ່ງຊາດ, ປັບປຸງກົນໄກການສ້າງກົດໝາຍ, ກົນໄກປະສານງານ ລະຫວ່າງ ສະພາແຫ່ງຊາດ ກັບອົງການບໍລິຫານ, ຕຸລາການ​ ໃຫ້ມີຄວາມສອດຄ່ອງດີຂຶ້ນກວ່າເກົ່າ, ຄົ້ົ້ນຄ້ວາປັບປຸງກົງຈັກລັດຖະບານ ໂດຍສືບຕໍ່ຮັກສາ 18 ກະຊວງ 3 ອົງການທຽບເທົ່າຄືເກົ່າ, ​ແຕ່ໄດ້ຄົ້ນຄວ້າສັບຊ້ອນກົງຈັກການຈັດຕັ້ງບາງຫົວໜ່ວຍ ທີ່ຂຶ້ນກັບຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີແລະ ບາງກະຊວງອົງການຈໍານວນໜຶ່ງຄືນໃໝ່, ປັບປຸງພາລະບົດບາດກົນໄກການບໍລິຫານຂອງບັນດາກະຊວງອົງການ ໃຫ້ໄປຕາມທິດປະຕິບັດບົດບາດ​ ຄຸ້ມຄອງມະຫາພາກເປັນຕົ້ນຕໍ, ຫັນຄວາມຮັບຜິດຊອບ ສິດຕົກລົງໃຫ້ແຂວງແລະເມືອງຫລາຍຂຶ້ນ ຕາມນະໂຍບາຍ 3 ສ້າງ.

ທ່ານ ວັນໄຊ ພອງສະຫວັນ ກ່າວຕື່ມ​​ວ່າ: ຄຽງຄູ່ກັນນີ້ ການປະຕິບັດວຽກງານຈັດຕັ້ງ ໃນໄລຍະຜ່ານມາ ກໍມີຫລາຍບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ​​ແກ້ໄຂຕື່ມ ເປັນຕົ້ນຄວາມເອົາໃຈໃສ່ຂອງຄະນະພັກຈໍານວນໜຶ່ງ ຕໍ່ການສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ, ພະນັກງານທີ່ຢູ່ ໃນຄວາມຮັບຜິດຊອບຂອງຕົນບໍ່ທັນສູງ, ການສ້າງແຫລ່ງຂະຫຍາຍພັກບໍ່ທັນດີ, ຂະບວນການທົດສອບ ບໍ່ມີລັກສະນະຮອບດ້ານ ເບິ່ງແຕ່ດ້ານໃດດ້ານໜຶ່ງການສຶກສາອົບຮົມເປົ້າໝາຍເຂົ້າພັກບໍ່ເລິກເຊິ່ງ, ການຄຸ້ມຄອງ​, ຈັດວາງ, ຊັບຊ້ອນນໍາໃຊ້ພະນັກງານບໍ່ທັນດີ​, ​ຂາດກົນໄກທີ່ມີສ່ວນຮ່ວມຂອງຫລາຍພາກສ່ວນຂອງສັງຄົມແລະ ບໍ່ທັນນໍາໃຊ້ຫລາຍວິທີ ໃນການນໍາໃຊ້ພະນັກງານ, ດ້ານໜຶ່ງຍັງຂາດຄວາມເດັດຂາດ, ​ເຂັ້ມງວດຕໍ່ການແກ້ໄຂບັນຫາພະນັກງານ, ການນໍາຂອງຄະນະຈັດຕັ້ງແຕ່ລະທ້ອງຖິ່ນ, ຫົວໜ້າກົມຈັດຕັ້ງແຕ່ລະກະຊວງ​-ອົງການ, ມີການປ່ຽນແປງເລື້ອຍໆ, ຄະນະພັກແຕ່ລະຂັ້ນ ບໍ່ທັນເອົາໃຈໃສ່ປະຕິບັດນະ​​ໂຍບາຍ​ ທີ່ເປັນສິ່ງກະຕຸກຊຸກຍູ້ ການປະຕິບັດໜ້າທີ່ວຽກງານຂອງ ຖັນແຖວພະນັກງານລັດຖະກອນ ຢ່າງເໝາະສົມ ໂດຍສະເພາະຕໍ່ຜູ້ທີ່ມີຄວາມສາມາດພິເສດ ຫລື ຕໍ່ພະນັກງານໃນຂົງເຂດທີ່ມີຄວາມຫຍຸ້ງຍາກ, ທຸລະກັນດານຢ່າງສົມເຫດສົມຜົນ.

dsc_6840-chansy-2

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...